ການໂຈມຕີ ທາງອິນເຕີແນັດ ຕໍ່ການເລືອກຕັ້ງ ໃນ ສຫລ ກຳລັງດຳເນີນຢູ່

ຫົວໜ້າອົງການສືບລັບແຫ່ງຊາດ ທ່ານແດນ ໂຄຕສ໌ ກ່າວຕໍ່ ສະມາຊິກສະພາສູງ ວັນທີ 13 ກຸມພາ 2018.

ຜູ້​ບໍລິຫານ​ບໍລິສັດ​ໄມ​ໂກຣຊອຟ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ເຈາະຂໍ້ມູນ​ໄດ້​ແນ​ໃສ່​
ການ​ໂຄສະນາ​ຫາ​ສຽງ ຂອງຜູ້​ສະໝັກ​ຢ່າງໜ້ອຍ​ສາມ​ຄົນລົງແຂ່ງຂັນເອົາຕຳແໜ່ງສະ
ມາຊິກ​ສະພາ​ຕໍ່າທີ່​ຈະ​ມີການ​ເລືອກ​ຕັ້ງ​ໃນ​ປີ 2018 ນີ້ ​ແຕ່​ວ່າການ​ໂຈມ​ຕີ​ໄດ້​ຖືກ​ຄົ້ນ​ພົບ
​ແລະ​ກໍຖືກຂັດຂວາງ.

ທ່ານ​ທອມ ​ເບີ​ຣຕ໌ ຮ​ອງ​ປະທານບໍລິສັດ​ໄມ​ໂກຣຊອຟ​ເພື່ອ​ຄວາມ​ປອດ​ໄພ​ ​ແລະ​ຄວາມ
ເຊື່ອ​ຖືຂອງຜູ້ບໍລິໂພກ ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ໂຈມ​ຕີ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​
ໃຊ້ໂດເມນທຽມ​ຂອງ​ໄມໂກຣຊອຟ ​ເປັນ​ບ່ອນ​ເຂົ້າ​ໄປ​ຫາ​ໜ້າ ​ເພື່ອ​ການໂຈມ​ຕີ​ໃນ​ການ
ຫຼອກ​ລວງ​ທາງ​ອິນ​ເຕີ​ແນັດ. ​ເຖິງ​ຢ່າງ​ໃດ​ກໍ​ດີ​ ທ່ານ​ໄດ້​ປະຕິ​ເສດ​ວ່າ ທີ່ຈະລະບຸວ່າແມ່ນ
ຜູ້​ສະໝັກ​ຄົນ​ໃດ ໄດ້ຕົກເປັນ​ເປົ້າ ​ໂດຍໄດ້ອ້າງເຫດຜົນ​ຄວາມ​ເປັນ​ຫ່ວງ​ໃນດ້ານ​
ສ່ວນ​ໂຕ.

ທ່ານ​ເບີຣຕ໌​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ເ​ຂົ້າຮ່ວມ​ ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ປະຈຳ​ປີ ​ທີ່​ເມືອງ​ອັສ​
ເປີ​ນ ລັດ​ໂຄ​ໂລຣາ​ໂດ ​ວ່າ “​ເຂົາ​ເຈົ້າ​ແມ່ນ​ຄົນ​ທັງ​ໝົດຜູ້​ທີ່ ​ເພາະວ່າ​ຢູ່ໃນ​ໜ້າ​ທີ່​ການ​ຂອງ​
ເຂົາ​ເຈົ້າ ທີີ່​ອາດ​ຕົກເປັນ​ເປົ້າ​ໝາຍທີ່​ໜ້າ​ສົນ​ໃຈ​ຈາກ​ການ​ສືບ​ລັບ ພ້ອມ​ດ້ວຍ​ເປັນ​ຈຸດ
​ໃນ​ການ​ລົບ​ກວນ​ການ​ເລືອກ​ຕັ້ງ.”

ທ່ານ​ຍັງ​ບໍ່​ໄດ້​ບອກ​ເຖິງ​ແຫຼ່ງທີ່​ມາ​ຂອງ​ການ​ໂຈມ​ຕີຫຼອກ​ລວງ​ທາງ​ອິນ​ເຕີ​ແນັດດັ່ງກ່າວ
​ເຖິງ​ແມ່ນ​ວ່າກົນລະຍຸດ​ແມ່ນ​ຄ້າຍຄື​ກັນ ​ກັບ​ພວກ​ທີ່​ໃຊ້​ໂດຍ​ນັກ​ສືບຣັດ​ເຊຍ ​ເພື່ອ​ແນ
ເປົ້າ​ໃສ່ບັນດາສະມາຊິກ​ພັກຣີພັບ​ບລິ​ກັນແລະ​ເດ​ໂມ​ແຄຣັດໃນລະຫວ່າງ​ກອງ​ປະຊຸ
​ສະ​ເໜີ​ແຕ່ງຕັ້ງຜູ້ສະໝັກປະທານາທິບໍດີ​ຂອງ​ເຂົາ​ເຈົ້າ​ໃນ​ປີ 2016.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານາທິບໍດີຣັດເຊຍ ທ່ານວລາ ດີເມຍ ປູຕິນ ພົບປະກັນທີ່ກອລປະຊຸມສຸດຍອດ ແຮລຊິງກີ ປະເທດຟະນແລນ ວັນທີ 16 ກໍລະກົດ 2018.

ທ່ານ​ເບີຣຕ໌ກ່າວ​ວ່າ ບໍລິສັດ​ໄມ​ໂກຣຊອຟ ​ໄດ້​ປະສານ​ງານ​ ກັບ​ລັດຖະບານ​ສະຫະລັດ
​ແລະ​ສາມາດທັບມ້າງໂດເມນທຽມນັ້ນ​ລົງໄດ້. ທ່ານ​ຍັງ​ກ່າວວ່າ ​ບໍ່​ມີ​ພະ ນັກງານ​ໂຄ
ສະນາ​ຫາ​ສຽງ​ຄົນ​ໃດ​ໄດ້​ຕົກເປັນ​ເປົ້າ​ໝາຍ​ ໃນ​ການໂຈມ​ຕີ​ຫຼອກ​ລວງ​ທາງ​ອິນ​ເຕີ​ແນັດ
ໄດ້ຮັບຜົນກະທົບ.

ການ​ເປີດ​ເຜິ​ຍ​ໃນ​ວັນ​ພະຫັດ​ວານ​ນີ້ ​ເກິດຂຶ້ນ​ຫລັງຈາກ ກອງ​ປະຊຸມ​ຖະແຫຼງ​ຂ່າວ​ຂອງ
ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ໃນ​ວັນຈັນ​ທີ່​ຜ່ານ​ມາ​ ໃນ​ນະຄອນ​ແຮ​ລຊິງກີ ປະ​ເທດ​ຟິນ
​ແລນ ລຸນຫຼັງ​ ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິບໍດີຣັດ​ເຊຍ ທ່ານ​ວລາ​ດີ​ເມຍ ປູ​ຕິນ. ທ່ານ​
ທຣໍາ​ໄດ້​ເຂົ້າ​ຂ້າງ​ກັບ​ທ່ານ​ປູ​ຕິນ ໂດຍສະໜັບສະ​ໜູນ​ຜູ້ນຳຣັດ​ເຊຍ ໃນການກ່າວຢ້ຳ
ວ່າ​ປະ​ເທດ​ຂອງ​ທ່ານ ​ບໍ່​ໄດ້​ແຊກ​ແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ
​ໃນປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ