ລົດສຳຫຼວດດາວພະອັງຄານ Curiosity ຂອງ NASA (ສະໄລດ໌ ກັບ ວີດີໂອ ຮຽນພາສາອັງກິດ)

Your browser doesn’t support HTML5

ລົດສໍາຫລວດ ດາວພະອັງຄານ Curiosity ຂອງ NASA

ໃນເດືອນສິງຫາທີ່ຜ່ານມານີ້ ອົງການການບິນ ​ແລະ​ອາ​ວະ​ກາດ​
ແຫ່ງ​ຊາດ ຫລື NASA ຂອງ​ສະຫະລັດ ໄດ້ເອົາຍານສຳຫຼວດ
ອາວະກາດຊື່ Curiosity ຊຶ່ງ​ ແປ​ວ່າຄວາມຢາກ​ຮູ້​ຢາກ​ເຫັນ ໄປລົງຈອດທີ່ດາວພະອັງຄານ. ຍານສຳຫຼວດອາວະກາດດັ່ງ
ກ່າວ ທີ່ມີ​ລັກສະນະຄືກັນກັບລົດ ​ແລະ​ເຮົາ​ກໍ​ຈະເອີ້ນ​ວ່າ ລົດ​
ສໍາ​ຫຼວດນັ້ນ ໄດ້ຖືກ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດໃນທ້າຍປີກາຍນີ້.

ອົງການອາວະກາດຂອງອາເມຣິກາ ໄດ້ສົ່ງຫ້ອງທົດລອງວິທະ
ຍາສາດ​ເທິງດາວ ພະອັງຄານຂອງຕົນ ທີ່​ເອີ້ນ​ກັນ​ໃນອີກຊື່ນຶ່ງວ່າ
Curiosity ນັ້ນ ຂຶ້ນ​ສູ່​ອາ​ວະ​ກາດ ໃນເດືອນພະຈິກ 2011.
ພາຫາ​ນະດັ່ງກ່າວ ທີ່ມີຂະໜາດເທົ່າກັບລົດຄັນ ນຶ່ງ ​ໄດ້ໄປລົງ
ຈອດ​ເທິງດາວພະອັງຄານໃນເດືອນສິງຫາ 2012 ທີ່ຜ່ານມາ
ຕາມ​ໝາຍ​ກໍານົດ.

ພາບຕົວແບບຄອມພີວເຕີ ສະແດງໃຫ້ເຫັນສິ່ງທີ່ ພວກນັກວິທະຍາສາດຄາດໝາຍວ່າ ຈະ ເກີດຂຶ້ນໃນເວລາທີ່ຍານອາວະກາດນໍາເອົາ ລົດສໍາຫຼວດດາວພະອັງຄານ Curiosity ໄດ້ ໄປເຖິງດາວ ພະເຄາະສີແດງໜ່ວຍນັ້ນ.

ກາງຂຸມເລິກທີ່ຊື່ວ່າ Gale Crater ກວ້າງ 150 ກິໂລແມັດ ຫລືເທົ່າກັບລັດຄອນເນັກຕີກັດ ແລະຣອດ ໄອແລນ ຮວມເຂົ້າກັນ


ລົດສໍາຫຼວດດາວພະອັງຄານ Curiosity ມີກໍານົດໄປລົງຈອດ
ຢູ່ຕີນພູໜ່ວຍນຶ່ງ ຢູ່​ກາງ ຂຸມ ເລິກ ກວ້າງ 150 ກິໂລແມັດ ທີ່ຊື່ວ່າ
Gale Crater. ນັກວິທະຍາ ສາດ Ashwin Vasavad ຮອງ
ຫົວໜ້າໂຄງການນີ້ ເວົ້າສູ່​ຟັງກ່ຽວກັບລົດສໍາຫຼວດ Curiosity ວ່າ:
“ອັນນີ້ແມ່ນເຄື່ອງຈັກໃນຄວາມຝັນຂອງນັກວິທະຍາສາດ
ຄົ້ນຄວ້າດາວພະອັງ ຄານ. ພວກເຮົາມີຄວາມຕື່ນ​ເຕ້ນ​
ຫລາຍ​ທີ່​ສຸດ ທີ່​ໄດ້​ສົ່ງລົດສໍາຫລວດຄັນ​ນີ້ໄປຍັງດາວພະ
ອັງຄານ ໃນປີນີ້. ມັນຈະ​ເທົ່າ​ກັນ​ການມີພວກນັກວິທະຍາ
ສາດຫລາຍກວ່າ 200 ຄົນໃນທົ່ວໂລກ ​ໄປ​ມີໜ້າຢູ່ທີ່​ນັ້ນ
ຕະຫລອດເວລາ ເພື່ອສໍາຫຼວດດາວພະອັງຄານ ແລະຂຸມ
Gale Crater ທີ່ພວກເຮົາຈະເວົ້າເຖິງໃນເວລາຕໍ່ໄປ. ລົດສໍາຫລວດຄັນນີ້ ບໍ່ພຽງແຕ່ເປັນລົດສໍາຫລວດທີ່ມີຄວາມສາມາດທາງເທັກໂນໂລຈີຫລາຍທີ່ສຸດ ​ເທົ່າທີ່​ໄດ້ສົ່ງໄປຍັງ​ດາວພະເຄາະອີກ​ດວງ​ນຶ່ງ. ​ແທ້ໆ​ແລ້ວ ມັນຍັງເປັນຕົວຄົ້ນ ຄວ້າທາງວິທະຍາສາດ ທີ່ມີຄວາມສາມາດຫລາຍທີ່ສຸດ ທີ່ພວກເຮົາໄດ້ສົ່ງໄປ ອາວະກາດເທົ່າທີ່ຜ່ານມາ.”


ລົດສໍາຫຼວດ Curiosity ແມ່ນໃຫຍ່ກວ່າລົດສໍາຫຼວດຄັນກ່ອນໆນັ້ນຫລາຍ. ມັນສາມາດທີ່ ຈະເດີນທາງຢູ່ເທິງພື້ນດາວພະອັງຄານໄດ້ໄກເຖິງປະມານ 200 ແມັດ ​ໃນ​ແຕ່ລະມື້. ມັນມີ​ເຕົາ​ແຍກ​ນິວ​ເຄລຍຜະລິດໄຟຟ້າ ທີ່ແລ່ນດ້ວຍ ທາດພລູໂຕນຽມ ທີ່ຈະສ້າງພະລັງງານ​ໄດ້ ຫລາຍພຽງພໍ ເພື່ອອໍານວຍໃຫ້ລົດສໍາຫຼວດ Curiosity ປະຕິບັດກິດຈະການຕ່າງໆຫລາຍ ຢ່າງໄດ້. ນອກນັ້ນລົດສໍາຫຼວດດັ່ງກ່າວ ຍັງມີກ້ອງຖ່າຍຮູບ 17 ອັນ ແລະມີແສງແລເຊີທີ່ ສາມາດສໍາຫລວດທາດ​ເຄມີ​ຕ່າງໆ ທີ່​ເປັນ​ອົງ​ປະກອບຂອງຫີນ ​ເທິງ​ດາວ​ພະ​ອັງຄານ​ນັ້ນ.
ທ່ານ Ashwin Vasavad ກ່າວເພີ້ມອີກວ່າ:
“ສິ່ງທີ່ເປັນສ່ວນສໍາຄັນຢູ່ໃນການອອກແບບລົດສໍາຫລວດຄັນນີ້ແທ້ໆ ກໍຄືຄວາມ ສາມາດຂອງມັນ ໃນການຈະກວດຕົວຢ່າງກ້ອນຫີນຕ່າງໆ ແລະດິນຢູ່ເທິງດາວ ພະອັງຄານ​ໄດ້ ເປັນເທື່ອທໍາອິດ ແລະສະ​ນັ້ນ ມັນຈຶ່ງມີແຂນຫຸ່ນ​ຍົນ ຫລື ໂຣບອັດ ທີ່ຍາວ 6 ຟຸດ ຫລື 1.8 ແມັດ. ແລະລົດສໍາຫລວດນີ້ ມີຂະໜາດໃຫຍ່ປານນັ້ນ ສ່ວນ​ນຶ່ງແມ່ນຍ້ອນ​ວ່າມັນຈະບັນຈຸ​ເຄື່ອງທົດລອງວິທະຍາສາດ 2 ​ເຄື່ອງທີ່ມີ ຄວາມ ສາມາດສູງ ຢູ່ທາງໃນລົດນັ້ນ.”

ທ່ານ Vasavada ເວົ້າວ່າ ເຄື່ອງມືອັນນຶ່ງ ແມ່ນ​ໃຊ້ວັດແທກແຮ່ທາດຢູ່ໃນກ້ອນຫີນ ແລະ ດິນ. ອີກອັນນຶ່ງແມ່ນຊອກຫາທາດເຄມີອື່ນໆ ແລະວັດຖຸ ຊີວະພາບໃດໆ ທີ່ອາດມີຢູ່ໃນນັ້ນ.

ຮູບທີ່ຖ່າຍໂດຍຍານ Curiosity ສະແດງໃຫ້ເຫັນຫີນເປັນຊັ້ນໆ ຢູ່ເທິງດາວພະອັງຄານນັ້ນ

ເປົ້າໝາຍຂອງການທົດລອງທີ່ມີມູນຄ່າ 2 ພັນ 500 ລ້ານໂດລາ
ນີ້ ແມ່ນເພື່ອຮຽນຮູ້ວ່າ ດາວພະອັງຄານເຄີຍມີສະພາບແວດລ້ອມ
ທີ່ອາດ​ໄດ້ສະໜັບສະໜຸນໃຫ້ຈຸນລະຊີບມີ​ຊີວິດ​ຢູ່ໄດ້ ຫລື​ບໍ່. ທ່ານ
Ashwin Vasavada ກ່າວວ່າ:
ການໄປປະຕິບັດງານຄັ້ງນີ້ ແມ່ນກ່ຽວຂ້ອງກັບການ
ໄປຊອກຫາສະພາບ
ແວດ ລ້ອມ ທີ່ເຮັດໃຫ້ສິ່ງມີຊີວິດ
ອາໄສຢູ່ໄດ້ ແລະບໍ່ແມ່ນການໄປຊອກຫາ
ສິ່ງທີ່ມີຊີ
ວິດໂດຍກົງ.”


ເບິ່ງວີດິໂອທີ່ພວກນັກວິທະຍາສາດຄອຍຮັບພາບສົ່ງມາຈາກດາວພະອັງຄານ

http://www.youtube.com/embed/wnG-rFFpP8A


ທ່ານ Vasavada ກ່າວມ້ວນທ້າຍວ່າ ໜ່ວຍພູທີ່ຢູ່ໃນຂຸມ Gale Crater ຈະໃຫ້ຂໍ້ມູນ ພຽງພໍ ກ່ຽວກັບການພັດທະນາຂອງດາວພະອັງຄານ ທັງນີ້ກໍເພາະວ່າ ຫີນແຕ່ລະຊັ້ນຂອງ​ພູ​ໜ່ວຍ​ນັ້ນ ແມ່ນໃຫ້ຮ່ອງຮອຍອັນໃໝ່​ໄປ​ເລື້ອຍໆ. ທ່ານ Ashwin Vasavada ໃຫ້ຄໍາ ເຫັນວ່າ: “ມັນມີຫລັກຖານທາງທໍລະນີວິທະຍາວ່າ ມີນໍ້າຢູ່ໃນເຂດນັ້ນ. ຄວາມ​ຈິງ​ແລ້ວ ພວກເຮົາຫວັງວ່າ ຈະຊອກຄົ້ນຫາສິ່ງທີ່ມີຊີວິດໃນການ​ໄປປະຕິບັດ ງານຄັ້ງນີ້. ນັ້ນແມ່ນ​ເປັນ​ເງື່ອນ​ໄຂ​ທີ່​ຕ້ອງ​ມີອີກອັນນຶ່ງ ສໍາລັບສິ່ງມີຊີວິດທີ່​ພວກ​ເຮົາ​ຮູ້​ກັນ.”

ເຕົາ​ແຍກ​ນີວເຄລຍສໍາລັບ​ຜະລິດ​ໄຟຟ້າຢູ່ໃນລົດສໍາຫຼວດ Curiosity ນັ້ນ ມີພະລັງງານພຽງ
ພໍ ທີ່ຈະອໍານວຍ​ໃຫ້ Curiosity ສາມາດປະຕິບັດ​ງານ ຢູ່ເທິງພື້ນຜີວດາວພະອັງຄານ ໄດ້ ເປັນເວລາປະມານ 2 ປີ ຊຶ່ງເປັນເວລາ ເທົ່າກັນກັບ 1 ປີ ໃນດາວພະອັງຄານ.

ເບິ່ງສະໄລດ໌ກ່ຽວກັບການດໍາເນີນງານຂອງຍານອາວະກາດ Curiosity

ຍານສໍາຫລວດ Curiosity ທໍາງານຢູ່ເທິງດາວພະອັງຄານ