ວັນສຸກມື້ອື່ນນີ້, ທະຫານນາວິກະໂຍທິນ ສະຫະລັດ ຈະຊັກທຸກຂຶ້ນເສົາຢູ່ນອກສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວານາ, ສະເຫຼີມ ສະຫຼອງພິທີເປີດສະຖານທູດຄືນໃໝ່ອີກຄັ້ງຫຼັງຈາກ ສະຫະລັດ ແລະ ຄິວບາ ໄດ້ຕົກລົງກັນເພື່ອຟື້ນຟູສາຍພົວພັນທີ່ໄດ້ຖືກຕັດຂາດ ມາຫຼາຍກວ່າ 50 ປີແລ້ວ.
ທັງສະຖານທູດ ສະຫະລັດ ແລະ ຄິວບາ ຕ່າງກໍໄດ້ຖືກເປີດຄືນໃນວັນທີ 20 ກໍລະກົດທີ່ຜ່ານມານີ້. ລັດຖະບານ ຄິວບາ ໄດ້ຈັດພິທີທີ່ຫຼູຫຼາເພື່ອການເປີດສະຖານທູດຄືນເມື່ອເດືອນທີ່ຜ່ານມາ, ແຕ່ ສະຫະລັດ ໄດ້ເລືອນການຈັດພິທີທາງການຂອງຕົນໄວ້ຈົນກວ່າ ລັດຖະມົນຕີຕ່າງປະເທດ ທ່ານ John Kerry ຈະສາມາດນຳພາຄະນະຜູ້ແທນໄປ ນະຄອນຫຼວງ ຮາວານາເສຍກ່ອນ.
ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດ ສຫລ ກ່າວວ່າ ພິທີສະຫຼອງໝົດມື້ໃນ ຮາວານາ ຈະລວມມີງານພ້ອມກັບບັນດາສະມາຊິກສະພາ ແລະ ເຈົ້າໜ້າທີ່ລັດຖະບານ, ບັນດາຕົວແທນລັດຖະບານ ຄິວບາ ແລະ ສະມາຊິກປະຊາສັງຄົມຫຼາຍຄົນ .
ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າໃນ ຖະແຫຼງການສັ້ນໆວັນພຸດວານນີ້ວ່າ
“ມີຄົນຜູ້ທີ່ບໍ່ເຄີຍໄປປະເທດ ຄິວບາ ມາກ່ອນ ຈະເດີນທາງໄປນະຄອນຫຼວງ ຮາວານາ ເພື່ອງານນີ້ ຊຶ່ງ ນັ້ນກໍຈະລວມມີຄົນ ອາເມຣິກາ ເຊື້ອສາຍຄິວບານຳ ແລະກໍຈະເປັນການ ຕື່ນເຕັ້ນຢ່າງບໍ່ໜ້າເຊື່ອ.”
ແນວໃດກໍຕາມ, ກະຊວງການຕ່າງປະເທດກ່າວວ່າ ບໍ່ມີການວາງແຜນສຳລັບການປະຊຸມລະຫວ່າງ ທ່ານ Kerry ແລະປະທານປະເທດ ຄິວບາ ທ່ານ Raul Castro.
Your browser doesn’t support HTML5
US Cuba Embassy