ນັກລອຍນໍ້າອາເມຣິກັນ ພະຍາຍາມລອຍ ຈາກຄິວບາ ຫາເກາະ Florida Keys ອີກ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ນາງ Diana Nyad ນັກລອຍນໍ້າໄລຍະຍາວ ຊາວອາເມຣິກັນ ເລິ່ມລອຍ ຈາກເມືອງຮາວານາ ປະເທດຄິວບາ, ໃນວັນທີ 24 ກັນຍາ 2011, ໄປຍັງເກາະ Florida Keys ລັດຟລໍຣິດາ ໃນສະຫະລັດ, ໄລຍະໄກ 166 ກິໂລແມັດ.

ນາງ Diana Nyad ຊາວອາເມຣິກັນ ລອຍນໍ້າ​ໃກ້ຈະເຖິງໄລຍະເຄິ່ງທາງ​ແລ້ວ​ໃນວັນ ອາທິດມື້ນີ້ ໃນຄວາມພະຍາຍາມຄັ້ງທີ່ສາມຂອງນາງ ທີ່ຈະລອຍນໍ້າຈາກນະຄອນຫລວງ ຮາວານາ ປະເທດຄິວບາ ໄປຍັງເກາະ Florida Keys ລັດຟລໍຣິດາ ສະຫະລັດ.

ເມື່ອຕອນແລງວັນເສົາວານນີ້ ນາງ Nyad ໄດ້​ເຊົາ​ພັກ​ເພື່ອ​ຮັບ​ການປິ່ນ ປົວຈາກພວກໝໍ ​ເທິງເຮືອລໍາ​ນຶ່ງ​ທີ່ຕິດຕາມນາງ​ໄປ ຫລັງຈາກນາງຖືກ​ແມງກະພຸ​ນກັດ.

ພວກທີມງານຕິດຕາມນາງກ່າວວ່າ ​ເວລາ​ນີ້ ນາງ Nyad ​ແມ່ນພະຍາຍາມຈະ​ສ້າງ​ສະຖິຕິ ​ໃນ​ການລອຍນໍ້າ​ໄປແບບຢຸດພັກໄປນໍາ ແທນທີ່ຈະ​ແມ່ນລອຍແບບບໍ່ຢຸດເລີຍນັ້ນ.

ນາງ Nyad ຫວັງວ່າຈະລອຍໃຫ້ເຖິງໄລຍະທາງຄາດໝາຍ 166 ກິໂລແມັດໃຫ້ໄດ້ໃນ ຕອນເຊົ້າຂອງວັນຈັນ ຄືປະມານ 60 ຊົ່ວໂມງຫລັງຈາກເລິ່ມລອຍ. ຖ້າການລອຍນໍ້າຄັ້ງນີ້ ປະສົບຜົນສໍາເລັດ ນາງກໍຈະສ້າງສະຖິຕິ​ໃໝ່ ​ໃນການລອຍຢູ່​ກາງນໍ້າ​ແບບ​ເປີດ​ກ້ວາງ ​ແທນ​ທີ່​ຈະ​ແມ່ນ​ການ​ລອຍ ຢູ່ກະຊັງປ້ອງກັນປາສະຫລາມ.

ເວັບໄຊ້ຂອງນາງ Nyad ເວົ້າວ່າ ນາງໄດ້ຮັບ​ການ​ຄຸ້ມ​ກັນ​ຈາກປາສະຫລາມ ໂດຍນັກດໍານໍ້າ ສາມຄົນ ແລະກະແສໄຟຟ້າ.

http://www.youtube.com/embed/bzNHGxowYTw

ນາງ Nyad ອາຍຸ 62 ປີ ເລີ່ມການລອຍນໍ້າຂອງ​ນາງ​ຄັ້ງ​ນີ້​ໃນຕອນແລງ ວັນສຸກຜ່ານມາ ຈາກທ່ານໍ້າ Hemingway ທີ່ນະຄອນຫລວງ ຮາວານາ ຂອງຄິວບາ.

ມີຂະບວນເຮືອນ້ອຍໆ​ແລ່ນ​ຕິດຕາມນາງ Nyad ມາ ພ້ອມ​ກັບທີມສະໜັບສະໜູນ ທີ່ເອົາ ອາຫານ ນໍ້າ ແລະຢຸກຢາໃຫ້ນາງ.

ນາງ Nyad ຢືນຢັນວ່າ ອາຍຸຂອງ​ນາງບໍ່ສໍາຄັນ ແລະບໍ່ກ່ຽວກັບການລອຍທີ່ບໍ່ປະສົບຜົນ ສໍາເລັດເມື່ອເດືອນສິງຫາຜ່ານມາ ຊຶ່ງນາງເວົ້າວ່າໂຣກຫືດຂອງນາງໄດ້ບັງຄັບໃຫ້ນາງຕ້ອງ ຖອຍຄືນ.

ນາງ Nyad ເຄີຍພະຍາຍາມລອຍແບບດຽວກັນນີ້ເມື່ອປີ 1978 ຕອນ ອາຍຸໄດ້ 28 ປີ ແຕ່ກໍຕ້ອງ​ເຊົາ​ກາງ​ທາງ ເນຶ່ອງຈາກລົມແຮງແລະທະເລ ປັ່ນປ່ວນ.

ນັກລອຍນໍ້າຊາວອອສເຕຣເລຍ ນາງ Susan Maroney ລອຍໄດ້ສໍາເລັດໃນປີ 1997 ໂດຍໄດ້ໃຊ້ກະຊັງປ້ອງກັນປາສະຫລາມຊ່ວຍ ຊຶ່ງເວລານັ້ນ ນາງ ຊູຊານ ມີອາຍຸໄດ້ 22 ປີ.