ຄິວບາ ກ່າວວ່າ ການຫ້າມຄ້າຂາຍ ຂອງ ສຫລ ສ້າງຄວາເສຍຫາຍ 4.6 ຕື້ໂດລາ ໃນປີກາຍນີ້

ລັດຖະມົນຕີຕ່າງປະເທດຄິວບາ ທ່ານ Bruno Rodriguez ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບລາຍງານປະຈຳປີ ຂອງລັດຖະບານ ທີ່ນະຄອນຫຼວງ ຮາວານາ. (9 ກັນຍາ 2016)

ລັດຖະບານ​ຄິວ​ບາ​ຮຽກຮ້ອງ​ໃຫ້​ສະຫະລັດ​ດຳ​ເນີນ​ກາ​ນພີ້ມຕື່ມເພື່ອ​ຫລຸດຜ່ອນຄວາມ​ກົດ​ດັນ​ທາງ​ດ້ານ​ເສດຖະກິດ​ຕໍ່​ປະ​ເທດ​ຂອງ​ຕົນ ຫລັງ​ຈາກ​ໄດ້​ມີ​ການ​ປັບປຸງ​ຄວາມ​ສຳພັນລະ ຫວ່າງ​ວໍ​ຊິງ​ຕັນ​ແລະ​ຮາ​ວາ​ນາ ​ໂດຍ​ກ່າວ​ວ່າ ການ​ລົງ​ໂທດ​ ທາງດ້ານ​ເສດຖະກິດ​ຂອງ​ສະ ຫະລັດໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄິວ​ບາ 4 ພັນ 600 ລ້ານໂດລາໃນ​ສົກ​ງົບປະມານ ​ປີ​ກາຍ​ນີ້.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄິວ​ບາ ທ່ານ Bruno Rodriguez ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ ກ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ເນື່ອງ​ໃນ​ວັນ​ຄົບຮອບ​ການລິ​ເລີ້ມ​ໃນ​ການ​ປຸກລະດົມ ປະຈຳ​ປີສຳລັບການລົງມະຕິອົງການ​ສະຫະ​ປະຊາ​ຊາດທີ່​ໄດ້​ປະນາມ​ການ​ລົງໂທດ​ຂອງ​ສະຫະລັດຕໍ່​ປະ​ເທດ​ເກາະດອນ​ທີ່​ພວມ​ປະສົບກັບ​ບັນຫາ​ທາງ​ດ້ານ​ການ​ເງິນ​ນັ້ນ.

ທ່ານ Rodriguez ​ເອີ້ນການ​ລົງ​ໂທດ​ຂອງ​ສະຫະລັດ​ວ່າ “​ເປັນສາ​ເຫດ​ສຳຄັນ​ຕໍ່​ບັນຫາ​ທາງ​ດ້ານ​ເສດຖະກິດ​ແລະ​ອຸບປະສັກ​ຕໍ່​ການ​ພັດທະນາ.”

ທ່ານ​ກ່າວ​ວ່າ 55 ປີ​ທີ່​ການ​ຂວ້ຳ​ບາດ​ເລີ້ມມີ​ຜົນ​ບັງຄັບ​ໃຊ້ມັນ​ໄດ້​ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່​ຄິວ​ບາ 125.9 ຕື້​ໂດ​ລາ. ຕົວ​ເລກ​ນີ້​ແມ່ນ​ຮວມທັງ​ຄວາມ​ເສຍ​ຫາຍ​ທີ່​ແທ້​ຈິງເຊັ່ນ​ການ​ປັບ​ໃໝ​ຕໍ່​ຄູ່​ການ​ຄ້າ​ຄິວ​ບາ ​ແລະ​ຕົວ​ເລກ​ສົມມຸດ​ຖານ​ເຊັ່ນ​ການຂາຍ​ຂອງທຸລະ​ກິດ​ຕ່າງໆຄິວບາ ທີ່​ອາດ​ມີ​ຂຶ້ນຢູ່​ໃນ​ຕະຫລາດ​ສະ​ຫະລັດ.

ນັບ​ຕັ້ງ​ແຕ່​ຄິວ​ບາ​ແລະ​ສະຫະລັດ​ໄດ້​ສ້າງຕັ້ງຄວາມ​ສຳພັນ​ທາງ​ດ້ານ​ການ​ທູດ​ຄືນ​ໃໝ່​ໃນ ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຄາດ​ຄິດ​ ເມື່ອ​ເດືອນ​ທັນວາ​ປີ 2014 ປະ​ເທດ​ທັງ​ສອງເປີດສະຖານ ທູດ ຟື້ນຟູ​ຖ້ຽວ​ບິນ​ພານິດ ຫຼຸດຜ່ອນ​ຂໍ້​ຈຳກັດ​ຮັດ​ແຄບ​ ໃນ​ການ​ເດີນທາງ ​ແລະ​ໄດ້​ມີ​ການ​ເຈລະຈາ​ທາງ​ດ້ານ​ການ​ຄ້າ ສິ່ງ​ແວດ​ລ້ອມ ​ແລະ​ຂໍ້​ຕົກລົງທາງ​ດ້ານ​ການ​ສື່ສານ.

​ແຕ່​ສະຫະລັດ​ຍັງ​ບໍ່​ທັນ​ໄດ້​ຍົກ​ເລີກ​ໂດຍ​ເຕັມ​ໃນ​ການ​ຫ້າມ​ຄ້າຂາຍ​ກັບ​ຄິວ​ບາ ຊຶ່ງ​ເປັນ​ສິ່ງ​ ທີ່​ມະຕິ​ແບບ​ບໍ່​ມີ​ຜົນ​ບັງຄັບ ​ຂອງສະມັດຊາ​ໃຫຍ່ ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮ​ອງ​ເອົາ​ໃນ ​ທຸກໆ​ປີນັບແຕ່​ປິ 1992 ​ເປັນຕົ້ນມາ. ຄິວ​ບາ​ແມ່ນເປັນແຮງກົດ​ດັນ​ທີ່ສຳຄັນ​ຢູ່​ເບື້ອງຫລັງ​ມະຕິ​ດັ່ງກ່າວ ​ແລະ​ກໍ​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງຖ້ວມ​ລົ້ນຈາກ​ປະ​ເທດ​ຕ່າງ​ໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ