ຕຳຫຼວດຮັງກາຣີ ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນພວກເຄາະຮ້າຍ 2 ຄົນ ຈາກອຸປະຕິ
ເຫດເມື່ອສັບປະດາແລ້ວນີ້ ໃນການຕຳກັນລະຫວ່າງເຮືອທ່ອງທ່ຽວ ແລະເຮືອສຳລານ
ໃນແມ່ນ້ຳດານູບ.
ພວກນັກດຳນ້ຳ ໄດ້ພົບເຫັນສົບຂອງແມ່ຍິງຄົນນຶ່ງ ຂ້າງນອກເຮືອທ່ອງທ່ຽວ Mermaid
ທີ່ຈົມລົງ ໃນວັນຈັນວານນີ້ ໃນເຂດທີ່ປະສົບອຸປະຕິເຫດ ໃນນະ ຄອນຫຼວງ Budapest.
ສົບຄົນທີ 2 ແມ່ນໄດ້ຖືກລາກຂຶ້ນມາ ທີ່ເມືອງແຫ່ງນຶ່ງ ປະມານ 100 ກິໂລແມັດ ທີ່ຢູ່ທາງ
ໃຕ້ຂອງແມ່ນ້ຳນັ້ນ.
ທ່ານ Gabor Elo (ຊ້າຍ) ແລະທ່ານ Balazs Toth ທະນາຍຄວາມສຳລັບ ກັບຕັນເຮືອ ທີ່ໄດ້ຖືກກ່າວຫາໃນຄະດີເຮືອຕຳກັນ ໃນແມ່ນ້ຳດານູບ ກ່າວຕໍ່ພວກ ນັກຂ່າວ ຕໍ່ໜ້າສານທີ່ນະຄອນຫຼວງ Budapest, 01 ມິຖຸນາ 2019.
ພວກຜູ້ໂດຍສານ 19 ຄົນ ທີ່ຢູ່ໃນເຮືອທ່ອງທ່ຽວ Mermaid ຍັງຫາຍສາບສູນຢູ່ ແລະພວກນັກກູ້ໄພ ກ່າວວ່າ ມັນເກືອບວ່າ ບໍ່ມີໂອກາດ ທີ່ຈະພົບເຫັນພວກທີ່ລອດຊີວິດມາໄດ້ອີກແລ້ວ.
ມີນັກທ່ອງທ່ຽວຊາວເກົາຫຼີໃຕ້ 33 ຄົນ ແລະພວກລູກເຮືອຊາວຮັງກາຣີ 2 ຄົນ ແມ່ນຢູ່ໃນເຮືອທ່ອງທ່ຽວ Mermaid ໃນຂະນະທີ່ເຮືອດັ່ງກ່າວແລ່ນຄຽງຂ້າງກັນກັບເຮືອສຳລານ Viking ໃນວັນພຸດແລ້ວນີ້.
ກ້ອງຖ່າຍພາບວົງຈອນປິດ ໄດ້ສະແດງໃຫ້ເຫັນເຮືອສຳລານ Viking ໄດ້ຕຳກັບເຮືອທ່ອງທ່ຽວ Mermaid ໃນຂະນະທີ່ເຮືອທັງສອງລຳ ແລ່ນຜ່ານຂົວ Margit ທີ່ຂ້າມແມ່ນ້ຳດານູບນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ