10 ປີແຫ່ງມໍລະດົກ ຂອງ ‘ໂຈໂກວີ’ ກັບຄຳຖາມເລື້ອງປະຊາທິປະໄຕ ທີ່ຕົກຕ່ຳລົງໃນ ອິນໂດເນເຊຍ

ປະທານາທິບໍດີ ອິນໂດເນເຊຍ ໂຈໂກ ວີໂດໂດ ຍົກມືທັກທາຍບັນດານັກຂ່າວ ຂະນະທີ່ທ່ານເຂົ້າໄປໃນຕຶກສະພາແຫ່ງຊາດ ກ່ອນການກ່າວຄຳປາໄສ ປະຈຳປີ ກ່ຽວກັບສະພາບຂອງປະເທດຊາດ ໃນນະຄອນຫຼວງ ຈາກາຕາ, ວັນທີ 16 ສິງຫາ 2024.

ນັກວິຈານແລດະຜູ້ສັງເກດການ ກ່າວຕໍ່ຣອຍເຕີສ໌ ໃນວາລະທີ່ປະທານາທິບຊດີ ໂຈໂກ ວີໂດໂດ ຂອງອິນໂດເນເຊຍ ກຳລັງຈະພົ້ນຈາກຕຳແໜ່ງ ສ້າງທັງພາບຄວາມຈຳໃນແງ່ການພັດທະນາຂອງປະເທດ ລວມເຖິງຄຳຖາເລື້ອງການທຳລາຍປະຊາທິປະໄຕ ແລະສົ່ງເສີມລະບົບອຸປະຖຳນິຍົມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ທ່ານໂຈໂກ ວີໂດໂດ ຫຼືທີ່ເອີ້ນກັນວ່າ ‘ໂຈໂກວີ’ ດຳລົງຕຳແໜ່ງຜູ້ນຳຄົບສອງວາລະຕາມທີ່ລັດຖະທຳມະນູນອະນຸຍາດ ແລະກຳລັງຈະລົງຈາກຕຳແໜ່ງໃນວັນທີ 20 ຕຸລາ ແລະຈະແທນທີ່ດ້ວຍ ທ່ານປຣາໂບໂວ ຊູບຽນໂຕ ອະດີດລັດຖະມົນຕີການກະຊວງປ້ອງກັນປະເທດ ທີ່ຊະນະການເລືອກຕັ້ງຄັ້ງຫຼ້າສຸດ.

ເຖິງແມ່ນຕະຫຼອດ 10 ປີພາຍໃຕ້ການນຳຂອງ ທ່ານວີໂດໂດ ອິນໂດເນເຊຍມີການພັດທະນາດ້ານເສດຖະກິດຢ່າງແຂງຂັນ ແລະມີໂຄງການພັດທະນາໂຄງສ້າງພື້ນຖານຂະໜາດໃຫຍ່ ແຕ່ນັກວິຈານ ເບິ່ງວ່າ ເສັ້ນເວລາດຽວກັນ ກໍໄດ້ເຫັນການຫວນຄືນມາຂອງລະບົບອຸປະຖຳນິຍົມ ການເມືອງວົງສາຄະນະຍາດ ແລະຄວາມບໍ່ໂປ່ງໃສໃນສານ ແລະສະຖາບັນອື່ນໆ.

ນັກວິເຄາະເບິ່ງດ້ວຍວ່າ ແນວໂນ້ມບັນຫາອາດຈະດຳເນີນຕໍ່ໄປ ຫລັງການໂອນຕໍ່ອຳນາດສູ່ທ່ານປຣາໂບໂວ ຜູ້ມີພື້ນຖານເປັນຊົນຊັ້ນນຳເດີມ ແລະອະດີດນາຍທະຫານທີ່ຖືກປົດອອກ ຈາກຂໍ້ກ່າວຫາລະເມີດສິດທິມະນຸດ ເຊິ່ງເປັນສິ່ງທີ່ທ່ານຍັງປະຕິເສດມາໂດຍຕະຫຼອດ.

ທ່ານແຄວິນ ໂອຣູດ ນັກວິເຄາະການເມືອງກ່າວວ່າ “ວິໂດໂດສ້າງຄວາມເສຍຫາຍຢ່າງຫຼາຍຕໍ່ປະຊາທິປະໄຕໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມ” ແລະການຂຶ້ນມຂອງ ປຣາໂບໂວ ກຊຖືວ່າ ໄດ້ເປັນບ່ອນທຳລາຍປະຊາທິປະໄຕຂອງປະເທດແລ້ວ.

ທ່ານວິໂດໂດ ຫັນມາສະໜັບສະໜູນ ທ່ານປຣາໂບໂວ ໃນການເລືອກຕັ້ງທີ່ຜ່ານມາ ເຖິງແມ່ນວ່າ ຈະຢູ່ຄົນລະພັກກັນກໍຕາມ ແຕ່ກໍມີລູກຊາຍຂອງທ່ານວິໂດໂດ ລົງສະໝັກໃນຖານະຮອງປະທານາທິບໍດີ.

ທີ່ຜ່ານມາ ທ່ານປຣາໂບໂວ ເຄີຍຮຽກຮ້ອງໃຫ້ແກ້ໄຂລັດຖະທຳມະນູນ ໃຫ້ກັບໄປໃຊ້ບົດບັນຍັດເດີມ ໃຫ້ປະທານາທິບໍດີຜູ້ທີ່ບໍ່ໄດ້ມາຈາກການເລືອກຕັ້ງໂດຍກົງຈາກປະຊາຊົນ ບໍ່ພຽງເທົ່ານັ້ນ ເມື່ອເດືອນມີນາ ທີ່ຜ່ານມາ ທ່ານອະທິບາຍວ່າ ປະຊາທິປະໄຕເປັນສິ່ງທີ່ມີຕົ້ນທຶນ ວຸ້ນວາຍ ແລະໜ້າເບື່ອໜ່າຍ.

ໂຄສົກຂອງທ່ານປຣາໂບໂວ ບໍ່ໄດ້ຕອບຮັບຄຳຂໍຄວາມເຫັນຂອງຣອຍເຕີສ໌.

ທ່ານວິໂດໂດ ທີ່ເຂົ້າວົງການການເມືອງດ້ວຍການຊູຈຸດຢືນດ້ານປະຊາທິປະໄຕ ຕໍ່ດ້ານການທຸຈະລິດ ແລະການບໍ່ມີເສັ້ນສາຍກັບກຸ່ມຊົນຊັ້ນນຳທະຫານ ແລະພົນລະເຮືອນ ແຕ່ສິບປີຜ່ານໄປ ກັບຖືກກ່າວຫາວ່າ ພະຍາຍາມແກ້ກົດໝາຍໃຫ້ເອື້ອປະໂຫຍດໃຫ້ສະມາຊິກຄອບຄົວ ແລະໃຊ້ກົນໄກລັດ ຄວບຄຸມສັດຕູທາງການເມືອງ.