ບໍລິສັດ ບັດຄຣີດິດ ຕົກລົງຊຳລະເງິນ ຕາມການຟ້ອງຮ້ອງ ແກ່ຮ້ານຂາຍຍ່ອຍແລ້ວ

  • ດຣ. ສິມມາລາ
    ທອງປານ ເທບວົງສາ

ບໍລິສັດບັດສິນເຊື່ອຫຼືຄຣີດິດ VISA

ບໍລິສັດບັດສິນ​ເຊື່ອ​ຫຼື​ຄຣີດິດ VISA ແລະ Master Card ຂອງສະຫະລັດ ແລະທະນາ
ຄານໃຫຍ່ຕ່າງໆ ໄດ້ຕົກລົງທີ່ຈະຊຳລະເງິນ 6 ພັນລ້ານໂດລາໃຫ້ ແກ່ບັນດາຮ້ານຂາຍ
ຍ່ອຍຈຳນວນ​ຫຼາຍໆ​ພັນຮ້ານ ເພື່ອຍຸຕິ​ການ​ຟ້ອງຮ້ອງກ່ຽວ ກັບການ​ກ່າວ​ຫາ​ໃນ​ການຕັ້ງ
ຄ່າທໍານຽມ ທີ່ພວກຮ້ານຂາຍເຄື່ອງຕ່າງໆຈະຕ້ອງ​ໄດ້ຈ່າຍ ເພື່ອຈະຮັບການຈ່າຍເງິນດ້ວຍ ບັດ​ຄຣີດິດໄດ້.

ແຕ່ວ່າ ຢູ່ສ່ວນນຶ່ງຂອງຂໍ້ຕົກລົງນັ້ນ ບັນດາຮ້ານຄ້າຈະສາມາດເກັບເງິນນໍາລູກຄ້າ​ໄດ້ຫລາຍ
ຂຶ້ນ ຖ້າຫາກພວກເຂົາເຈົ້າໃຊ້ບັດຄຣີດິດ. ແຕ່ກໍຍັງບໍ່ເປັນການຈະແຈ້ງເທື່ອວ່າ ຮ້ານຄ້າຕ່າງໆ ຈະຄິດເງິນເພີ້ມຂຶ້ນໃນຕົວຈິງຫລາຍປານໃດ.

ສິ່ງທີ່ເອີ້ນກັນວ່າຄ່າທໍານຽມໃນການຮູດບັດ ທີ່ຮ້ານຄ້າຕ້ອງໄດ້ຈ່າຍເພື່ອທົດແທນຄ່າດໍາ
ເນີນການຈ່າຍບັດຄຣີດິດ ແລະເດບິດ ທີ່ໄດ້ວາງອອກໂດຍບໍລິສັດຄຣິດິດຄາດ ແລະໄດ້ ຫລຸດກໍາໄລຂອງບໍລິສັດລົງ ໃນແຕ່ລະຄັ້ງ ທີ່ໄດ້ໃຊ້ບັດຄຣີດິດຊື້ເຄື່ອງ.

ການ​ຕົກລົງ​ກ່ຽວ​ກັບການຟ້ອງຮ້ອງດັ່ງກ່າວ ນອກຈາກຈະເປັນການຈ່າຍໃຫ້ແກ່ພວກຮ້ານ
ຄ້າຂາຍຍ່ອຍ​ແລ້ວ ຍັງເປັນການຫລຸດຄ່າທໍານຽມໃນການຮູດບັດ ແລະປ່ຽນແປງ ວິທີການ ທີ່ພວກເຂົາເຈົ້າຈະເຈລະຈາກ່ຽວກັບຄ່າທໍານຽມໃນອະນາຄົດ.

ພວກທະນາຍຄວາມ ທີ່ມີກ່ຽວພັນກັບຂໍ້ຂັດແຍ່ງທີ່ດໍາເນີນມາເປັນເວລາດົນນານນີ້ ເອີ້ນ
ການຕົກລົງ​ກັນ​ໃນ​ຄັ້ງນີ້ວ່າ ເປັນການຕົກລົງຕໍ່ຕ້ານການຜູກຂາດ ທີ່ໃຫຍ່ທີ່ສຸດຢູ່ໃນປະວັດ ສາດສະຫະລັດອາເມຣິກາ.