ເຊີນຊົມວີດີໂອ ເລື່ອງການສ້າງພາບ ເໝືອນຈິງ ທີ່ເປັນຮູບຮ່າງ ດ້ວຍການນຳໃຊ້ ພວກໂດຣນນ້ອຍໆ

Your browser doesn’t support HTML5

ໃນຂະນະທີ່ ພວກນັກຫຼິ້ນເກມຄອມ​ພິວ​ເຕີ້ ຫຼາຍຄົນຮູ້ດີວ່າ ພາບເໝືອນຈິງ ຫຼື virtual reality ແມ່ນເປັນຮູບສາມມິຕິ ທີ່ໄດ້ຖືກສາຍໃສ່ພວກແວນຕາພິເສດ. ມັນສາມາດຫລອກ ລວງສະໝອງຂອງທ່ານ ໃຫ້ຄິດວ່າ ໂລກໃນຄອມພິວເຕີ້ນັ້ນ ເປັນໂລກອັນແທ້ຈິງ. ແຕ່ຖ້າທ່ານ ພະຍາຍາມຈະຈັບມັນ ມັນ ຈະບໍ່ຢູ່ທີ່ນັ້ນ. ບັດນີ້ ບັນດານັກຄົ້ນຄວ້າຊາວການາດາ ກ່າວ ວ່າ ມັນອາດຈະເປັນໄປໄດ້ ທີ່ຈະສ້າງພາບເໝືອນຈິງ ທີ່ເປັນ ຮູບຮ່າງ ດ້ວຍການນຳໃຊ້ພວກໂດຣນນ້ອຍໆ. ຜູ້ສື່ຂ່າວຂອງ ວີໂອເອ George Putic ມີລາຍງານ ຊຶ່ງພຸດທະສອນ ຈະ ນຳມາສະເໜີທ່ານເປັນພາສາລາວ.