ບັນດາພະນັກງານເຮັດວຽກກູ້ໄພ ໃນບັງກລາແດັສ ໄດ້ເລີ້ມພາ
ກັນໃຊ້ອຸປະກອນຂະໜາດໜັກ ເພື່ອມ້ຽນມັດ ຕຶກຫັກພັງໂຮງ
ງານຢູ່ນອກເມືອງຫລວງ Dhaka ບ່ອນທີ່ມີ ຫລາຍຮ້ອຍຄົນ
ເສຍຊີວິດ ຈາກຕຶກຫັກພັງລົງມາໃນວັນພຸດແລ້ວນີ້.
ບັນດາພະນັກງານ ໄດ້ເລີ້ມກວດມ້ຽນບ່ອນຫັກພັງ ຢ່າງເອົາຈິງ
ເອົາຈັງໃນວັນຈັນມື້ນີ້ ຫລັງຈາກຫລາຍວັນທີ່ໄດ້ພະຍາຍາມຊອກ
ຫາ ແລະກູ້ໄພດ້ວຍເຄຶ່ອງມືຕ່າງໆ ແລະຫລັງຈາກໄຟໃໝ້ໄດ້
ມອດລົງ ຊຶ່ງອາດພົບເຫັນມີຜູ້ລອດຊີວິດຢູ່ຈາກຊາກຫັກພັງດັ່ງ
ກ່າວ.
ຢ່າງໜ້ອຍ 380 ຄົນເປັນທີ່ຊາບວ່າໄດ້ເສຍຊີວິດໄປກັບຕຶກຫັກພັງນັ້ນ. ຈໍານວນຂອງຜູ້ເສຍຊີວິດຄາດວ່າຈະມີສູງຂື້ນ ຈາກຈຳນວນທີ່ຫລາຍຮ້ອຍຄົນເຊື່ອກັນວ່າຫາຍສາບສູນຢູ່ນັ້ນ.
ນາຍົກລັດຖະມົນຕີ Sheik Hasina ໄດ້ຢ້ຽມຢາມຕຶກບ່ອນຫັກພັງດັ່ງກ່າວໃນວັນຈັນມື້ນີ້.
ໃນວັນອາທິດວານນີ້ ຕໍາຫລວດໄດ້ຈັບເຈົ້າຂອງໂຮງງານ ຢູ່ໄກ້ກັບຊາຍແດນອິນເດຍ. ທ່ານ Mohammed Sohel Rana ໄດ້ຫາຍສາບສູນໄປຕັ້ງແຕ່ຕຶກໄດ້ຫັກພັງລົງມາໃນວັນພຸດແລ້ວນີ້. ຕໍາຫລວດກ່າວວ່າ ທ່ານ Rana ແລະບັນດາຜູ້ບໍລິຫານໂຮງງານພາກັນບໍ່ຫົວຊານໍາ ການເຕືອນຂອງເຈົ້າໜ້າທີ່ ເພື່ອໃຫ້ຄົນພາກັນຍົກຍ້າຍອອກຈາກຕຶກ ຫລັງຈາກພວກກວດກາໄດ້ພົບເຫັນບ່ອນແຕກແຫງຢູ່ຕຶກ ໃນເວລາກວດກາໃນວັນອັງຄານແລ້ວນີ້.
ທ່ານ Rana ໄດ້ຖືກຈັບມື້ນຶ່ງຫລັງຈາກບັນດາເຈົ້າໜ້າທີ່ ໄດ້ນໍາໂຕຫົວໜ້າແຜນກໍ່ສ້າງ
ສອງຄົນ ແລະນັກວິຊະວະກອນສອງຄົນ ມາກັກຂັງໄວ້. ເທົ້າປັດຈຸບັນນີ້ ພວກເຈົ້າໜ້າທີ່ໄດ້ກັກຂັງ 7 ຄົນທີ່ພົວພັນກັບຕຶກຫັກພັງນັ້ນໄວ້ແລ້ວ.

Your browser doesn’t support HTML5
Bangladesh