ນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ສ້າງ "ຮູບແຕ້ມຂອງຂໍ້ມູນ" ແລະ "ປະຕິມາກໍາຂອງຂໍ້ມູນ" ຂຶ້ນມາໂດຍການໃຊ້ຊອບແວທີ່ສ້າງຂຶ້ນ ມາສະເພາະເພື່ອປ່ຽນຊຸດຂໍ້ມູນໃຫ້ກາຍເປັນສິລະປະ.
ທ່ານເວົ້າວ່າ "ສິ່ງທີ່ເຈົ້າກໍາລັງເບິ່ງຢູ່ນີ້ ຕົວຢ່າງເຊັ່ນ ອັນນີ້ ມັນແມ່ນການເອົາສິ່ງເກັບກໍາຮູບພາບຕົ້ນສະບັບ 300 ລ້ານ ອັນມາຈາກທໍາມະຊາດແທ້ໆ ແລະກໍ່ສ້າງປະຕິມາກໍາຂໍ້ມູນຄືນໃຫມ່."
ທ່ານອານາໂດ ເວົ້າວ່າ ປັນຍາປະດິດ ຫລື AI ແມ່ນເຄື່ອງມືທາງສິລະປະ. ທ່ານກ່າວດັ່ງນີ້:“ລອງວາດພາບເບິ່ງດອກໄມ້ທັງໝົດທີ່ມີຫຼາຍລ້ານດອກຢູ່ໃນໂລກນີ້. ບໍ່ມີວິທີໃດທີ່ຈະຈື່ຈໍາດອກໄມ້ທັງຫມົດໃນໂລກໄດ້. ແຕ່ດ້ວຍການໃຊ້ສູດຄໍາສັ່ງ AI ຂ້າພະເຈົ້າສາມາດເວົ້າໄດ້ຢ່າງງ່າຍດາຍວ່າໃນຕົວແບບ AI ອັນນີ້ ມີດອກໄມ້ທຸກປະເພດຢູ່ໃນແບບ AI ນີ້. ດຽວນີ້ ຂ້າພະເຈົ້າຢາກຈິນຕະນາວ່າ ມີແປງອັນນຶ່ງທີ່ຂ້າພະເຈົ້າສາມາດເອົາໄປໃສ່ໃນຈິດໃຈຂອງເຄື່ອງຈັກ ແລະທາສີດ້ວຍການໃສ່ສີອັນນີ້.”
ນັກສິລະປິນທີ່ຢູ່ໃນນະຄອນລອສ ແອນເຈີແລສ (Los Angeles) ໄດ້ໃຊ້ AI ຢູ່ໃນຫໍພິພິທະພັນສິລະປະທັນສະໄຫມ ໃນນະຄອນນິວຢອກ ເພື່ອສ້າງສິລະປະໃຫມ່ ຈາກການເກັບກໍາເອົາສິລະປະທີ່ມີຢູ່ໃນຫຼາຍກວ່າ 200 ປີ. ເຄື່ອງຈັກຮຽນຮູ້ ຍັງບັນທຶກການປ່ຽນແປງສະພາບແວດລ້ອມຂອງສິນລະປະ - ລວມທັງປະຕິກິລິຍາຕອບໂຕ້ຂອງຜູ້ຊົມ - ແລະວິວັດທະນາການໃນຕະຫລອດເວລາອີກດ້ວຍ.
ນັກວິທະຍາສາດລະບົບປະສາດຂອງມະຫາວິທະຍາໄລຄາລິຟໍເນຍ, ທ່ານ ເທເລີ ຄູນ (Taylor Kuhn) ໄດ້ຕິດຕາມການເຄື່ອນໄຫວຂອງສະຫມອງຂອງພວກອາສາສະຫມັກທີ່ເບິ່ງສິລະປະຂອງທ່ານອານາໂດລ.
ທ່ານຄູນເວົ້າວ່າ "ມີບາງສິ່ງບາງຢ່າງກ່ຽວກັບສິລະປະ AI ທີ່ເບິ່ງຄືວ່າມີສ່ວນກ່ຽວພັນກັບຂົງເຂດຮັບຮູ້ການສໍາພັດໃນສະໝອງ. ບໍ່ພຽງແຕ່ເລື້ອງການເບິ່ງເຫັນວ່າມັນເປັນແນວໃດເທົ່ານັ້ນ ແຕ່ຍັງດ້ານຮ່າງກາຍ- ກໍຄືຄວາມຮູ້ສຶກຂອງຮ່າງກາຍກ່ຽວກັບສິລະປະນັ້ນອີກ. ມັນເບິ່ງຄືວ່າ ບໍ່ໄດ້ເປັນພຽງວິທີການອັນນຶ່ງເທົ່ານັ້ນ. ມັນຍັງມີສ່ວນກ່ຽວ ພັນກັບຂົງເຂດການສໍາພັດທີ່ແຕກຕ່າງກັນ ໃນສະຫມອງອີກດ້ວຍ. ແລະໃນການເຮັດເຊັ່ນນັ້ນ, ມັນຍັງມີສ່ວນກ່ຽວພັນກັບຂົງເຂດນີ້ຂອງສະ ຫມອງທີ່ມີສ່ວນກ່ຽວຂ້ອງກັບການວາງແຜນ ຫຼື ຄວາມຄິດແບບປະດິດສ້າງອີກດ້ວຍ.”
ທ່ານຄູນເວົ້າວ່າ ມັນອາດສາມາດນໍາໄປສູ່ການນໍາໃຊ້ໃນການປິ່ນປົວສໍາລັບປັນ ຍາປະດິດຢູ່ໃນສິນລະປະທີ່ກ່ຽວພັນກັບພາກສ່ວນຕ່າງໆ ຂອງສະຫມອງທີ່ຮູ້ກັນດີວ່າ ຊ່ວຍຄວບຄຸມຄວາມຕຶງຄຽດ ຫຼື ຫຼຸດຜ່ອນຄວາມກັງວົນຈິດໃຈ.