ຢູ່ໃນບາງເຂດຂອງສະຫະລັດ ກໍາລັງກະກຽມການເປີດສົກຮຽນໃໝ່ ທັງຄູ-ອາ ຈານ ແລະນັກຮຽນຕ່າງກໍ່ພາກັນກຽມພ້ອມເຄື່ອງຂອງຕ່າງໆທີ່ສະໜອງເຂົ້າໃນການຮໍ່າຮຽນ ແລະທັງຄວາມພ້ອມໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19, ຍິ່ງໄປກວ່ານັ້ນ ການແຜ່ລະບາດຂອງສາຍພັນໃໝ່ເດລຕ້າ ກໍ່ຍິ່ງເປັນບັນຫາທີ່ສ້າງຄວາມກັງວົນໃຈໃຫ້ແກ່ທຸກໆຄົນຫລາຍສົມຄວນ ໂດຍສະເພາະກັບຄູອາຈານທີ່ສອນຢູ່ໃນໂຮງຮຽນ. ຕໍ່ບັນຫານີ້, ສິ່ງທີ່ພວກເຂົາເຈົ້າຈະປະຕິບັດໄດ້ດີທີ່ສຸດກໍ່ຄື ການດໍາເນີນງານຕາມຄໍາແນະນໍາຂອງທາງການຢູ່ໃນຂົງເຂດທີ່ພວກເຂົາເຈົ້າປະຕິບັດໜ້າທີ່ຢູ່, ທັງໝົດນັ້ນ ພວກເຮົາມີໂອກາດໄດ້ໂອ້ລົມກັບຍານາງພວງ ພະຍາໄຊ ເລ, ອາໄສຢູ່ເມືອງໂຄຣວິສ, ລັດຄາລິຟໍເນຍ ແລະເປັນຄູສອນໂຮງຮຽນປະຖົມຢູ່ທີ່ ເຟຣສໂນ ຢູນີຟາຍ ສະຄູລ ດິສທຣິກ (Fresno Unified School District) ຊຶ່ງຍານາງເວົ້າສູ່ຟັງວ່າ: ນັກຮຽນທີ່ສອນຢູ່ໂຮງຮຽນອາຍຸ 7-8 ປີ ເຂົາກໍ່ສັກຢາບໍ່ໄດ້, ພວກເຮົາບໍ່ຮູ້ວ່າເຂົາຈະໄປທາງໃດມາແດ່, ສໍາລັບໜ້າກາກອະນາໄມ ບາງທີເຂົາກໍ່ອາດຈະໃສ່ໝົດມື້ບໍ່ໄດ້ ເພາະອາກາດມັນຮ້ອນ, ອີງຕາມປະສົບການໃນປີຜ່ານມາແລ້ວ ກໍ່ຈະດໍາເນີນຕາມຫລັກການອັນເກົ່າຂອງທາງໂຮງຮຽນ, ເຮັດໃຫ້ດີທີ່ສຸດເທົ່າທີ່ຈະດີໄດ້ ພະຍາຍາມປະຕິບັດຕາມລະບົບຂອງ CDC, ວຽກບ້ານທີ່ເອົາໃຫ້ນັກຮຽນກໍ່ຈະໃຫ້ເປັນທາງອອນລາຍ ແລະອື່ນໆ...ໂດຍມີລາຍລະອຽດບາງສ່ວນດັ່ງນີ້:
Your browser doesn’t support HTML5
ເຊີນຟັງບາງສ່ວນໃນບົດສໍາພາດ ຍານາງ ພວງ ພະຍາໄຊ ເລ
ຢູ່ທີ່ເມືອງ Fresno ລັດຄາລີຟໍເນຍ ກໍາລັງຈະເປີດຮຽນມື້ທໍາອິດສໍາລັບນັກຮຽນທີ່ເລືອກເອົາລະບົບການຮຽນແບບກັບເຂົ້າໄປຮຽນຢູ່ໃນໂຮງຮຽນກັບນາຍຄູໃນວັນທີ 19 ສິງຫາທີ່ຈະມາເຖິງນີ້.