ພະຍາດໄວຣັສ COVID ຕິດແປດໃນກຸ່ມພວກຊາວໜຸ່ມ ‘ຫຼາຍຂຶ້ນຢ່າງໄວວາ’ ຢູ່ໃນສະຫະລັດ

ນາງ ເບັດຊາແບລ ອາຢາລາ ນັກສຶກສາສາຂາລັດຖະສາດ ທີ່ມະຫາວິທະຍາໄລ ລັດອາຣີໂຊນາ ໃຫ້ຖາຍຮູບຢູ່ວິທະຍາເຂດ ໃນວັນອັງຄານ ທີ 8 ກັນຍາ 2020, ໃນເມືອງເທັມເປ ລັດອາຣີໂຊນາ.

ກໍລະນີຄົນເປັນພະຍາດໂຄວິດ-19 "ເພີ່ມຂຶ້ນຢ່າງໄວວາໃນກຸ່ມຄົນໜຸ່ມຢູ່ສະຫະລັດ," ອີງຕາມເອກະສານສຶກສາຄົ້ນຄວ້າຂອງມະຫາວິທະຍາໄລ ຮາວາດ ທີ່ນຳອອກເຜີຍແຜ່ ຢູ່ໃນວາລະສານທາງການແພດ ຈາມາ (JAMA) ທາງອອນລາຍ.
https://jamanetwork.com/journals/jamainternalmedicine/fullarticle/2770542?guestAccessKey=87e8344a-8e2f-4ca8-8e1a-95be53bbf71e&utm_source=silverchair&utm_medium=email&utm_campaign=article_alert-jamainternalmedicine&utm_content=olf&utm_term=090920

ການສຶກສາຄົ້ນຄົ້ນທີ່ວ່ານີ້ ລວມມີກຸ່ມຄົນໜຸ່ມອາຍຸລະຫວ່າງ 18 ຫາ 34 ປີ ຈຳນວນ 3,222 ຄົນ.

ການຄົ້ນຄວ້າພົບວ່າພວກຄົນໜຸ່ມ "ປະສົບກັບຜົນກະທົບທີ່ບໍ່ດີຢ່າງຫລວງຫລາຍ: 21 ເປີເຊັນ ຕ້ອງໄດ້ເຂົ້ານອນປິ່ນປົວຢູ່ໃນຫ້ອງມໍລະສຸມ, 10 ເປີເຊັນຕ້ອງໄດ້ໃຊ້ ເຄື່ອງຈັກຊ່ວຍຫາຍໃຈ, ແລະ 2.7 ເປີເຊັນ ໄດ້ເສຍຊີວິດໄປ."

ພວກຄົນເຈັບທີ່ເປັນໂຣກອ້ວນພີ, ຄວາມດັນເລືອດສູງ, ແລະເບົາຫວານທີ່ຮ້າຍ ແຮງນັ້ນ “ແມ່ນມີຄວາມສ່ຽງສູງກວ່າຄົນອື່ນຕໍ່ສະພາບການທີ່ບໍ່ດີອັນນີ້.” ບັນດານັກຄົ້ນຄວ້າພົບວ່າ ຄົນໜຸ່ມທີ່ມີພະຍາດຕິດຕົວຫຼາຍກວ່ານຶ່ງຊະນິດຂຶ້ນໄປ ແມ່ນ "ປະເຊີນກັບຄວາມສ່ຽງໃນລະດັບເທົ່າທຽມກັນກັບພວກທີ່ຖືກຕິດຕາມເບິ່ງທີ່ເປັນຜູ້ໃຫຍ່ໄວກາງຄົນທີ່ບໍ່ມີພະຍາດເຫລົ່ານີ້." ຄົນເຈັບເປັນຄົນຜິວດຳ ແລະເຊື້ອສາຍສະເປນແມ່ນກວາມເອົາຫລາຍກວ່າເຄິ່ງນຶ່ງຂອງຈໍານວນຄົນເຈັບ ທີ່ຕ້ອງໄດ້ເຂົ້ານອນໂຮງໝໍ.

ຢູ່ໃນບົດລາຍງານຂອງສູນຄວບຄຸມ ແລະ ປ້ອງກັນພະຍາດສະບັບນຶ່ງອີກຕ່າງຫາກ ກ່າວວ່າ ການຄົ້ນຄວ້າກ່ຽວກັບຄົນເຈັບທີ່ມີອາການເປັນພະຍາດນີ້ຈາກ ສະຖານທີ່ປິ່ນປົວສຸຂະພາບຂອງສະຫະລັດ 11 ແຫ່ງພົບວ່າ ຈໍານວນຜູ້ທີ່ຖືກກວດພົບວ່າ ເປັນພະຍາດໂຄວິດ-19 ມີແນວໂນ້ມທີ່ຈະລາຍງານວ່າໄດ້ໄປກິນອາຫານຢູ່ຮ້ານອາຫານຫລາຍກວ່າ ຜູ້ທີ່ຖືກກວດພົບວ່າ ບໍ່ເປັນພະຍາດນີ້ ເຖິງສອງເທົ່າ. https://www.cdc.gov/mmwr/volumes/69/wr/mm6936a5.htm?s_cid=mm6936a5_x

ນາຍົກລັດຖະມົນຕີອັງກິດ, ທ່ານ ໂບຣິສ ຈອນສັນ (Boris Johnson) ໄດ້ປະກາດໃນອາທິດນີ້ວ່າ ລັດຖະບານຂອງທ່ານຈະເປີດໂຄງການທີ່ຕ້ອງໄດ້ໃຊ້ ຄວາມພະຍາຍາມສູງເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ຢ່າງໜ້ອຍເຄິ່ງລ້ານຄົນຕໍ່ມື້ ໂດຍໃຫ້ໄດ້ຮັບຜົນກວດກັບຄືນມາພາຍໃນບໍ່ເທົ່າໃດນາທີ. ທ່ານຈອນສັນ ກ່າວວ່າ ທ່ານຫວັງວ່າໂຄງການ “ປ່ອຍຍານອະວະກາດຂຶ້ນສູ່ດວງຈັນ” ເຊິ່ງເປັນການອ້າງອີງເຖິງໂຄງການທີ່ເອີ້ນວ່າ “moonshot” ທີ່ເປັນການລົງໄປຈອດຢູ່ເທິງດວງຈັນຂອງຄົນອາເມຣິກາໃນຊຸມປີ 1960 - ຈະມີຂຶ້ນໃນທ້າຍປີນີ້, ແລະຈະເຮັດໃຫ້ອັງກິດກັບຄືນສູ່ສະພາບປົກກະຕິ ແລະເຮັດໃຫ້ ຜູ້ທີ່ມີຜົນກວດຫາໄວຣັສໂຄໂຣນາທີ່ເປັນລົບນັ້ນມີເສລີພາບຫຼາຍຂຶ້ນ.

ທ່ານຈອນສັນໄດ້ປະກາດໂຄງການລິເລີ່ມການກວດຄົນເປັນຈໍານວນມະຫາສານ ອອກມາພ້ອມກັນກັບຄຳສັ່ງໃໝ່ທີ່ຈຳກັດຈຳນວນຄົນທີ່ເຂົ້າຮ່ວມການຊຸມນຸມກັນໃນສັງຄົມ ສ່ວນໃຫຍ່ໄດ້ບໍ່ເກີນ 6 ຄົນ ຫລຸດລົງຈາກ 30 ຄົນທີ່ມີຢູ່ໃນປັດຈຸບັນ.

ຂໍ້ຈຳກັດໃໝ່ທີ່ວ່ານີ້ຈະມີຜົນບັງຄັບໃຊ້ໃນອາທິດໜ້າ, ຂະນະທີ່ອັງກິດກຳລັງປະສົບກັບການເພີ່ມຂຶ້ນຢ່າງໄວວາຂອງກໍລະນີຄົນເປັນພະຍາດນີ້ລາຍໃໝ່ ເກືອບ 3,000 ຄົນຕໍ່ມື້ໃນຊຸມອາທິດທີ່ຜ່ານມານີ້, ເຊິ່ງເປັນຕົວເລກປະຈຳວັນທີ່ສູງທີ່ສຸດນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ