ໂຄວິດ-19 ກາຍມາເປັນສ່ວນນຶ່ງ ໃນການດໍາລົງຊີວິດ ປະຈໍາວັນ

ແຟ້ມຮູບພາບ-ເຈົ້າໜ້າທີ່ທາງດ້ານເທັກນິກ ກວດສອບຂວດຢາທີ່ບັນຈຸວັກຊີນໂຄວິດ-19 ຟາຍເຊີ ແລະໄບໂອແທັກຢູ່ໃນໂຮງງານຂອງບໍລິສັດ ໃນເມືອງ ເປີ (Puur), ປະເທດແບລຈ້ຽມ, ເດືອນມີນາ, ປີ 2021. ຮູບພາບໂດບຟາຍເຊີ.

ແຟ້ມຮູບພາບ-ເຈົ້າໜ້າທີ່ທາງດ້ານເທັກນິກ ກວດສອບຂວດຢາທີ່ບັນຈຸວັກຊີນໂຄວິດ-19 ຟາຍເຊີ ແລະໄບໂອແທັກຢູ່ໃນໂຮງງານຂອງບໍລິສັດ ໃນເມືອງ ເປີ (Puur), ປະເທດແບລຈ້ຽມ, ເດືອນມີນາ, ປີ 2021. ຮູບພາບໂດບຟາຍເຊີ.

Your browser doesn’t support HTML5

ເຊີນຟັງການລາຍງານຂ່າວ ໂຄວິດ-19 ທີ່ເປັນສ່ວນນຶ່ງໃນການດໍາລົງຊີວິດປະຈໍາວັນ

ຈາກສະຖານະການຂອງໂຄວິດ-19 ທີ່ຍັງມີການລະບາດແບບບໍ່ຫລຸດລົງ ເຖິງຈະມີວັກຊີນອອກມາປ້ອງກັນໄວຣັສດັ່ງກ່າວແລ້ວ, ມັນກໍ່ຍັງມີໄວຣັສທີ່ປັບໂຕຊະນິດໃໝ່ ອອກມາຕື່ມອີກ. ຕໍ່ບັນຫານີ້ ໄດ້ເຮັດໃຫ້ຜູ້ຄົນເລີ້ມຄິດວ່າ ເຮົາຄວນຈະປັບໂຕແນວໃດໃນການໃຊ້ຊີວິດປະຈໍາວັນໃຫ້ສອດຄ່ອງກັບຄວາມຫຍຸ້ງຍາກດັ່ງກ່າວເຊັ່ນ ພວກເຮົາຈະດໍາລົງຊີວິດແນວໃດໃຫ້ແທດເໝາະກັບສະຖານະການໂຕຈິງ, ບໍ່ກັງວົນ ແຕ່ລະມັດລະວັງຫລາຍຂຶ້ນ, ບໍ່ຢ້ານກົວ ແຕ່ຢູ່ແບບມີສະຕິ ມອງບັນຫາດັ່ງກ່າວໃຫ້ເຂົ້າມາເປັນສ່ວນນຶ່ງຂອງຊີວິດປະຈໍາວັນ, ໃຊ້ຊີວິດແບບບໍ່ປະໝາດ ຕິດຕາມຂ່າວສານກ່ຽວກັບສະຖານະການດັ່ງກ່າວໃຫ້ທັນກັບເວລາ ແລະເຫດການ. ດັ່ງທີ່ປະຊາຊົນຄົນນຶ່ງ ຜູ້ທີ່ອາໄສຢູ່ໃນລັດຄາລີຟໍເນຍກ່າວໃຫ້ VOA ຟັງວ່າ:

“ມັນຈະບໍ່ຫາຍໄປດອກ, ມັນຊິຢູ່ນີ້ລະ, ມັນບໍ່ອັນຕະລາຍຕໍ່ຊີວິດຫລາຍ ເພາະວ່າພວກເຮົາມີຢາປ້ອງກັນແລ້ວ ຫລາຍຄົນກໍ່ໄດ້ຮັບການສັກຢາແລ້ວ, ມັນຊິຄືກັນກັບໄຂ້ຫວັດໃຫຍ່ ຖ້າເຈົ້າໄດ້ຮັບການສັກຢາແລ້ວ ເຈົ້າກໍ່ຈະບໍ່ປ່ວຍເໝືອນດັ່ງກັບຄົນທີ່ບໍ່ໄດ້ຮັບການສັກຢາເລີຍ. ດັ່ງນັ້ນ ຂ້ອຍບໍ່ຄິດວ່າມັນຊິຫາຍໄປດອກ, ມັນກໍ່ຊິຄືກັນກັບພະຍາດອື່ນໆທີ່ຜ່ານມາໃນອະດີດເຊັ່ນໄຂ້ໝາກແດງ, ໂປລິໂອ, ເຈົ້າຈະຕ້ອງໄດ້ຮັບການສັກຢາວັກຊີນ.”

ອີງຕາມສູນກາງຊັບພະຍາກອນຂໍ້ມູນ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ ປະຈໍາວັນທີ 19 ກັນຍາ ປີ 2021 ແຈ້ງໃຫ້ຮູ້ວ່າ ພາຍໃນໄລຍະ 28 ມື້ທີ່ຜ່ານມານີ້ຢູ່ທົ່ວໂລກມີຜູ້ຕິດເຊື້ອ 16,701,484 ຄົນ, ເສຍຊີວິດໄປແລ້ວ 261,622 ຄົນ ເຊິ່ງໃນນັ້ນ ສະຫະລັດມີຫລາຍກວ່າໝູ່ 4,290,319 ຄົນ, ເສຍຊີວິດໄປ 44,846 ຄົນ. ຮອງລົງມາ ແມ່ນປະເທດອິນເດຍ ແລະ ຕິດຕາມດ້ວຍສະຫະລາດຊະອານາຈັກອັງກິດ.