ເລື້ອງ ພະຍາດໂຄວິດ ງົບປະມານ ການປ້ອງກັນປະເທດ: ລັດຖະສະພາ ກຽມປະເຊີນກັບ ສັບປະດາ ທີ່ຍາກລຳບາກ

ແສງໄຟສ່ອງແສງຜ່ານປ່ອງຂອງຕຶກລັດຖະສະພາສະຫະລັດ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນຈັນ ເດືອນມີນາ ທີ16, 2020. ໂດຍມີຄວາມຮີບດ່ວນທີ່ບໍ່ເຄີຍເຫັນມາກ່ອນ ນັບຕັ້ງແຕ່ພາວະທົດຖອຍຍິ່ງໃຫຍ່ດ້ານເສດຖະກິດ.

ບັນດາສະມາຊິກສະພາຂັ້ນສູງຂອງສະຫະລັດ ໃນວັນອາທິດວານນີ້ ໄດ້ພາກັນຂຸ້ນຂ້ຽວເລັ່ງບັນລຸຂໍ້ຕົກລົງທີ່ຍາກລຳບາກໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ ກ່ຽວກັບຊຸດງົບປະມານຊ່ອຍເຫຼືອຍ້ອນໄວຣັສໂຄໂຣນາທີ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ຊຶ່ງຮ່າງກົດໝາຍງົບປະມານດັ່ງກ່າວ ຈະຫລີກເວັ້ນການປິດລັດຖະບານ ແລະຮ່ວມທັງງົບປະການປ້ອງກັນນຳດ້ວຍ.

ແລະເວລາແມ່ນໃກ້ຈະໝົດລົງ.

ກົດໝາຍງົບປະມານຂອງລັດຖະບານກາງໃນປັດຈຸບັນນີ້ ຈະໝົດອາຍຸລົງໃນວັນທີ 11 ທັນວານີ້. ຖ້າລັດຖະສະພາ ບໍ່ສາມາດຕົກລົງກັນກ່ຽວກັບງົບປະມານຊຸດໃໝ່ອັນນຶ່ງໄດ້ພາຍໃນວັນດັ່ງກ່າວແລ້ວ ເງິນສາທາລະນະຂອງອາເມຣິກາ ກໍຈະຄ່ອຍໝົດໄປໃນທັນທີ.

ເພື່ອທີ່ຈະຫລີກເວັ້ນການປິດລັດຖະບານ ລັດຖະສະພາອາດຕັດສິນໃຈຮັບຜ່ານກົດໝາຍຊົ່ວຄາວ ໃນບໍ່ເທົ່າໃດວັນຂ້າງໜ້ານີ້ ເພື່ອໃຫ້ເວລາແກ່ຕົນວໃນລະຫວ່າງດຽວນີ້ ຫາວັນຄຣິສມັສ ເພື່ອຈະບັນລຸຂໍ້ຕົກລົງງົບປະມານປະຈຳປີ 2021.

ບັນດາຜູ້ນຳຂອງພັກຣີພັບບລີກັນ ແລະເດໂມແຄຣັດ ໄດ້ບົ່ງບອກວ່າ ພວກເພິ່ນຢາກໃຫ້ຮ່າງກົດໝາຍງົບປະມານລວມມີ ມາດຕະການຊ່ອຍເຫຼືອເສດຖະກິດຂັ້ນຕໍ່ໄປຍ້ອນໄວຣັສໂຄໂຣນາ ຊຶ່ງໄດ້ເປັນຫົວຂໍ້ຂອງການເຈລະຈາທີ່ຂົມຂື່ນ.

“ແທ້ຈິງແລ້ວ ມັນເປັນຄວາມພະຍາຍາມແບບມະນຸດສຸດຍອດ ໃນພາກສ່ວນຂອງພວກເຮົາ ເພື່ອຊ່ອຍເຫຼືອປະຊາຊົນຊາວອາເມຣິກັນໄວທີ່ສຸດເທົ່າທີ່ເປັນໄປໄດ້” ທ່ານດິກ ເດີບິນ ສະມາຊິກສະພາສູງຈາກພັກເດໂມແຄຣັດ ໄດ້ກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC.

ບັນດາສະມາຊິກສະພາ ໄດ້ທຳການເຈລະຈາກັນມາໄດ້ຫຼາຍເດືອນໃນການຮັບຜ່ານຮ່າງກົດທີ່ກ່າວມານັ້ນ ແຕ່ບໍ່ສາດມາດລົງລອຍກັນໄດ້ ໃນຈຳນວນເງິນໃຊ້ຈ່າຍ ແລະຈະໃຊ້ຈ່າຍໃນພາກສ່ວນໃດ.

ທ່ານເດີບິນ ໄດ້ສະໜັບສະໜຸນ ຊຸດການຊ່ອຍເຫຼືອທີ່ທັງສອງພັກໄດ້ນຳສະເໜີໃນອາທິດນີ້ ມູນຄ່າ 908 ພັນລ້ານໂດລາ.

ບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດ ແລະຣີພັບບລີກັນ ພ້ອມກັບທີມງານຂອງພວກເພິ່ນ ໄດ້ພາກັນເຮັດວຽກຕະຫຼອດວັນທ້າຍສັບປະດາ ເພື່ອຮ່າງຂໍ້ຄວາມລາຍລະອຽດຕ່າງໆຂອງຮ່າງກົດໝາຍ ຊຶ່ງ ທ່ານບີລ ແຄສສີດີ ສະມາຊິກສະພາສູງຈາກພັກຣີພັບບລີກັນ ໄດ້ກ່າວຕໍ່ ລາຍການ “Fox News Sunday” ວ່າ “ບາງທີອາດ ຈະອອກມາໃນຕົ້ນສັບປະດານີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ