ຢາວັກຊິນ ກັນໂຄວິດ-19 ຂອງ ສຫລ ຈະຖືກທົດລອງ ໃນວົງກວ້າງຄັ້ງທໍາອິດ ໃນເດືອນໜ້າ

ພວກນັກຄົ້ນຄວ້າເຮັດວຽກຢຸ່ໃນຫ້ອງທົດລອງຂອງບໍລິສັດ Yisheng Biopharma ໃນນະຄອນ Shenyang ໃນແຂວງ Liaoning ທາງພາກຕາເວັນອອກສຽງເໜືອຂອງຈີນ, ວັນທີ 10 ມິຖຸນາ, 2020

ບໍລິສັດເທັກໂນໂລຈີທາງຊີວະພາບຂອງສະຫະລັດເວົ້າວ່າ ຕົນຈະທໍາການທົດ ລອງຢາວັກຊິນທີ່ອາດກັນ ໄວຣັສໂຄໂຣນາໄດ້ ແບບແຜ່ຜາຍອອກຢ່າງກວ້າງ ເປັນຄັ້ງທໍາອິດໃນເດືອນໜ້ານີ້.

ບໍລິສັດໂມເດິນາ ກໍາລັງເຮັດວຽກຮ່ວມກັບສະຖາບັນການແພດແຫ່ງຊາດຂອງສະ ຫະລັດ ໃນການພັດທະນາຢາວັກຊິນ ຕ້ານພະຍາດໂຄດວິດ-19 ນີ້.

ບໍລິສັດດັ່ງກ່າວເວົ້າໃນວັນພະຫັດວານນີ້ວ່າ ຕົນຈະທໍາການສຶກສາຄົ້ນຄວ້າ ຂະ ໜາດໃຫຍ່ບັ້ນທໍາອິດ ໃນເດືອນໜ້າ ໂດຍສັກຢາໃສ່ຜູ້ອາສາສະໝັກ 30,000 ຄົນ. ບາງຄົນ ຈະໄດ້ຮັບຢາວັກຊິນຢ່າງແທ້ຈິງ ແລະຄົນອື່ນໆ ແມ່ນຈະໄດ້ຮັບ ຢາທຽມ.

ບໍລິສັດຊິໂນວັກ (Sinovac), ຊຶ່ງເປັນບໍລິສັດເທັກໂນໂລຈີທາງຊີວະພາບຂອງ ຈີນ ກໍມີແຜນທີ່ຈະທົດລອງຢາວັກຊິນຂອງຕົນໃນເດືອນໜ້ານີ້ເຊັ່ນກັນ ກັບອາ ສາສະໝັກ 9,000 ຄົນຢູ່ໃນບຣາຊີລ. ບຣາຊີລຍັງຈະເປັນພື້ນທີ່ການທົດລອງຢາວັກຊິນ ທີ່ພັດທະນາໂດຍມະຫາວິທະ ຍາໄລອອກສ໌ຝອດຂອງອັງກິດອີກດ້ວຍ.

ລັດຖະບານຂອງທ່ານ ທຣໍາ ກໍາລັງເຮັດວຽກຮ່ວມກັບຫ້ອງທົດລອງເອກະຊົນ ໃນສິ່ງທີ່ຕົນເອີ້ນວ່າໂຄງການ “ປະຕິບັດງານເພື່ອລະງັບພະຍາດໄດ້ຢ່າງວ່ອງ ໄວຫລື “Operation Warp Speed” ທີ່ຫວັງວ່າຈະມີຢາວັກຊິນຕ້ານໂຄວິດ-19 ຈໍານວນ 300 ລ້ານຂະໜາດກຽມໄວ້ ເພື່ອເອົາອອກມາໃຫ້ໃຊ້ໃນເດືອນມັງ ກອນປີໜ້ານີ້.

ແຕ່ວ່າພວກນັກຊ່ຽວຊານກໍເວົ້າວ່າ ມັນບໍ່ເຄີຍມີການຮັບປະກັນໃດໆ ວ່າຢາວັກ ຊິນຊະນິດນຶ່ງຈະໃຊ້ໄດ້ຜົນ ຫລືວ່າຖ້າມັນໃຊ້ໄດ້ຜົນ ມັນກໍຈະໃຫ້ການປ້ອງກັນ ໄດ້ດົນກວ່າສອງສາມເດືອນບໍ່.

ການສຶກສາຄົ້ນຄວ້າອັນນຶ່ງອີກ ໄດ້ທໍານາຍວ່າ ຄົນຫລາຍລ້ານຄົນ ໄດ້ຕົກໄປ ຢູ່ໃນສະພາບທີ່ທຸກຈົນທີ່ສຸດຍ້ອນການລະບາດຢ່າງໜັກຂອງໄວຣັສໂຄໂຣນາ.

ບົດລາຍງານຂອງມະຫາວິທະຍາໄລອົງການສະຫະປະຊາຊາດເວົ້າວ່າ ຜົນຮ້າຍ ຕາມມາທາງເສດຖະກິດອາດຈະເຮັດໃຫ້ 395 ລ້ານຄົນ ຕົກໄປຢູ່ໃນສະພາບທີ່ ເຮັດໃຫ້ເຂົາເຈົ້າຕ້ອງໄດ້ດໍາລົງຊີວິດໂດຍມີເງິນເພື່ອໃຊ້ຈ່າຍພຽງແຕ່ 1.9 ດອນ ລາຕໍ່ມື້ ຫລື ໜ້ອຍກວ່ານັ້ນ ຊຶ່ງເປັນຄໍານິຍາມທີ່ໝາຍເຖິງຄວາມທຸກຈົນສຸດຂີດ ເລີຍ.

ບົດລາຍງານອັນນຶ່ງອີກຕ່າງຫາກ ຂອງທະນາຄານໂລກໃນອາທິດນີ້ ເວົ້່າວ່າ ຄົນທີ່ຢູ່ໃນສະພາບທີ່ທຸກຈົນທີ່ສຸດມີຢູ່ປະມານ 70 ຫາ 100 ລ້ານຄົນ.

ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ