ໂຄວິດ-19 ເຮັດໃຫ້ຂະແຫນງ ການຜະລິດສິນຄ້າ ເພື່ອສົ່ງອອກຂອງລາວ ຫລຸດລົງ

ລົດບັນທຸກສິນຄ້າຜ່ານແດນລະຫວ່າງໄທ ແລະລາວຈອດຢູ່ສາງທີ່ນາແລ້ງ, ນະຄອນຫລວງວຽງຈັນ

ເຫດການທີ່ພົ້ນເດັ່ນຢູ່ເວທີສາກົນ ແລະຫລາຍພາກພື້ນທີ່ເກີດມາຈາກການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນຂະແໜງການຜະລິດອຸດສາຫະກໍາ ທີ່ ກວາມເອົາປະມານ 13.55 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນຂອງປະເທດນັ້ນ. ສ່ວນໃຫຍ່ຂະແໜງຜະລິດອຸດສະຫະກໍາຂອງລາວແມ່ນການຜະລິດສິນຄ້າເພື່ອສົ່ງອອກ. ອີງຕາມການປະເມີນຜົນກະທົບຂອງ ພະຍາດໂຄວິດ-19 ໂດຍອົງການພັດທະນາດ້ານອຸດສາຫະກໍາຂອງອົງການສະ ຫະປະຊາຊາດແລ້ວ ກໍແມ່ນວ່າໂຮງງານຜະລິດສິນຄ້າເພື່ອສົ່ງອອກນັບແຕ່ຂະ ໜາດນ້ອຍໆ ຈົນເຖິງໂຮງງານຂະໜາດໃຫຍ່ ລ້ວນແຕ່ໄດ້ຮັບຜົນກະທົບ ເມື່ອການສັ່ງຊື້ສິນຄ້າຫລຸດລົງ ແຕ່ວ່າ ດັ່ງດຽວກັນກັບການໃຫ້ສໍາພາດກັບເຈົ້າຂອງໂຮງງານຜະລິດສິນຄ້າເພື່ອສົ່ງອອກຂະໜາດກາງທ່ານນຶ່ງ ບັນດາໂຮງງານເຫລົ່ານີ້ແມ່ນບໍ່ໄດ້ຮັບ ຫລື ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຢ່າງຈໍາກັດທີ່ສຸດ ເພື່ອຮັບມືກັບຜົນກະທົບຂອງສະພາບການນີ້. ບົວສະຫວັນ ມີລາຍລະອຽດຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຕໍ່ຂະແໜງການຜະລິດສິນຄ້າເພື່ອສົ່ງອອກ

ການລະບາດ ຂອງພະຍາດ COVID-19 ທີ່ຍັງບໍ່ມີໃຜ ຮູ້ໄດ້ວ່າເມື່ອໃດຈະສິ້ນສຸດລົງນັ້ນໄດ້ສົ່ງຜົນກະທົບຕໍ່ທຸກຄົນໃນໂລກ. ສໍາລັບຢູ່ໃນ ສປປ ລາວນັ້ນ ເຖິງແມ່ນວ່າຈະມີການຕິດພະຍາດນີ້ພຽງແຕ່ 22 ຄົນໃນໄລຍະເດືອນມີນາຫາເດືອນສິງຫາຜ່ານມາ ແລະ ກໍບໍ່ມີຜູ້ໃດເສຍຊີວິດຍ້ອນພະຍາດນີ້ກໍຕາມ ແຕ່ວ່າ ກໍບໍ່ສາມາດຫລີກລ້ຽງຜົນກະທົບທາງດ້ານເສດຖະກິດ ແລະສັງຄົມຈາກສະພາບ ການນີ້ໄດ້. ອີງຕາມການປະເມີນ ຜົນກະທົບຂອງການລະບາດພະຍາດໂຄວິດແບບເລັ່ງລັດທີ່ດໍາເນີນໂດຍອົງການພັດທະນາດ້ານອຸດສາຫະກໍາຂອງອົງການສະຫະປະຊາຊາດ ໃນທ້າຍເດືອນເມສາ ຫາເດືອນພຶດສະພາຜ່ານມາແລ້ວ ຜົນກະທົບທີ່ເຫັນໄດ້ຊັດກໍຄືໂຮງງານຜະລິດສິນຄ້າເພື່ອສົ່ງອອກແຕ່ ຂະໜາດນ້ອຍໆ ຊຶ່ງກໍຄືມີກໍາມະກອນ ປະມານ 10 ຫາ 50 ຄົນຈົນເຖິງໂຮງງານຂະໜາດໃຫຍ່ທີ່ມີກໍາມະກອນຫລາຍກວ່າ 200 ຄົນຂຶ້ນໄປລ້ວນ ແຕ່ໄດ້ຮັບ ຜົນກະທົບຈາກກະແສຟອງຂອງການ ລະບາດພະຍາດດັ່ງກ່າວ ຢູ່ໃນໂລກ ແລະມາດຕະການປ້ອງກັນການແຜ່ລະບາດຂອງພະຍາດນີ້ຢູ່ໃນຫລາຍລະດັບດ້ວຍກັນ. ເຊັ່ນດຽວກັນ, ອີງຕາມການໃຫ້ສໍາພາດ ຂອງເຈົ້າໜ້າທີ່ທ່ານນຶ່ງໃນກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງແມ່ນວ່າການສົ່ງອອກສິນຄ້າ ຈະບໍ່ໄດ້ຢຸດສະງັກລົງກໍຕາມ ແຕ່ມັນກໍຊັກຊ້າລົງໃນເລື້ອງການຂົນ ສົ່ງສິນຄ້າຂ້າມຊາຍແດນຂອງລາວ ກັບປະເທດເພື່ອນບ້ານ ເຊັ່ນຈີນ, ໄທ ແລະຫວຽດນາມ ທີ່ຕ້ອງໄດ້ໃຊ້ມາດຕະການກວດກາຢ່າງເຄັ່ງຄັດຕໍ່ພວກທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າດັ່ງກ່າວ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້ :
“ກະມີສົ່ງອອກປົກກະຕິຢູ່ ແຕ່ກະຕ້ອງໄດ້ປະຕິບັດຕາມການກວດກາຢ່າງເຂັ້ມງວດຕາມຄໍາສັ່ງ ດ້ານການຄຸ້ມຄອງ ແລະຄວບຄຸມຂອງໜ່ວຍສະເພາະກິດການກວດກາຄຸ້ມ ການລະບາດພະຍາດໂຄວິດ ຊຶ່ງກໍເຮັດໃຫ້ຫລາຍອັນຊັກຊ້າແດ່ ..ດຽວນີ້ສິນຄ້າສົ່ງອອກກະຍັງມີແຕ່ສິນຄ້າກະສີກໍາ ແຜ່ນແພເຮົານີ້ແຫລະ.”

ອີງຕາມລາຍງານການປະເມີນຜົນກະທົບຂອງພະຍາດໂຄວິດ-19 ແບບເລັ່ງລັດ ໂດຍ ອົງການພັດທະນາດ້ານອຸດສາຫະກໍາຂອງອົງການສະຫະປະຊາຊາດທີ່ກ່າວມາຂ້າງເທິງ ທີ່ມີ 102 ບໍລິສັດເຂົ້າຮ່ວມນັ້ນ ສ່ວນໃຫຍ່ແລ້ວ ບໍລິສັດເຫລົ່ານີ້ມີ ຄວາມເປັນຫ່ວງຢູ່ສອງດ້ານກໍຄື ມີຄວາມຫຍຸ້ງຍາກທາງການເງິນເພີ້ມຂຶ້ນ ແລະມີການສັ່ງຊື້ສິນຄ້າຫລຸດລົງ. ເຊັ່ນດຽວກັນ, ຢູ່ໃນການໃຫ້ສໍາພາດ ຂອງຫົວໜ້າຝ່າຍບໍລິຫານຂອງໂຮງງານພັດລົມແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງຈັດຢູ່ໃນອັນດັບໂຮງງານຂະໜາດກາງ ກໍເຫັນວ່າ ມີການສົ່ງອອກໜ້ອຍລົງ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຊຶ່ງທ່ານ ເປີດເຜີຍກ່ຽວກັບລະດັບການສົ່ງອອກສິນຄ້າສູ່ວີໂອເອຟັງວ່າ :
“ສົ່ງໄປຢູ່ມັນຫາກສົ່ງໜ້ອຍ.., ໂອ່ຍດຽວນີ້ມັນຍາກນະດຽວນີ້ ໄປກະໄປໜ້ອຍຕະຫລາດກະແຄບລົງ…. ເອີ ກາປົກກະຕິ, ບໍ່ມີບັນຫາດອກສິນຄ້າມັນເຂົ້າອອກໄດ້ຢູ່ດອກ ແຕ່ບັນຫາມັນເລື້ອງຊື້ນີ້ແຫລະ ກະບໍ່ໄດ້ໄປ ໄດ້ມາທາງໃດ. ເຂົາກະບໍ່ຢາກຊື້,.. ມັນສົ່ງໄປຍາກ ແຕ່ກ່ອນກະມີລູກຄ້າສົ່ງໄປປະເທດ ກໍາປູເຈຍ, ພະມ້າ ມາເລເຊຍພຸ້ນນະ, ໄປໄທ ມັນຍາກຫລາຍສົ່ງເຂົ້າບ້ານເຂົາ ມັນກະກວດສອບບໍ່ແມ່ນງ່າຍ.”

ທ່ານກ່າວອີກວ່າ ສະພາບການນີ້ຍັງຈະແກ່ຍາວໄປອີກດົນ. ເມື່ອຖາມເຖິງເລື້ອງ ກໍາມະກອນ ແລະການຈ່າຍເງິນຄ່າແຮງງານໃຫ້ເຂົາເຈົ້ານັ້ນ ທ່ານຕອບວ່າ: “ກະມີປະມານ 70-80ຄົນນີ້ລະ ປະມານສໍ່ານີ້ແລ້ວ ເພາະວ່າໂຮງງານມັນໃຊ້ເຄື່ອງໂອໂຕໝົດນະ, ກະປົກກະຕິ ບໍ່ຕັດ, ຄັນຫລຸດຊິເອົາຫຍັງມາກິນ ກະຊວງແຮງງານເຂົາບໍ່ໄດ້ຊ່ວຍຫຍັງໄດ໋ ມັນກະຍັງດົນຢູ່ ມັນຍັງດົນຊົ່ວວ່າຊິເຂົ້າສະພາບເດີມ. ມັນຍັງບໍ່ທັນຫວິດ”.

ແຕ່ຢ່າງໃດກໍຕາມເຖິງຈະມີຜົນກະທົບເຊັ່ນນີ້ ທາງໂຮງງານຂອງພວກເຂົາເຈົ້າກະບໍ່ໄດ້ຮັບການຊ່ວຍເຫລືອອັນໃດເພີ້ມເຕີມ ເຊັ່ນການຫລຸດອັດຕາພາສີ, ຄ່ານໍ້າ ແລະຄ່າໄຟຟ້າຕ່າງໆ ນອກຈາກການຍົກເວັ້ນພາສີໃນການນໍາເຂົ້າວັດສະດຸ ແລະການສົ່ງອອກສິນຄ້າຕາມປົກກະຕິເທົ່ານັ້ນ.

ອີກດ້ານນຶ່ງ ດັ່ງວີໂອເອໄດ້ສະເໜີໄປໃນເດືອນແລ້ວນີ້ ຜົນກະທົບຂອງໂຣກລະບາດ ດັ່ງກ່າວນີ້ ຄາດວ່າຈະເຮັດໃຫ້ການເຕີບໂຕຂອງເສດຖະກິດແຕ່ນີ້ຫາ ທ້າຍປີນີ້ ຍັງຈະບອບບາງ ແລະ ມີຄວາມສ່ຽງສູງທີ່ຈະຫຼຸດລົງຈາກລະດັບທີ່ຄາດໝາຍໄວ້ເບື້ອງຕົ້ນ ເຊັ່ນ: ມູນຄ່າສົ່ງອອກ 6 ເດືອນ ຕົ້ນປີ (ບໍ່ລວມຄ່າໄຟຟ້າ) ຍັງຢູ່ໃນລະດັບຕໍ່າ ມີປະມານ 2.600 ລ້ານໂດລາ ຊຶ່ງຫຼຸດລົງ -5,1 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ທີີ່ມີ 2.800 ລ້ານໂດລາ, ອີງຕາມເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງຂອງ ກະຊວງອຸດສາຫະກໍາ ແລະການຄ້າ. ສິນຄ້າປະເພດເຄື່ອງ ນຸ່ງຫົ່ມ, ມັນຕົ້ນ, ກ້ວຍ, ກາເຟ, ເຍື່ອໄມ້, ເຈ້ຍ ແລະ ຊີ້ນສ່ວນເຄື່ອງເອເລັກໂທຣນິກ ຄາດວ່າໄດ້ຮັບຜົນກະທົບຫຼາຍສຸດ ຍ້ອນເສດຖະກິດຂອງຕະຫຼາດສົ່ງອອກ ເຊັ່ນ: ໄທ, ຈີນ, ຫວຽດນາມ ຂະຫຍາຍຕົວຊ້າ ຫຼື ຫຼຸດລົງ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້

Your browser doesn’t support HTML5

ເຊີນຊົມວີດິໂອບ່ອນທີ່ກ່ຽວຂ້ອງກັບການສົ່ງອອກສິນຄ້າຂອງລາວ