ສະພາ ເວເນຊູເອລາ ແຕ່ງຕັ້ງ ຜູ້ພິພາກສາໃໝ່ ທີ່ສານສູງສຸດ ສັ່ງໃຫ້ ເປັນໂມຄະ

ທ່ານ Juan Mendoza (ຂວາ) ຮອງປະທານຄົນທີສອງ ຂອງສານສູງສຸດ ເວເນຊູເອລາ ພ້ອມທັງເປັນ ປະທານສານລັດ ຖະທຳມະນູນ ນັ່ງຢູ່ຂ້າງທ່ານ Arcadio Delgado ສະມາຊິກ ສານລັດຖະທຳມະນູນ.

ສະພາ ​ທີ່​ຄວບ​ຄຸມ​ໂດຍພັກຝ່າຍ​ຄ້ານຂອງ Venezuela ​ໄດ້​ແຕ່ງ​ຕັ້ງບັນດາຜູ້​ພິ​ພາກ​
ສາ​ໃໝ່ຈຳນວນ​ນຶ່ງ ​ເຂົ້າຮັບ​ໜ້າ​ທີ່ຢູ່ສານ​ສູງ​ສຸດ ຊຶ່ງ​ເປັນການ​ເຄື່ອ​ນ​ໄຫວທີ່ ໄດ້​ປະກາດ
​ໃຫ້ເປັນ​ໂມຄະ​ໃນ​ທັນ​ທີ​ໂດຍສານ​ສູງ​ສຸດ ​ໃນ​ຄວາມ​ວຸ້ນວາຍ​ທາງ​ການ​ເມືອງຫລ້າ​ສຸດ
ທີ່​ເກີດ​ຂຶ້ນ​ໃນປະ​ເທດດັ່ງກ່າວ.

ສະພາ​ແຫ່ງຊາດ​ໄດ້​ແຕ່ງ​ຕັ້ງ ຜູ້​ພິພາສາ​ໃໝ່ 13 ຄົນ ​ແລະຜູ້​ພິພາກສຳລອງອີກ 20 ຄົນ
ໃນ​ວັນ​ສຸກ​ວານ​ນີ້ ​ແຕ່​ສານ​ສູງ​ສຸດ​ໄດ້​ຕັດສິນວ່າ ​ການ​ແຕ່ງຕັ້ງດັ່ງກ່າວ ລະ​ເມີດ​ຕໍ່​ລັດຖະ
ທຳ​ມະນູນ ​ແລະ​ເປັນ​ການ​ພະຍາຍາມ​ເພື່ອ​ຊ່ວງ​ຊິງ​ອຳນາດ​ທີ່​ຜິດ​ກົດໝາຍ.

ສະພາ​ ທີ່​ໄດ້​ຄອບ​ງໍາ​ໂດຍ​ພັກຝ່າຍ​ຄ້ານໄດ້ເກີດ​ການຂັດ​ແຍ້​ງກັບ​ບັນດາ​ຜູ້​ພິພາກສາ
ສານ​ສູ​ງສຸດ ​ທີ່ໄດ້ໃຫ້ການໜູນ​ຫລັງ​ປະທານາທິບໍດີ Nicolas Maduro ມາ ​ໂດຍ​ຕະ
ຫລອດໃນ​ສະພາບ​ການ​ທີ່​ບໍ່​ໄປ​ບໍ່​ມາ​ທາງ​ດ້ານ​ການ​ເມືອງ​ຂອງ​ເວ​ເນ​ຊູ​ເອລາ. ບັນດາ​
ສະມາຊິກ​ສະພາ​ຝ່າຍ​ຄ້ານ ​ມອງເຫັນ​ວ່າ ແຜນ​ຂອງ​ປະທານາທິບໍດີ ທີ່​ຈະ​ຂຽນ​ລັດຖະ
ທຳ​ມະນູນ​ຂຶ້ນ​ໃໝ່ນັ້ນ ແມ່ນ​ເປັນ​ການ​ຍາດ​ເອົາ​ອຳນາດ ​ໃນ​ຂະ ນະ​ທີ່​ສານ​ສູງ​ສຸດ​ ໃຫ້
ການ​ສະໜັບສະໜູນຕໍ່​ຄວາມ​ພະຍາຍາມດັ່ງກ່າວ.

ຜູ້ຊາຍຄົນນຶ່ງ ຖືທຸງເວເນຊູເອລາ ດ້ວຍຄຳເວົ້າ "ເສລີພາບ ສັນຕິພາບ ຍຸຕິທຳ" ຢືນຢູ່ຖະໜົນ ໃນນະຄອນ Caracas ປະເທດ Venezuela.

ມາ​ຮອດ​ວັນ​ພະຫັດແລ້ວ ຈຳນວນ​ຜູ້​ເສຍ​ຊີ​ວິດ​ໃນການປະ​ທ້ວ​ງຕໍ່ຕ້ານລັດຖະບານ
Venezuela ເປັນ​ເວລາ​ຫຼາຍໆ ໄດ້ເພີ່ມ​ຂຶ້ນ​ເປັນ 100 ຄົນ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີສີ່​ຄົນ​ໄດ້ເສຍຊີວິດ​ໃນ​ວັນ​ພະຫັດ ລະຫວ່າງ​ການ​ປະ​ທ້ວງ
​ໃນ​ເມືອງ Valencia ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ຊານ​ເມືອງ​ຂອງ​ນະຄອນ Caracas ​ແລະ​ຢູ່​ທີ່
​ລັດ Zulia ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ທ່ານ Julio Borges ຂວາສຸດ ປະທານສະແຫ່ງຊາດ ແລະຮອງແນວໂຮມພັກຝ່າຍຄ້ານເວເນຊູເອລາ.

ນຶ່ງ​ໃນ​ຈຳນວນ​ຜູ້​ເຄາະ​ຮ້າຍ​ແມ່ນ​ເດັກ​ນ້ອຍ​ຜູ້​ຊາຍ​ອາຍຸ 15 ປີ ທີ່​ໄດ້​ຖືກ​ຂ້າ​ຕາຍ​ໃນ
​ການ​ຕໍ່ສູ້​ກັບ​ຕຳຫລວດ​ຢູ່​ລັດ Zulia ​ໃນ​ຂະນະ​ທີ່​ພວກ​ທ້ວງ​ຝ່າຍ​ຄ້ານ ພາກັນ​ນັດ​ຢຸດ​
ງານ​ເປັນ​ເວລາ 24 ຊົ່ວ​ໂມງ​ໃນ​ທົ່ວ​ປະ​ເທດ.

ຜູ້​ຊາຍ​ອີກ​ຄົນ​ນຶ່ງ​ ໄດ້​ເສຍ​ຊີວິດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ລະຫວ່າງ​ການປະ​ທ້ວງ​ຕໍ່
ຕ້ານ​ລັດຖະບານ ຢູ່​ນອກ​ນະຄອນ Caracas ຫລັງ​ຈາກ​ໄດ້​ຖືກ​ຍິງ​ສີ່​ເທື່ອ. ພວກ​ເຈົ້າ​
ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ອີກ​ສອງ​ຄົນ​ໄດ້​ເສຍ​ຊີວິດ​ລະຫວ່າງ​ການ​ເດີນຂະ​ບວນ ທີ່​ພົວ
ພັນ​ກັບ​ການ​ນັດ​ຢຸດ​ງານ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ