ສານອຸທອນ ຕັດສິນ ເຫັນພ້ອມ ກັບກົດໝາຍ ບັດຜູ້ລົງຄະແນນສຽງ ໃນລັດເທັກຊັສ

ເຈົ້າໜ້າທີ່ປ່ອນບັດ ກວດເບິ່ງບັດປະຈຳໂຕ ຜູ້ປ່ອນບັດ ລົງຄະແນນສຽງ ທີ່ໜ່ວຍປ່ອນບັດເມືອງອອສຕິນ ລັດເທັກຊັສ ວັນທີ 26 ກຸມພາ 2014.

ສານ​ອຸທອນແຫ່ງນຶ່ງຂອງ​ສະຫະລັດ​ໄດ້​ຕັດສິນ​ວ່າ ລັດ​ເທັກ​ຊັສ ສາມາດ​ນຳ​ໃຊ້​ກົດໝາຍ
ອອກ​ບັດປະຈຳ​ໂຕໃຫ້​ຜູ້​ປ່ອນ​ບັດ ທີ່​ໄດ້ສັ່ງໃຫ້ໂຈະໂດຍສານ​ຊັ້ນຕົ້ນ ​ບົນພື້ນຖານ​ທີ່​ວ່າ ​ກົດໝາຍດັ່ງກ່າວຈຳແນກກີດກັນທາງດ້ານຜິວພັນຕໍ່ພວກ​ຊົນ​ກຸ່ມ​ນ້ອຍ.

ຢູ່​ໃນ​ການ​ຕັດສິນ 2 ຕໍ່ 1 ນັ້ນ ສານ​ອຸທອນ​ເຂດ 5 ຂອງ​ສະຫະລັດ ທີ່​ຕັ້ງ​ຢູ່ນະຄອນ​ນິວ
ອໍ​ລິ​ນສ໌ ​ໄດ້​ຕັດສິນ​ວ່າ ກົດໝາຍ​ລັດ​ເທັກ​ຊັສ ແມ່ນເໝາະ​ສົມທີ່ຈະໃຊ້ທົດແທນ​ກົດໝາຍ​
ສະບັບຕົ້ນຕໍ​ໃນ​ປີ 2011 ທີ່ວ່າ ​ຜູ້ພິພາກສາ​ລັດຖະບານ​ກາງ​ໄດ້​ເຊື່​ອມຕໍ່​ເຂົ້າ​ກັບ “​ພາສີ
ປ່ອນບັດ" ສຳລັບ​ຜູ້ປ່ອນ​ບັດຊົນ​ກຸ່ມ​ນ້ອຍ.

ສານ​ກ່າວ​ວ່າ​ ຮ່າງ​ກົດໝາຍສະບັບ​ໃໝ່​ໄດ້ “ປັບປຸງໃຫ້​ດີ​ຂຶ້ນສຳລັບບັນດາ​ຜູ່​ປ່ອນ​ບັດ​
ຊົນ​ກຸ່ມ​ນ້ອຍ.” ບັນດາ​ຜູ້​ປ່ອນ​ບັດ​ຜູ້​ທີ່​ບໍ່​ມີ​ບັດປະຈຳ​ໂຕທີ່​ມີ​ຮູບ​ນັ້ນ ຍັງ​ສາມາດ​ປ່ອນ​ບັດ​
ໄດ້ ຖ້າ​ຫາກ​ເຂົາ​ເຈົ້າ​ເຊັນໃບ​ຢັ້ງຢືນ.

ບັນດາ​ຜູ້​ຕ້ອງຕິ​ກ່າວ​ວ່າ ກົດໝາຍສະບັບ​ໃ​ໝ່ອາດ​ໃຊ້​ເພື່ອຂົ່ມຂູ່ຕໍ່​ບັນ​ດາ​ຜູ້​ປ່ອນ​ບັດ ທີ່
ອາດຈະຕິດ​ຄຸກຫຼາຍປີ ຖ້າ​ຫາກ​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ ​ໄດ້​ຕົວະ​ຢູ່​ໃນ​ໃບ​ຢັ້ງ ຢືນ.

ຜູ້ປ່ອນບັດຄົນນຶ່ງ ຍ່າງຜ່ານປ້າຍທີ່ບອກວ່າ "ໃຫ້ມີບັດປະຈຳໂຕ ທີ່ມີຮູບໃຫ້ຮຽບຮ້ອຍ" ກ່ອນເຂົ້າໄປໜ່ວຍປ່ອນບັດ

​ໂຄສົກຂອງກະຊວງຍຸຕິທຳ ທ່ານເດວິນ ໂອມອລລີ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ
ວ່າ ພະແນການຂອງທ່ານມີຄວາມພໍໃຈກັບການຕັດສິນຂອງສານອຸທອນ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ກົດໝາຍ​ທີ່ສານ​ອຸທອນໄດ້​ໃຫ້ການອະນຸມັດສຳລັບ ລັດ
​ເທັກຊັສ ແມ່ນ​ນຶ່ງໃນກົດໝາຍປ່ອນບັດທີ່​ເຄັ່ງ​ຄັດທີ່ສຸດ​ຢູ່ໃນ​ປະ​ເທດ.

ເທັກ​ຊັສ ​ເປັນ​ລັດ​ທີ່​ມີປະຊາຊົນຮຫຼາຍທີ່ສຸດ ທີ່ຄວບຄຸມໂດຍພັກຣີພັບ​ບລິ​ກັນ.

​ພັກເດ​ໂມ​ແຄຣັດກ່າວ​ວ່າ ການ​ສໍ້ໂກງກ່ຽວກັບການລົງ​ຄະ​ແນນ​ສຽງ​ມັກບໍ່​ຄ່ອຍ​ມີ​ ​ແລະ
ພັກຣີພັບ​ບລິ​ກັນ ​ກຳລັງ​ຊອກ​ທາງບໍ່ໃຫ້​ຜູ້​ປ່ອນ​ບັດ​ຊົນ​ກຸ່ມ​ນ້ອຍ ​ທີ່​ມັກ​ຈະ​ໃຫ້ການສະ
ໜັບສະໜູນ​ພັກເດ​ໂມ​ແຄຣັດນັ້ນ ​ປ່ອນບັດໄດ້ ແລະບໍ່ມີທ່າທາງວ່າ ຈະບັງຄັບໃຫ້​ມີ​ບັດ
​ປະຈຳ​ໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ