ສານລັດຖະບານກາງ ສັ່ງໃຫ້ ລັດຖະບານ ທ. ທຣຳ ສານຕໍ່ ໂຄງການດາກາ ຄືນໃໝ່

ພວກເດັກນ້ອຍ ແນມອອກຈາກປ່ອງຢ້ຽມລົດຕູ້ ທີ່ເດີນທາງມາເຖິງ ຫ້ອງການສັງຄົມສົງເຄາະ ລູເທີຣັນ, ວັນທີ 26 ກໍລະກົດ 2018.

ຜູ້ພິພາກສາ ຂອງສານ​ລັດຖະບານ​ກາງ ທ່ານ​ນຶ່ງ ​ໄດ້​ຕັດສິນ​ວ່າ ລັດຖະບານ​ ປະທານາ
ທິບໍດີ​ ທຣໍາ ຕ້ອງ​ເລີ້ມ​ໂຄງການ​ທີ່ປົກ​ປ້ອງ ​ພວກ​ຊາວ​ໜຸ່ມ​ເຂົ້າເມືອງ​ຜິດ​ກົດໝາຍ ຜູ່​ທີ່
​ໄດ້​ນຳເຂົ້າ​ມາໃນ​ປະ​ເທດ​ ​ໃນເວລາທີ່ຍັງເຍົາໄວບໍ່ໃຫ້ຖືກ​ເນລະ​ເທດ ນັ້ນ ​ຄືນໃໝ່.

ຜູ້​ພິພາກສາ​ ຍັງ​ໄດ້ຕັດສິນ ​ວ່າ ​ສະຫະລັດຍັງ​ຕ້ອງຮັບ​ເອົາ​ ຄຳ​ຮ້ອງ​ໃໝ່ ​ສຳລັບ​ໂຄ​ງການ
​ ທີ່​ຮູ້ຈັກກັນ ຄື ​ການຍຸຕິດຳເນີນການ ຕໍ່ພວກເດັກນ້ອຍ​ ທີ່​ເຂົ້າ​ເມືອງໂດຍຜິດກົດໝາຍ
ຫຼື DACA​.

​ເຖິງ​ຢາງ​ໃດ​ກໍ​ດີ ຜູ້ພິພາກສາ ສານ​ປະຈຳ​ເຂດ​ເມືອງ ທ່ານ​ຈອນ​ ​ເບ​ດສ໌ ​ໃນ​ນະຄອນຫຼວງ​
ວໍ​ຊິງ​ຕັນ ກ່າວວ່າ ຄໍ​າສັ່ງ​ຂອງ​ທ່ານ ​ໃນ​ວັນສຸກ​ວານ​ນີ້ ​ໄດ້​ໃຫ້ເວລາ​ແກ່ລັດຖະບານ ​ຈົນ​
ກວ່າ​ ວັນ​ທີ 31 ສິງຫາ ​ເພື່ອ​ຕັດສິນ​ໃຈ ​ຖ້າ​ຫາກ​ຢາກຈະ​ອຸທອນ​ການ​ຕັດສິນ ​ຂອງ​ທ່ານ
ຫຼືບໍ່.

​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ ທ່ານ​ເບ​ດສ໌ ​ໄດ້​ໃຫ້​ ລັດຖະບານ 90 ມື້ ​ເພື່ອນຳສະ​ເໜີ ​
ການ​ໂຕ້​ແຍ້ງ ເພື່ອ​ຍຸຕິໂຄງການ​ DACA.

ຜູ້ພິພາສາ ​ກ່າວໃນ​ວັນ​ສຸກ​ວານ​ນີ້​ ຢູ່​ໃນຄຳ​ຕັດສິນ​ 25 ໜ້າ ວ່າ ການນຳສະ​ເໜີ​ຂອງ
ລັດຖະບານ​ບໍ່ມີເຫດຜົນ ທີ່​ຈະ​ປ່ຽນ​ການ​ຕັດສິນ​ໃຈ ​ຂອງ​ທ່ານ.

​ໃນ​ເດືອນ​ເມ​ສາ ທ່ານ​ເບ​ດສສ໌ ​ໄດ້ເອີ້ນ ​ເຫດຜົນຂອງ​ລັດຖະບານ​ ​ໃນ​ການ​ຍຸຕິ​ໂຄງການ
ດັ່ງກ່າວນັ້ນ ວ່າ “ປາດສະຈາກເຫດຜົນ ​ແລະ​ຕາມອຳເພີໃຈ.” ທ່ານ​ກ່າວ​ວ່າ​ ໄດ້​ບໍ່ສົມ
ເຫດສົມຜົນ “ພຽງພໍ ທີ່ຈະອະທິບາຍ ຜົນສະຫລຸບຂອງຕົນ ທີ່​ວ່າ ໂຄງການນີ້ ບໍ່​ຖືກ​ຕ້ອງ
ຕາມກົດໝາຍ.”

ສານ​ລັດຖະບານ​ກາງ​ ໃນລັດ ນິວຢອກ ​ແລະ​ ຄາ​ລີ​ຟໍ​ເນ​ຍ ​ເມື່ອ​ຕົ້ນ​ປີ​ນີ້​ ໄດ້​ສັ່ງໃຫ້ໂຄງ
ການ DACA ສືບ​ຕໍ່ດຳ​ເນີນການຂໍຕໍອາຍຸ ​ແຕ່ກໍ​ບໍ່​ຕ້ອງ​ການ​ ​ລັດຖະບານ ​ຮັບ​ເອົາ​ຄຳ​
ຮ້ອງ​ໃໝ່.

ໂຄງການ DACA ສະໜອງ​ວຽກຊົ່ວຄາວ ​ແລະບັດ​ການ​ສຶກສາ​ ໃຫ້​ແກ່​ພວກຊາວ​ໜຸ່ມ
​ເຂົ້າ​ເມືອງ ປະມານ 700,000 ຄົນ ບາງ​ຄັ້ງ​ຮ້ອງພວກ​ເຂົາ​ເຈົ້າ​ວ່າ “ພວກ​ມີ​ຄວາມ​ໄຝ່ຝັນ.”
ສຳ​ລັບ​ ພວກຄົນ​ເຂົ້າ​ເມືອງຄົນສ່ວນ​ຫຼາຍ​ເຫລົ່າ​ນີ້ ແລ້ວ ສະຫະລັດ ​ເປັນຖິ່ນຖ່ານແຫ່ງ
​ດຽວ​ທີ່ພວກ​ເຂົາ​ເຈົ້າ​ຮູ້. ພວກ​ເຂົາ​ເຈົ້າ​ເປັນ​ຜູ້ເສຍພາສີ ​ເຈົ້າ​ຂອງ​ທຸລະ​ກິດ​ຕ່າງໆ ມີ​
ຄອບຄົວ ​ແລະ​ຮຽນຈົບ​ມະຫາ​ວິທະຍາ​ໄລ ​ແລະ​ຮັບ​ໃຊ້​ຢູ່​ໃນ​ກອງທັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ