ພວກນັກຄົ້ນຄວ້າ ຈາກອົງການອະວະກາດ ຫຼື NASA ຂອງສະຫະລັດ ເດີນທາງໄປອອສເຕຣເລຍເພື່ອທຳການວິໄຈທີ່ອາດຈະຊ່ວຍການເດີນທາງໄປປະຕິບັດງານຢູ່ດາວພະອັງຄານ ໃນອະນາຄົດ. ຄະນະຜູ້ແທນຂອງອົງການ NASA ກຳລັງຊອກຫາຮ່ອງຮອຍ ຂອງສິ່ງທີ່ມີຊີວິດ ໃນຍຸກເລີ້ມຕົ້ນຂອງໂລກ ຊຶ່ງໃນທີ່ສຸດຈະຖືກນຳໄປປຽບທຽບໃສ່ຫີນ ທີ່ນຳກັບຄືນມາຈາກດາວພະອັງຄານ. ຟິລ ເມີເຊີ ມີລາຍງານຈາກອອສເຕຣເລຍ ຊຶ່ງທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງລາຍງານກ່ຽວກັບ ການທົດສອບຝຸ່ນສີແດງໃນປະເທດອອສເຕຣເລຍ ເພື່ອສົມທຽບໃສ່ຕົວຢ່າງຂອງດາວພະອັງຄານ ຈາກອົງການ NASA
ເຈົ້າໜ້າທີ່ອົງການ NASA ກ່າວວ່າ ຫຼາຍເຂດຂອງຟິລບາຣາ ໃນພາກຕາເວັນຕົກອອສເຕຣເລຍ ແມ່ນຄ້າຍຄືກັນກັບວ່າ “ຢ້ອນຄືນຫຼັງໃນເວລາ” ຊຶ່ງໃນບາງເຂດ ມີອາຍຸເຖິງ 3 ພັນ 500 ລ້ານປີ.
ໃນຂີ້ຝຸ່ນສີແດງຂອງພື້ນທີ່ສອກຫຼີກຫ່າງໄກອອສເຕຣເລຍ ພວກເຂົາເຈົ້າໄດ້ຄົ້ນພົບຫຼັກຖານຂອງສິ່ງທີ່ມີຊີວິດໃນຍຸກຕົ້ນໆຂອງໂລກ - ຄືຊາກຂອງສິ່ງທີ່ມີຊີວິດຂະໜາດນ້ອຍ ທີ່ຫຸ້ມດ້ວຍຫີນ.
ຄະນະເຈົ້າໜ້າທີ່ອົງການ NASA ມີແຜນທີ່ຈະປຽບທຽບຕົວຢ່າງເຫຼົ່ານີ້ ກັບຕົວຢ່າງທີ່ນຳກັບຄືນມາຈາກດາວພະອັງຄານ ເພື່ອຢາກຮູ້ວ່າ ມັນມີລັກສະນະໃດໆທີ່ຄ້າຍຄືກັນຫຼືບໍ່. ອົງການ NASA ກ່າວວ່າ ມັນອາດຈະໃຊ້ເວລາດົນກວ່ານຶ່ງທົດສະວັດ ກ່ອນທີ່ຈະນຳເອົາຫີນຈາກດາວພະອັງຄານກັບຄືນມາຍັງໂລກຂອງເຮົາໄດ້.
ທ່ານເອຣິກ ອຽນສັນ (Eric Ianson) ແມ່ນຜູ້ອຳນວຍການ ໂຄງການສຳຫຼວດດາວພະອັງຄານຂອງອົງການ NASA. ທ່ານກ່າວຕໍ່ອົງການອອກອາກາດ ຂອງ
ອອສເຕຣເລຍໃນວັນຈັນແລ້ວນີ້ວ່າ ຂີ້ຝຸ່ນສີແດງຂອງອອສເຕຣເລຍ ອາດຈະໃຫ້ຮ່ອງຮອຍກ່ຽວກັບອະດີດຂອງສິ່ງທີ່ມີຊີວິດຢູ່ດາວພະອັງຄານ.
ແຟ້ມຮູບ-ຕົ້ນໄມ້ຕົ້ນນຶ່ງທີ່ຮູ້ໃນຊື່ Ghost Gum ສາມາດພົບເຫັນໄດ້ໃນເຂດຊານເມືອງ Stonehenge ເຊິ່ງເປັນຂົງເຂດທີ່ຢູ່ຫ່າງໄກ, ໃນແຂວງຄວີນແລນ, ອອສເຕຣເລຍ, ວັນທີ 2 ສິງຫາ 2017.
ທ່ານອຽນສັນກ່າວວ່າ “ພວກເຮົາພວມຊອກຫາໃນອັນທີ່ເອີ້ນວ່າ Stromatolites ຊຶ່ງທີ່ຈິງແລ້ວ ແມ່ນຫຼັກຖານຂອງສິ່ງທີ່ມີຊີວິດບາງຢ່າງ ໃນຍຸກຕົ້ນໆ ຢູ່ໃນໂລກ
ແລະກໍມີຊາກທີ່ຖືກເກັບຮັກສາໄວ້ຢູ່ໃນຫີນ ແລະ ມັນພົວພັນກັບດາວພະອັງຄານແນວໃດ ແມ່ນສິ່ງທີ່ພວກເຮົາກຳລັງເຮັດວຽກຢູ່ໃນເວລານີ້ ເພື່ອນຳເອົາຕົວຢ່າງ ກັບຄືນມາຈາກດາວພະອັງຄານ -- ຫີນຕົວຢ່າງ ກັບຄືນມາ ຈາກດາວພະອັງຄານ -- ແລະຖ້າພວກເຮົາເຫັນວ່າ ຄ້າຍຄືກັນໃນຮູບແບບແລະຮ່ອງຮອຍແລ້ວ ມັນອາດສະແດງໃຫ້ເຫັນວ່າ ສິ່ງທີ່ມີຊິວິດ ໃນຄວາມຈິງແລ້ວອາດມີຢູ່ໃນອະດີດຜ່ານມາ ເທິງດາວພະອັງຄານ.”
ນອກນັ້ນອົງການ NASA ຍັງໄດ້ສະແດງໃຫ້ເຫັນວ່າ ອາດຈະມີການສົ່ງມະນຸດໄປປະຕິບັດງານ ເທິງດາວພະອັງຄານ ພາຍໃນກາງ ຫາທ້າຍປີ 2030 ແຕ່ຍັງບໍ່ທັນມີກຳນົດເວລາທີ່ຄັກແນ່ເທື່ອ.
ອອສເຕຣເລຍໄດ້ເຮັດວຽກໃນດ້ານອະວະກາດ ຮ່ວມກັບສະຫະລັດ ມາໄດ້ຫຼາຍ
ທົດສະວັດແລ້ວ ຮວມທັງຊ່ວຍອອກອາກາດໂຄງການລົງຈອດເທິງດວງຈັນຂອງ
ຍານອາປອລໂລທີ 11 ໄປຍັງທົ່ວໂລກ ໃນປີ 1969.
ແຟ້ມຮູບ-ໃນຮູບຂອງວັນທີ 20 ກໍລະກົດ 1969 ທີ່ນໍາອອກມາເຜີຍແຜ່ໄດ້ ໂດຍອົງການ NASA, ນັກບິນອະວະກາດ Buzz Aldrin, ເຊິ່ງເປັນຜູ້ຂັບຍານ ລູນາ, ຍ່າງເທິງໜ້າດວງເດືອນ ໃນລະຫວ່າງການປະຕິບັດໜ້າທີ່ນອກໂລກຂອງຍານ Apollo 11.
ສະຖານທີ່ທິດບິນບິລລາ (Tidbinbilla) ທີ່ຕັ້ງຢູ່ໃກ້ໆນະຄອນຫຼວງແຄນເບີຣາແມ່ນສະຖານີຕິດຕາມພຽງແຫ່ງດຽວຂອງອົງການ NASA ທີ່ຍັງປະຕິບັດງານ
ຢູ່ໃນອອສເຕຣເລຍ.
ພວກນັກວິສະວະກອນ ແລະວິທະຍາສາດ ອອສເຕຣເລຍ ຈະມີບົດບາດທີ່ສຳຄັນໃນການປະຕິບັດງານອາເທມິສ 2. ພວກເຂົາເຈົ້າພວມພັດທະນາລົດນ້ອຍອິດສະຫຼະ ເພື່ອສົ່ງໄປຍັງດວງຈັນ ແລະຍັງຈະຈັດຕັ້ງການຕິດຕໍ່ ກັບພວກນັກບິນອະວະກາດ ທີ່ເດີນທາງໄປລົງຢູ່ເທິງພື້ນດວງຈັນຈຸທຳອິດ ນັບແຕ່ປີ 1972 ເປັນຕົ້ນມາ. ການປະຕິບັດງານດັ່ງກ່າວ ອາດຈະມີຂຶ້ນໃນປີ 2025 ຫຼື 2026.