ການທຸຈະລິດ ໃນການເວນຄືນທີ່ດິນ ເຮັດໃຫ້ເກີດຄວາມຂັດແຍ້ງຫຼາຍຂຶ້ນ ໃນລາວ

ຮູບພາບ ທີ່ດິນສໍາປະທານໃນລາວ.

ການທຸຈະລິດໃນການເວນຄືນທີ່ດິນ ແລະຊັບສິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ສໍາປະທານໂຄງການພັດທະນາຕ່າງໆໄດ້ກໍ່ບັນຫາຂັດແຍ້ງລະຫວ່າງປະຊາຊົນກັບພະນັກງານລັດ ແລະຜູ້ລົງທຶນເພີ້ມຂຶ້ນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

Your browser doesn’t support HTML5

ລາຍງານເມືອງລາວໃນປັດຈຸບັນກ່ຽວກັບ ການທຸຈະລິດໃນການເວນຄືນທີ່ດິນ ເຮັດໃຫ້ເກີດຄວາມຂັດແຍ້ງຫຼາຍຂຶ້ນໃນລາວ

ທ່ານຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ຖະ ແຫຼງຢືນຢັນວ່າ ບັນຫາທີ່ປະຊາຊົນລາວ ໄດ້ສະແດງການຮຽກຮ້ອງຂໍການຊ່ວຍ ເຫຼືອຈາກພາກລັດຫຼາຍທີ່ສຸດ ທັງຍັງນັບເປັນມູນເຫດ ທີ່ໄດ້ກໍ່ບັນຫາຂັດແຍ້ງລະ ຫວ່າງປະຊາຊົນກັບພະນັກງານລັດ ແລະກຸ່ມລົງທຶນໃນສໍາປະທານໂຄງການພັດ ທະນາຕ່າງໆຫຼາຍທີ່ສຸດ ໃນສັງຄົມລາວ ກໍຄືການໃຊ້ອໍານາດໂດຍທຸຈະລິດຂອງພະນັກງານລັດ ໃນການບັງຄັບເວນຄືນເອົາທີ່ດິນ ແລະຊັບສິນຂອງປະຊາຊົນ ເພື່ອສົ່ງມອບໃຫ້ກັບກຸ່ມລົງທຶນ ໃນສໍາປະທານໂຄງການຕ່າງໆ ທັງຍັງປາກົດດ້ວຍວ່າ ປະຊາຊົນທີ່ຖືກກະທົບຈາກການບັງຄັບດັ່ງກ່າວ ຍັງບໍ່ທັນໄດ້ຮັບການຊົດເຊີຍຄ່າເສຍຫາຍຢ່າງຄົບຖ້ວນອີກດ້ວຍ ດັ່ງນັ້ນການທີ່ຈະແກ້ບັນຫາດັ່ງກ່າວໃຫ້ໄດ້ໃນໄລຍະສະເພາະໜ້ານີ້ ຈຶ່ງມີພຽງການສ້າງຄວາມເຂົ້າໃຈ ກັບປະຊາຊົນໃນແຕ່ລະໂຄງການ ທີ່ຈະຕ້ອງຈັດຕັ້ງປະຕິບັດຢ່າງສຸດຈະລິດ ໂດຍພະນັກງານລັດທີ່ມີຄວາມຮູ້ແລະຄວາມສາມາດຢ່າງແທ້ຈິງ, ດັ່ງທີ່ທ່ານຖະໜອມໄດ້ຖະແຫຼງ ຢືນຢັນວ່າ:

“ບັນດາໂຄງການຕ່າງໆ ທີ່ພົວພັນກັບບັນຫາທີ່ດິນນັ້ນ ມັນກະທົບທາງດ້ານແນວຄິດ-ຈິດໃຈຂອງປະຊາຊົນ ໂດຍສະເພາະ ແມ່ນລະຫວ່າງແນວຄິດອັນເກົ່າ ກັບສິ່ງໃໝ່ໆ ມັນມີຄວາມຈໍາເປັນທີ່ສຸດທີ່ຈະຕ້ອງໄດ້ເຮັດວຽກແນວຄິດກັບປະຊາຊົນຢ່າງແຂງແຮງ ກ່ຽວກັບຄ່າຊົດເຊີຍດ້ານຕ່າງໆນັ້ນ ຕ້ອງໄດ້ສົມເຫດສົມຜົນ ໃຫ້ສອດຂ້ອງກັບຫຼັກການ ແລະໃຫ້ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະ ຊາຊົນ ພະນັກງານຜູ້ທີ່ຈະລົງໄປເຮັດການໄກ່ເກ່ຍນັ້ນ ຈະຕ້ອງກໍາໄດ້ ບັນຫາຂອງໂຄງການກໍຄືເປົ້າໝາຍການພັດທະນາ ກໍາແໜ້ນຫຼັກການການຊົດເຊີຍ ແລະຕ້ອງເປັນມືອາຊີບ.”

ທັງນີ້ ເຈົ້າໜ້າທີ່ຂັ້ນສູງໃນຄະນະກໍາມາທິການແມ່ນໍ້າຂອງ ຫຼື MRC ເປີດເຜີຍວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້າໃນລາວ ໃນໄລຍະທີ່ຜ່ານມານັ້ນ ໄດ້ເຮັດໃຫ້ຕ້ອງຍົກຍ້າຍປະຊາຊົນລາວແລ້ວ ຫຼາຍກວ່າ 90,000 ຄົນ ຫຼື 15,000 ກວ່າຄອບຄົວໃນ 280 ກວ່າບ້ານ, ໂດຍສ່ວນໃຫຍ່ໄດ້ຍົກຍ້າຍໄປຢູ່ເຂດຈັດສັນໃໝ່ທີ່ບັນດາຜູ້ລົງທຶນໃນໂຄງການຕ່າງໆ ໄດ້ໃຊ້ເງິນທຶນໄປແລ້ວ ຫຼາຍກວ່າ 500 ລ້ານໂດລາ ໃນການພັດທະນາເຂດຈັດສັນໃໝ່ ແລະຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນລາວ ທີ່ຖືກກະທົບດັ່ງກ່າວ ຫາກແຕ່ວ່າການຊົດເຊີຍແລະການຊ່ວຍ ເຫຼືອກໍຍັງບໍ່ພຽງພໍກັບຜົນກະທົບໂຕຈິງ ທີ່ປະຊາຊົນລາວຕ້ອງປະເຊີນເລື້ອຍມາຈົນເຖິງປັດຈຸບັນ ຈຶ່ງເຮັດໃຫ້ປະຊາຊົນລາວຈໍານວນຫຼາຍບໍ່ພໍໃຈຕໍ່ການຊົດເຊີຍ ແລະການຊ່ວຍເຫຼືອທີ່ຂາດເຂີນນັ້ນ ເຊິ່ງໃນນີ້ກໍລວມເຖິງໂຄງການທາງລົດໄຟລາວ-ຈີນ ແລະໂຄງການເຂື່ອນໄຟຟ້ານໍ້າອູທັງ 7 ໂຄງການທີ່ລົງທຶນໂດຍກຸ່ມບໍລິສັດຈາກຈີນດ້ວຍ.

ທັງນີ້ ໂດຍຈາກການເກັບກໍາຂໍ້ມູນພົບວ່າ ມີປະຊາຊົນລາວເກີນກວ່າ 17,000 ຄົນໃນເຂດ 28 ບ້ານ, ຖືກກະທົບຈາກເຂື່ອນນໍ້າອູທັງ 7 ໂຄງການ ເຊິ່ງກຸ່ມຜູ້ລົງທຶນຈາກຈີນ ລາຍງານວ່າ ຈາກການສໍາຫຼວດທີ່ດໍາເນີນໂດຍອົງການແມ່ນໍ້າສາກົນ (International Rivers) ພົບວ່າມີປະຊາຊົນ 89 ບ້ານ ໃນແຂວງຜົ້ງສາລີ, ອຸດົມໄຊ ແລະຫຼວງພະບາງທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້ານໍ້າອູທັງ 7 ໂຄງການນັ້ນ. ສ່ວນໃຫຍ່ ຍັງບໍ່ທັນໄດ້ຮັບການຊົດເຊີຍຢ່າງຄົບຖ້ວນ ທັງບໍ່ມີອາຊີບຮອງຮັບຢູ່ເຂດຈັດສັນໃໝ່ອີກດ້ວຍ.

ສ່ວນໂຄງການທາງລົດໄຟລາວ-ຈີນນັ້ນ ກໍໄດ້ກະທົບຕໍ່ປະຊາຊົນ 4,411 ຄອບ ຄົວໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ ທີ່ຖືກເວນຄືນທີ່ດິນແລ້ວ 3,832 ເຮັກຕ້າ, ສິ່ງປູກສ້າງ 3,346 ຫຼັງ ແລະຕົ້ນໝາກໄມ້ຕ່າງໆຫຼາຍກວ່າ 1 ລ້ານຕົ້ນໂດຍຈາກລາຍງານຂອງກຸ່ມແລກ ປ່ຽນຂໍ້ມູນທີ່ດິນ (Land Information Working Group) ອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວລະບຸວ່າ ການຊົດເຊີຍຈາກຄ່າທີ່ດິນຈາກໂຄງການທາງລົດໄຟລາວ-ຈີນ ຕໍ່າກວ່າລາຄາທີ່ເປັນຈິງເຖິງ 10 ເທົ່າ ຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງລາຄາຊື້ຂາຍທີ່ເປັນຈິງຢູ່ທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ ແຕ່ໄດ້ຮັບຄ່າຊົດເຊີຍໂຕຈິງພຽງ 137,000 ກີບ ຕໍ່ຕາແມັດເທົ່ານັ້ນ.