ມຽນມາໂຮມຢູ່ໃນ 3 ປະເທດ ທີ່ມີການສໍ້ລາດ ບັງຫລວງຫລາຍທີ່ສຸດ ໃນໂລກ

  • ສິງ ບູຣົມມະວົງ

ທ່ານ Thein Sein ນາຍົກລັດຖະມຸນຕີ ມຽນມາ ຣ່ວມກອງປະຊຸມ ສຸດຍອດອາຊ່ຽນ ທີ່ກຸງຮາໂນຍ, ວັນທີ 30 ຕລາ 2010.

ກຸ່ມ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ລະຫວ່າງ​ຊາດ​ກ່າວ​ວ່າ ມຽນມາພາຍ​ໃຕ້​ການ​ປົກຄອງ​
ຂອງ​ທະຫານ ເປັນ​ 1 ໃນ​ຈໍານວນ 3 ປະ​ເທດ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫລວງຫລາຍ​ທີ່​ສຸດ ​
ໃນ​ໂລກ.

ລາຍ​ງານ​ສະບັບ​ນຶ່ງ​ທີ່​ອົງການ Transparency Internationalນໍາ​ອອກເປີດເຜີຍ​ໃນ​ວັນ​
ອັງຄານ​ຜ່ານ​ມາ ເວົ້າ​ວ່າ ມຽນມາກັບ​ອັຟການິສ ຖານ​ ເປັນ​ປະ​ເທດ​ທີ່​ມີ​ການ​ສໍ້​ລາດ​ບັງ
ຫລວງຫລາຍ​ອັນ​ດັບ​ສອງຂອງ​ໂລກ ຂະນະ​ທີ່​ໂຊ​ມາ​ເລຍ​ເປັນ​ປະ​ເທດ​ທີ່​ມີ​ການສໍ້​ລາດ​ບັງ
ຫລວງຫລາຍ​ທີ່​ສຸດ ​ໃນຈໍານວນ 178 ປະ​ເທດ​ ຢູ່​ໃນ​ບັນຊີ​ນັ້ນ. ປີ​ແລ້ວ​ນີ້ ກຸ່ມ​ Trans-
parency International ທີ່ມີ​ຫ້ອງການ​ຕັ້ງ​ຢູ່​ໃນ ​ກຸງ Berlin ຈັດ​ມຽນມາ​ຢູ່​ໃນອັນ​ດັບ 3.

Papua New Guinea ຢູ່​ໃນ​ອັນ​ດັບ​ທີ 154 ​ເທົ່າ​ກັນ​ກັບ ສປປ ລາວ ​ແລະກໍາປູ​ເຈຍ
ສ່ວນຟີ​ລິບ​ປິນຢູ່​ໃນ​ອັນ​ດັບ 134 ​ແລະ​ຕີ​ມໍ​ຕາ​ເວັນ​ອອກ​ຢູ່​ໃນ​ອັນ​ດັບ 127. ທັງ​ໝົດທີ່​
ກ່າວ​ມາ​ນັ້ນ​ ແມ່ນ​ຮວມຢູ່​ໃນ​ພວກ​ປະເທດ ທີ່​ໄດ້​ຄະ​ແນນຕໍ່າ​ສຸດໃນ​ບັນຊີ​ຂອງ​ປີ​ນີ້.ພວກ
ປະ​ເທດ​ທີ່ຢູ່​ໃນ​ອັນ​ດັບ​ຕໍ່າ​ຫລື​ຢູ່​ທາງ​ລຸ່ມ​ຂອງບັນຊີ​ ຖືວ່າມີ​ການ​ສໍ້​ລາດ​ບັງຫລວງຫລາຍ
ກວ່າພວກ​ປະ​ເທດຢູ່​ໃນ​ຂ້າງ​ເທິງ​ຂອງ​ບັນຊີ.

ອອສ​ເຕຣ​ເລຍ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 8 ທີ່​ມີ​ການ​ສໍ້​ລາດ​ບັງ​ຫລວງ​ໜ້ອຍ​ກວ່າ​ໝູ່​ໃນໂລກ​
ໃນ​ປີ​ນີ້ ໃນ​ຂະນະ​ທີ່ ສິງກະ​ໂປ​ ​ນີວຊີ​ແລນ ແລະເດັນ​ມາກ ​ແມ່ນ​ຢູ່​ໃນ​ອັນ​ດັບນຶ່ງ​ ຊຶ່ງ
ໝາຍຄວາມ​ວ່າມີ​ການ​ສໍ້​ລາດ​ບັງ​ຫລວງໜ້ອຍ​ທີ່​ສຸດ​ຂອງ​ໂລກ.

ຫວຽດນາມ​ມາໃນ​ອັນ​ດັບ 116 ອິນ​ໂດ​ເນ​ເຊຍ​ອັນ​ດັບ 110 ​ໄທ​ອັນ​ດັບ 78 ​ເທົ່າ​ກັນກັບ​ຈີນ, ມາ​ເລ​ເຊຍ ຕິດອັນ​ດັບ​ທີ 56 ​ເກົາຫລີ​ໃຕ້​ອັນ​ດັບ​ທີ 39 ບຣູ​ໄນອັນ​ດັບ​ທີ 38 Bhutan ທີ 36 ​ໄຕ້​ຫວັນ​ທີ 33 ຍີ່ປຸ່ນ ​ທີ 17 ​ແລະ​ຮອງ​ກົງ​ທີ 13 ​ແມ່ນໂຮມຢູ່ໃນ​ບັນດາປະ​ເທດ​ທີ່ຢູ່​ໃນ​ລະດັບກາງ ຂອງ​ບັນຊີ.

ກຸ່ມ Transparency International ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ປະ​ເທດ​ທີ່​ໄດ້ຄະ​ແນນ​ດີ​ຂຶ້ນໃນ
ປີ​ນີ້​ ແມ່ນ​ປະ​ເທດ Bhutan ຊຶ່ງ​ຫຍັບ​ຂຶ້ນ​ມາຢູ່​ໃນ​ອັນ​ດັບ​ທີ 36 ຈາກ​ອັນ​ດັບ​ທີ 49 ຂອງ​ປີ​ແລ້ວ​ນີ້.