ໄວຣັສໂຄໂຣນາ, ການປ່ຽນແປງດິນຟ້າອາກາດ ແລະການຄ້າ ເປັນຫົວຂໍ້ຂອງກອງ ປະຊຸມສຸດຍອດ ລະຫວ່າງ ສຫລ ກັບອີຢູ

ປະທານາທິບໍດີ ໂຈ ໄບເດັນຢ່າງອອກໄປເວົ້າ ໃນກອງປະຊຸມຖະແຫລງຂ່າວກ່ຽວກັບກອງປະຊຸມສຸດຍອດຂອງ NATO ຢູ່ສໍານັກງານໃຫຍ່ຂອງອົງການ NATO headquarters ໃນນະຄອນຫລວງ Brussels, ວັນທີ 14 ມິຖຸນາ, 2021. (ພາບໂດຍ AP Photo/Patrick Semansky)

ການຕໍ່ສູ້ກັບການແຜ່ລະບາດຂອງໄວຣັສໂຄໂຣນາ ແລະການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງການເຮັດວຽກຮ່ວມກັນດ້ານການຄ້າ ແລະການຕ່າງປະ ເທດແມ່ນຢູ່ໃນວາລະກອງປະຊຸມໃນວັນອັງຄານມື້ນີ້ ໃນຂະນະທີ່ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ແລະຜູ້ນຳສະຫະພາບຢູໂຣບຫລືອີຢູ (EU) ຈັດ ກອງປະຊຸມສຸດຍອດທີ່ນະຄອນຫລວງບຣັສເຊີລສ໌.

ໃນຖະແຫຼງການທີ່ອອກມາ ກ່ອນການເຈລະຈາກັນນັ້ນ ທັງສອງຝ່າຍກ່າວວ່າພວກເພິ່ນຈະຢໍ້າອີກຄືນໃນເລື້ອງການສະໜັບສະໜູນຕໍ່ສະຖານທີ່ຜະລິດຢາຂອງ
ໂຄແວັກສ໌ (COVAX) ເພື່ອຮັບປະກັນການເຂົ້າເຖິງວັກຊີນກັນພະຍາດໂຄວິດ-19 ຢ່າງສະເໝີພາບກັນ, ແລະເຮັດວຽກຮ່ວມກັນກ່ຽວກັບວິທີການຕ່າງໆ ເພື່ອສົ່ງເສີມການຟື້ນຕົວຂອງໂລກຈາກຜົນກະທົບທາງດ້ານເສດຖະກິດຂອງການລະ ບາດຢ່າງໜັກຂອງພະຍາດ. ພວກເຂົາເຈົ້າຍັງໄດ້ວາງແຜນທີ່ຈະປຶກສາຫາລືກັນກ່ຽວກັບຄວາມພະຍາຍາມ ໃນການປະຕິຮູບອົງການອະນາໄມໂລກ.

ຫລັງຈາກທັງສອງເລື້ອງນັ້ນແມ່ນຫົວຂໍ້ໃຫຍ່ໃນກອງປະຊຸມ ຈີ-7 (G-7) ແລະ ເນໂຕ (NATO) ໃນອາທິດນີ້ແລ້ວ, ເລື້ອງຣັດເຊຍ ແລະຈີນກໍ່ຈະຖືກເອົາລວມເຂົ້າໄປໃນວາລະຂອງກອງປະຊຸມເຊັ່ນກັນອີກໃນວັນອັງຄານມື້ນີ້.

ທັງທຳນຽບຂາວ ແລະສະຫະພາບຢູໂຣບກ່າວວ່າ ບັນດາຜູ້ນຳຍັງຈະສະແດງຄວາມມຸ້ງໝັ້ນໃນການສະໜັບສະໜູນປະຊາທິປະໄຕ ແລະຕ້ານການສໍ້ລາດບັງຫຼວງ, ແລະສົ່ງເສີມການປົກປ້ອງສິດທິມະນຸດໃນທົ່ວໂລກ. ພວກເພິ່ນຍັງສັນຍາອີກວ່າ ຈະຮ່ວມມືກັນໃນບັນຫາທີ່ກ່ຽວຂ້ອງກັບຄວາມປອດໄພທາງອິນເຕີແນັດ ຫລືໄຊເບີ ແລະການຍົກຍ້າຍຖິ່ນຖານ.

ຝ່າຍອີຢູ (EU) ແມ່ນເປັນຕົວແທນໃນກອງປະຊຸມສຸດຍອດໂດຍປະທານສະພາຢູໂຣບ, ທ່ານ ຈຊາລສ໌ ມີແຊລ (Charles Michel) ແລະປະທານຄະນະກຳ ມາທິການສະຫະພາບຢູໂຣບ, ທ່ານນາງເອີຊູລາ ວອນ ເດິ ເລເຢນ (Ursula von der Leyen).

ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ສະຫະລັດ ແລະອີຢູກ່າວວ່າ ພວກເຂົາຈະຢືນຢັນຄືນເຖິງຄວາມມຸ້ງໝັ້ນທີ່ຈະຍຶດໝັ້ນຕໍ່ສັນຍາປາຣີ ປີ 2015 ແລະກາຍເປັນເສດຖະກິດທີ່ບໍ່ມີອາຍພິດເກີນຢູ່ໃນອາກາດພາຍໃນປີ 2050. ພວກເພິ່ນຍັງເວົ້າອີກວ່າ ພວກເພິ່ນມີແຜນທີ່ຈະຊຸກຍູ້ໃຫ້ “ຜູ້ທີ່ມີບົດບາດອື່ນໆ” ໃຫ້ທໍາການເຄື່ອນໄຫວທີ່ໃຊ້ຄວາມພະຍາຍາມສຸດຂີດໃນເລື້ອງດິນຟ້າອາກາດ. ໂດຍທີ່ໄດ້ຮັບການຮັບຮອງເອົາເກືອບຮອດ 200 ປະເທດໃນເວລາທີ່ມັນໄດ້ຮັບການລົງນາມຕອນທໍາອິດນັ້ນເປົ້າໝາຍຂອງຂໍ້ຕົກລົງກ່ຽວກັບດິນຟ້າອາກາດປາຣີ ແມ່ນເພື່ອເຮັດໃຫ້ການຮ້ອນເອົ້າຂອງໂລກ ຊັກຊ້າລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ