COP28 ມີວາລະກອງປະຊຸມໃຫຍ່ ແຕ່ຈະບໍ່ມີ ທ່ານໄບເດັນ ແລະ ທ່ານສີ ເຂົ້າຮ່ວມ

ຍົນໃຫຍ່ ແລ່ນຜ່ານປ້າຍໂຄສະນາກ່ຽວກັບກອງປະຊຸມ COP28 ຢູ່ທີ່ທາງຫຼວງ ເຊກຄ໌ ຊາຍເອດ (Sheikh Zayed) ໃນນະຄອນດູໄບ, ສະຫະລັດອາຣັບເອເມີເຣັສ, ວັນທີ 27 ພະຈິກ 2023.

ເມື່ອ​ບັນດາຜູ້​ນໍາ​ໂລກໄປ​ເຕົ້າ​ໂຮມ​ກັນ​ຢູ່ ​ດູ​ໄບ​ ໃນ​ວັນ​ພະ​ຫັດນີ້ ເພື່ອ​ຈັດ​ກອງ​ປະ​ຊຸມ COP28, ເຊິ່ງ​ເປັນກອງ​ປະ​ຊຸມ​ສຸດຍອດ​ສະ​ພາບ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດໃນ​ປີນີ້, ​ປະ​ມຸກ​ຂອງ​ສອງ​ປະ​ເທດ​ ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ ຈະ​ບໍ່​ໄດ້ເຂົ້າຮ່ວມ.

ປັດຈຸ​ບັນ ​ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ​ແລະ ປະທານ​ປະ​ເທດ​ຈີນ ທ່ານສີ ຈິ້ນຜິງ ຍັງ​ບໍ່​ມີ​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ເປັນ​ເວລາ 2 ອາ ທິດໃນຄັ້ງນີ້ ເຊິ່ງແນເປົ້າໝາຍ​ໃສ່​ຈັດການກັບ​ບັນດາ​ລັດຖະບານຢູ່​ໃນ​ທົ່ວ​ໂລກ​ ເບື້ອງ​ຫລັງ​ຂອບການປະຊຸມສະມັດຊາໃຫຍ່ ກ່ຽວກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ ກາດ​ຂອງ​ສະຫະ​ປະຊາ​ຊາດ ຫຼື UNFCCC ​ແລະສັນຍາ​ປາຣີ ປີ 2015 ກ່ຽວກັບການຈໍາກັດໂລກຮ້ອນບໍ່​ໃຫ້​ກາຍ 1.5 ອົງສາເຊລຊຽສ ສູງກວ່າລະດັບກ່ອນຍຸກອຸດສາຫະກໍາ.

ທັງ​ສອງ​ປະ​ເທດ​ຈະ​ສົ່ງ​ຜູ້​ແທນ​ຂັ້ນ​ສູງເຂົ້າຮ່ວມ. ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານຈອນ ແຄຣີ, ເຊິ່ງເປັນທູດ​ພິ​ເສດ​ຂອງ​ລັດຖະບານ ທ່ານໄບເດັນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຈະເປັນຜູ້​ເຂົ້າ​ຮ່ວມ. ທ່ານສີ ເຊັນຫົວ (Xie Zhenhua) ທູດ​ພິ​ເສດກ່ຽວກັບ​ດ້ານ​ດິນ​ຟ້າ​ອາກາດ​ຂອງ​ຈີນ ຄາດ​ວ່າຈະເຂົ້າຮ່ວມ.

ວິວໂດຍລວມຂອງເມືອງ Expo ແລະ Al Wall Dome ໃນນະຄອນດູໄບ, ສະຫະລັດອາຣັບເອມເມີເຣັສ, ວັນທີ 27 ພະຈິກ 2023. ບັນດາໂຕແທນ ຈະມາລວມກັນຢູ່ທີ່ Expo City ໃນວັນພະຫັດນີ້ ຈົນເຖີງວັນທີ 12 ທັນວາ ສໍາລັບກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ທ່າມກາງ​ບັນ​ຫາ​ສໍາຄັນຕ່າງໆ​ທີ່​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ ​ຈະ​ແມ່ນ​ໂຄງ​ປະ​ກອບກ່ຽວກັບ​ອັນ​ທີ່​ເອີ້ນ​ວ່າ ກອງທຶນ "ການ​ສູນ​ເສຍ ​ແລະ​ຄວາມ​ເສຍ​ຫາຍ" ​ເພື່ອ​ຊົດ​ເຊີຍໃຫ້ແກ່​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕໍ່າ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍແບບບໍ່ເທົ່າທຽມກັນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ​ເຖິງ​ແມ່ນ​ວ່າ​ມີການປະກອບ ສ່ວນເລັກນ້ອຍ ຕໍ່ສາເຫດຕ່າງໆກໍຕາມ.

ອ່ານບົດລາຍງານນີ້ເປັນພາສາອັງກິດ