​ພັກ​ໃດ​ຈະ​ເຂົ້າຄວບຄຸມ ສະພາທັງ​ສອງ ຂອງສະຫະລັດ ຍັງບໍ່ແນ່ນອນເທື່ອ

ບັດລົງຄະແນນສຽງທີ່ໄດ້ຮັບການນັບແລ້ວຂອງແຕ່ລະເຂດປົກຄອງ ໄດ້ເປີດເຜີຍໃຫ້ເຫັນຢູ່ທີ່ Flathead County Fairgrounds ໃນເມືອງກາລິສແພລ, ລັດມອນທານາ, ວັນທີ 9 ພະຈິກ 2022.

ພັກຣີພັບບຣິກັນ ​ຍັບໃກ້ເ​ຂົ້າ​ສູ່​ການ​ຄວບ​ຄຸມຢູ່ໃນສະພາຕໍ່າຂອງສະຫະລັດໃນວັນພະຫັດວານນີ້, ແຕ່ຜົນການແຂ່ງຂັນ​ສຳ​ລັບສະພາສູງ ຂອງທັງສອງລັດທີ່ຢູ່ພາກຕາເວັນຕົກ ຄືລັດອາຣິໂຊນາ ແລະລັດເນວາດາແມ່ນຍັງບໍ່ມີຜົນທີ່ແນ່ນອນ, ສົ່ງຜົນເຮັດໃຫ້ການຄວບຄຸມສະພາສູງ ຍັງກໍານົດບໍ່ໄດ້ ໃນໄລຍະສອງມື້ ລຸນຫຼັງການເລືອກຕັ້ງສະພາໃນທົ່ວປະເທດ.

ຜົນປາກົດວ່າ ພັກຣີພັບບຣິກັນໄດ້ຮັບໄຊຊະນະ 209 ບ່ອນນັ່ງຢູ່ໃນສະພາຕໍ່າ ໂດຍພະຍາຍາມໃຫ້ບັນລຸ 218 ບ່ອນ​ນັ່ງ ເພື່ອ​ກຳ​ສຽງສ່ວນຫຼາຍ ຢູ່ໃນສະພາ ຂອງຈໍານວນທັງ​ໝົດ 435 ບ່ອນນັ່ງ. ພັກເດໂມແຄຣັດໄດ້ຮັບ 192 ບ່ອນນັ່ງ, ແລະຍັງເຫຼືອອີກ 34 ບ່ອນນັ່ງທີ່ຍັງຕັດສິນບໍ່ໄດ້ ໃນຂະນະທີ່ການນັບຄະແນນສຽງ ຍັງຄົງດໍາເນີນຢູ່ຕໍ່ໄປ.

ຜູ້ຕັດສິນ ແລະຜູ້ຕິດຕາມເບິ່ງການເລືອກຕັ້ງ ກໍາລັງຈັດຕາຕະລາງ ຢູ່ສໍານັກງານການບັນທຶກ ໃນຂົງເຂດມາຣີໂກປາ, ໃນນະຄອນຟີນິກ, ລັດອາຣີໂຊນາ, ວັນທີ 10 ພະຈິກ 2022.

ພັກຣີພັບບຣິກັນກ່າວວ່າ ພວກເຂົາເຈົ້າມີຄວາມໝັ້ນໃຈ ທີ່ຈະຊະນະສຽງສ່ວນຫຼາຍຢູ່ໃນສະພາຕໍ່າ ເຖິງແມ່ນພວກເຂົາເຈົ້າຈະຜິດຫວັງທີ່ຂະໜາດຄວາມໄດ້ປຽບທາງການເມືອງ ຂອງພວກເຂົາຕໍ່ພັກເດໂມແຄຣັດ ມີທ່າທາງວ່າຈະນ້ອຍກວ່າການຄາດຄະ​ເນ​ໄວ້ກ່ອນການເລືອກຕັ້ງທີ່ “ຄື້ນສີແດງ” ຂອງຜູ້ຊະນະຈາກພັກຣີພັບບຣິກັນ ເຂົ້າມາປະຈໍາການຢູ່ໃນສະພາຕໍ່າໃນຊ່ວງເດືອນມັງກອນ ເມື່ອສະມາຊິກສະພາຕໍ່າຊຸດໃໝ່ ສາບານໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ.

ສະມາຊິກສະພາຕໍ່າ ທ່ານເຄວິນ ແມັກຄາຕີ (Kevin McCarthy), ເຊິ່ງເປັນຜູ້ນໍາສຽງສ່ວນໜ້ອຍຂອງພັກຣີພັບບຣິກັນຢູ່ໃນສະພາຕໍ່າ ທີ່ພັກເດໂມແຄຣັດ​ກຳ
ສຽງ​ສ່ວນ​ຫຼາຍນັ້ນ, ມີໂອກາດທີ່ຈະກາຍມາເປັນປະທານສະພາຕໍ່າຄົນຕໍ່ໄປ ຖ້າພັກຣີພັບບຣິກັນຫາກ​ເຂົ້າ​ຄວບ​ຄຸມສະພາ​ຕ່ຳ. ທ່ານໄດ້ເລີ້ມຕົ້ນຮ້ອງຫາພັກຣີພັບບຣິກັນ ໂດຍຮຽກຮ້ອງການສະໜັບສະໜຸນຈາກພວກເຂົາ​ເຈົ້າ ໃນການລົງຄະແນນສຽງຂອງພັກ ເພື່ອພິຈາລະນາວ່າໃຜຈະເປັນຜູ້ນໍາສະມາຊິກສະພາຕໍ່າຂອງພັກ.

ທ່ານແມັກຄາຕີ ຈະເຂົ້າ​ຮັບ​ໜ້າ​ທີ່ແທນທີ່ ທ່ານນາງແນນຊີ ເພໂລຊີ ຈາກພັກເດໂມແຄຣັດ ເຊິ່ງເປັນປະທານສະຕໍ່າຄົນປັດຈຸບັນ, ແລະເຊັ່ນດຽວກັນ ກັບທ່ານນາງ ພາຍໃຕ້ລັດຖະທໍາມະນູນຂອງສະຫະລັດ ເຊິ່ງຈະກາຍມາເປັນບຸກ​ຄົນລໍາດັບທີ່ສອງ ທັດຈາກຮອງປະທານາທິບໍ, ຖ້າວ່າສອງຕໍາແໜ່ງທີ່ມີລະດັບສູງຂອງປະເທດຫວ່າງລົງ ແລະຈໍາເປັນຕ້ອງໄດ້ຮັບການທົດແທນ.

ໃນຂະນະນີ້, ພັກຣີພັບບຣິກັນໄດ້ຊະນະ 49 ​ຂອງຈໍານວນ 100 ບ່ອນນັ່ງ​ໃນສະພາສູງ, ໃນ​ຂະ​ນະ​ທີ່ພັກເດໂມແຄຣັດ​ຊະ​ນະ 48 ບ່ອນນັ່ງ, ເຊິ່ງ​ໄດ້ສະ​ທ້ອນໃຫ້ເຫັນ​ເຖິຄວາມແຕກຕ່າງ​ລະ​ຫວ່າງ 50 ຕໍ່ 50 ​ຂອງ​ທັງສອງພັກການເມືອງ​ໃນ​ເວ​ລານີ້.

ອ່ານຂ່າວນີ້ເປັນພາສາອັງກິດ