ພວກຜູ້ນຳຂອງພັກຣີພັບບລີກັນໃນລັດຖະສະພາສະຫະລັດ ກ່າວອ້າງວ່າ ພັກຂອງຕົນມີຄວາມສາມັກຄີກັນແລ້ວຫຼັງຈາກໄດ້ມີການພົບປະກັບທ່ານ Donald Trump ທີ່ຄາດວ່າຈະໄດ້ຮັບການສະເໜີຊື່ແຕ່ງຕັ້ ງໃຫ້ເປັນຜູ້ສະໝັກປະທານາທິບໍດີຂອງພັກ ເຖິງແມ່ນສະ ມາຊິກລັດຖະສະພາຫຼາຍໆສິບຄົນ ບໍ່ໄດ້ເຂົ້າຮ່ວມແລະອີກຈຳນວນນຶ່ງຍັງບໍ່ຍອມປະກາດໃຫ້ການສະໜັບສະໜຸນຕໍ່ຜູ້ສະໝັກເທື່ອ ທັງໆທີ່ຍັງເຫຼືອເວລາບໍ່ຮອດສອງອາທິດກ່ອນທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນຈະໄຂຂຶ້ນ.
“ພວກເຮົາໄດ້ມີການພົບປະ ທີ່ສຳຄັນ” ນັ້ນຄືຄຳເວົ້າ ຂອງທ່ານ Paul Ryan ປະທານສະພາຕ່ຳສະຫະລັດ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງໃນວັນພະຫັດວານນີ້. “ມັນເປັນໂອກາດອັນສຳຄັນ ສຳລັບສະມາຊິກຂອງເຮົາ ທີ່ຈະໄດ້ຮັບຂໍ້ມູນເພີ້ິ້ມຕື່ມ ກ່ຽວກັບການໂຄສະນາຫາສຽງຂອງທ່ານ Trump ແລະຊັກຖາມກ່ຽວກັບບັນຫາຕ່າງໆທີ່ມີຄວາມສຳຄັນຕໍ່ຊາວອາເມຣິກັນ.”
ທ່ານ Ryan ກ່າວຕື່ມວວ່າ ມັນເປັນທີ່ຈະແຈ້ງວ່າພັກຂອງພວກເຮົາ ມີຄວາມໝັ້ນໝາຍ ທີ່ຈະເອົາຊະນະທ່ານນາງ Hillary Clinton ແລະພັກເດໂມແຄຣັດ ໃນລະດູໃບໄມ້ຫລົ່ນປີນີ້.
Your browser doesn’t support HTML5
Trump Meets with Capitol Hill Republicans Just Days Ahead of Convention
ທ່ານ Trump ກໍໄດ້ສະແດງຄວາມເຫັນພ້ອມ ໃນການສົ່ງຂໍ້ຄວາມຜ່ານທາງ Twitter ໂດຍກ່າວວ່າ ໄດ້ມີການພົບປະທີ່ສຳຄັນກັບສະມາຊິກພັກຣີພັບບລີກັນໃນສະພາຕ່ຳ ແລະສະພາສູງ. ເປັນມື້ທີ່ໜ້າສົນໃຈ ພວກສະມາຊິກເຫລົ່ານີ້ ເປັນຜູ້ທີ່ຮັກປະເທດຊາດຂອງພວກເຮົາ.
ທ່ານ Trump ໄດ້ພົບປະແບບປິດລັບກັບສະມາຊິກສະພາຕ່ຳແລະສະພາສູງຂອງພັກຣີ ພັບບລີກັນ ແບບແຍກກັນ ໃກ້ໆກັບຕຶກຫໍລັດຖະສະພາສະຫະລັດ. ນີ້ແມ່ນການພົບປະ ເທື່ອທີສອງຂອງທ່ານ Trump ໃນຮອບສາມເດືອນທີ່ຜ່ານມາເພື່ອພະຍາຍາມຍື່ນມືໄປ ຫາສະມາຊິກສະພາໃນພັກຂອງທ່ານຊຶ່ງຫຼາຍໆຄົນວາງແຜນທີ່ຈະບໍ່ໄປຮ່ວມກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ທີ່ເມືອງ Cleveland ລັດ Ohio ທີ່ຈະເລີ້ມຂຶ້ນ ໃນວັນທີ 18 ກໍລະກົດນີ້.