ເຈົ້າໜ້າທີ່ລັດຖະສະພາສະຫະລັດກ່າວວ່າ ຜູ້ອຳນວຍການອົງການສັນຕິບານກາງ ຫຼື
FBI ຂອງສະຫະລັດ ທ່ານ James Comey ທີ່ຖືກປົດອອກຈາກຕຳແໜ່ງນັ້ນ ບໍ່ເທົ່າ
ໃດມື້ກ່ອນທີ່ຈະຖືກປົດທ່ານໄດ້ໄປຂໍເງິນຕື່ມເພື່ອທຳການສືບສວນກ່ຽວກັບການແຊກ
ແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງສະຫະລັດ ໃນປີກາຍນີ້ ແລະຄວາມເປັນໄປ
ໄດ້ ທີ່ຣັດເຊຍອາດມີການພົວພັນ ກັບຄະນະໂຄສະນາຫາສຽງຂອງປະທານາທິບໍດີດໍ
ໂນລ ທຣຳ.
ເຈົ້າໜ້າທີ່ ກ່າວວ່າ ການຮ້ອງຂໍດັ່ງກ່າວແມ່ນມີຂຶ້ນກັບຮອງລັດຖະມົນຕີກະຊວງຍຸຕິທຳ
ທ່ານ Rod Rosenstein ພ້ອມກັບລັດຖະມົນຕີກະຊວງຍຸຕິທຳທ່ານ Jeff Sessions
ໄດ້ລະບຸຢູ່ໃນຈົດໝາຍ ເມື່ອວັນອັງຄານຜ່ານມານີ້ ກ່ຽວກັບເຫດຜົນທີ່ຕ້ອງໄດ້ປົດທ່ານ
Comey.
ກະຊວງຍຸຕິທຳໄດ້ປະຕິເສດວ່າ ບໍ່ໄດ້ມີການຮ້ອງຂໍໃດໆເກີດຂຶ້ນເລີຍ. ຜົນກະທົບແລະ
ເປັນຍ້ອນຫຍັງ ຖ້າຫາກມີ ຈາກການຮ້ອງຂໍດັ່ງກ່າວ ທີ່ມີຕໍ່ການຕັດສິນໃຈກ່ຽວກັບການ
ປົດທ່ານ Comey ນັ້ນ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
ພວກຕ້ອງຕິຕໍ່ການປົດຜູ້ອຳນວຍການອົງການ FBI ກ່າວວ່າ ມັນພາໃຫ້ມີຄຳຖາມກ່ຽວ
ກັບການສືບສວນຂອງກະຊວງດັ່ງກ່າວ.
James Comey will be replaced by someone who will do a far better job, bringing back the spirit and prestige of the FBI.
— Donald J. Trump (@realDonaldTrump) May 10, 2017
ພວກເຈົ້າໜ້າທີ່ສືບສວນມືອາຊີບຂອງອົງການ FBI ແລະບຸກຄົນອື່ນໆທີ່ກະຊວງຍຸຕິທຳສະຫະລັດຈະມີຄວາມສົນໃຈຫຼາຍໃນການມອງເຫັນວ່າ ການເຄື່ອນໄຫວໄປໜ້າສູ່ຂອບ
ເຂດທີ່ອາດມີຫຼັກຖານສະແດງໃຫ້ເຫັນວ່າ ມີການພົວພັນໃດໆຂອງຣັດເຊຍກ່ຽວຂ້ອງນຳ
ນັ້ນຄືຄວາມເຫັນຂອງອະດີດລັດຖະມົນຕີກະຊວງຍຸຕິທຳ Alberto Gonzalez ໄດ້ກ່າວ
ຕໍ່ວີໂອເອ ຊຶ່ງທ່ານກ່າວຕື່ມວ່າ “ຂ້າພະເຈົ້າຈະເອີ້ນວ່າ ມັນເປັນການເຄື່ອນໄຫວທີ່ໂງ່ຈ້າ
ໂດຍປະທານາທິບໍດີ ຖ້າທ່ານຫາກຄິດວ່າຈະຍຸຕິການສືບສວນນີ້.”
ການປົດທ່ານ Comey ພາໃຫ້ມີການຮຽກຮ້ອງຫຼາຍຂຶ້ນ ໃນການຈັດຕັ້ງ ຄະນະໄອຍະ
ການພິເສດ ເພື່ອສືບສວນ ກ່ຽວກັບການພົວພັນ ຂອງຣັດເຊຍ ໂດຍສະເພາະ ຈາກບັນ
ດາສະມາຊິກສະພາສູງພັກເດໂມແຄຣັດ. ແຕ່ປະທານສະພາຕ່ຳສະຫະລັດ ທ່ານ Paul
Ryan ແລະພວກຜູ້ນຳພັກຣີພັບບລີກັນຄົນອື່ນໆໄດ້ປະຕິເສດ ຕໍ່ການຮຽກຮ້ອງດັ່ງກ່າວ.
Read former FBI Director James Comey%27s farewell letter after being fired by President Trump https://t.co/lkzfwZQ8B1 pic.twitter.com/FjL458M7vY
— CNN (@CNN) May 11, 2017
ທ່ານ Ryan ກ່າວຕໍ່ໂທລະພາບ Fox News ໃນວັນພຸດວານນີ້ວ່າ ຂ້າພະເຈົ້າບໍ່ຄິດວ່າ
ນັ້ນເປັນຄວາມຄິດທີ່ດີ. ທ່ານກ່າວຕື່ມວ່າ ການສືບສວນທີ່ກຳລັງດຳເນີນຢູ່ໂດຍອົງການ
FBI ແລະປະຊາຄົມສືບລັບຢູ່ທີ່ສະພາຕ່ຳ ແລະສະພາສູງ ແມ່ນວິທີທີ່ຄວນຈະເຮັດ.
Your browser doesn’t support HTML5