ອີຣ່ານຖືວ່າ ການຕໍ່ອາຍຸ ການລົງໂທດ ຂອງ ສຫລ ລະເມີດ ຂໍ້ຕົກລົງນິວເຄລຍ

ສະມາຊິກສະພາສູງ ຜູ້ນຳສຽງສ່ວນຫລາຍ ທ່ານ Mitch McConnell ຈາກລັດ Kentucky ກ່າວຢູ່ລັດຖະສະພາ ທີ່ ນະຄອນຫລວງວຊໍງຕັນ.

ອີຣ່ານຂົ່ມຂູ່​ທີ່​ຈະ​ຕອບໂຕ້​ຫລັງ​ຈາກ​ສະພາ​ສູງ​ສະຫະລັດໄດ້​ໃຫ້ການ​ອະ​ນຸມັດ​ຂັ້ນສຸດ​ທ້າຍ ຂອງ​ລັດຖະສະພາ​ ​ໃນ​ການ​ຕໍ່​ອາຍຸ​ກົດໝາຍ​ການ​ລົງ​ໂທດ ຂອງອາ​ເມຣິກັນ​ຕໍ່​ອີຣ່ານ ທີ່​ບັນ ດາ​ສະມາຊິກຂອງ​ທັງ​ສອງ​ພັກ​ກ່າວ​ວ່າ​ມີ​ຄວາມ​ສຳຄັນ​ທີ່​ຈະ​ບັງຄັບກ່ຽວ​ກັບ​ການ​ປະຕິບັດຕໍ່​ຂໍ້​ຕົກ​ລົງ​ນິວ​ເຄລຍຂອງສາກົນ​ກັບ​ອີຣ່ານ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ອີຣ່ານທ່ານ Bahram Ghasemi ກ່າວ​ວ່າ ອີຣ່ານ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ ຕົນ​ປະຕິບັດ​ຕາມ ​ຂໍ້​ຕົກຂອງລົງ​ສາກົນ ​ແຕ່​ຍັງ​ໄດ້​ອະນຸມັດ ​ການ​ຕອບ​ໂຕ້ທີ່​ເໜາະ​ສົມຕໍ່ທຸກໆ​ສະຖານະ​ການ.”

ທ່່ານ Ghasemi ບໍ່​ໄດ້ກ່າວ​ຢ່າງ​ເຈາະ​ຈົງວ່າ ​ຈະ​ເອົາບາດແບບ​ໃດ​.

ໃນ​ເດືອນ​ແລ້ວ​ນີ້​ ຜູ້ນຳສູງ​ສຸດອີຣ່່ານ Ayatollah Ali Khamenei ກ່າວ​ວ່າ ທ່ານ​ໄດ້​ພິຈາ ລະນາເຫັນ​ວ່າ ຮ່າງກົດໝາຍ​ລົງ​ໂທດ​ເປັນ​ການລະ​ເມີດ​ຕໍ່​ຕົກລົງ ​ນິວ​ເຄລຍ ​ແລະ​ຂົ່ມຂູ່​ທີ່​ຈະ​ຕອບ​ໂຕ້.

Your browser doesn’t support HTML5

Congress Renews US Sanctions on Iran

ຜູ້​ຊ່ຽວຊານ ກ່ຽວກັບພາກ​ຕາ​ເວັນ​ອອກ​ກາງ​ ທ່ານ Mathew McInnis ຈາກສະ​ຖາ​ບັນ American Enterprise ທີ່ມີ​ຫ້ອງການ​ຢູ່ວໍຊິງ​ຕັນ ກ່າວ​ວ່າ “​ເຂົາ​ເຈົ້າ​ເວົ້າແບບ​ກົງໄ​ປ. ອີຣ່ານ​ແມ່ນ ພາກັນ​ໝັ້ນ​ໝາຍ ​ຕໍ່​ຂໍ້ຕົກລົງ. ​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ ​ຮ່າງ​ກົດໝາຍ​ປະ​ເພດ​ນີ້​ເຊັ່ນວ່າການ​ລົງ​ໂທດ​ອີຣ່ານທີ່​ໄດ້​ເລີ້​ມ​ມີ​ຜົນ​ບັງຄັບ​ໃຊ້​ມາ​ດົນ​ນານ​ແລ້ວ ສິ່ງ​ເຫລົ່າ​ນີ້​ມີ​ທ່າ​ທາງ​ວ່າ​ຈະ​ໄດ້​ຮັບ​ການ​ຕໍ່​ອາຍຸ​ຕື່ມອີກ.”

ການລົງ​ຄະ​ແນນ​ສຽງຢູ່​ໃນ​ສະພາ​ສູງ​ໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນ 99 ຕໍ່ 0 ພ້ອມ​ດ້ວຍມີ​ຜູ້ ​ບໍ່ສັງກັດ​ພັກ​ພຽງ​ຄົນ​ດຽວທ່ານ Bernie Sanders ​ຈາກ​ລັດ Vermont ບໍ່​ໄດ້​ອອກສຽງ​. ຮ່າງ​ກົດໝາຍນີ້ ​ຜ່ານສະພາ​ຕໍ່າ​ດ້ວຍ​ຄະ​ແນນ​ສຽງ 419 ຕໍ່ 1 ​ໃນ​ເດືອນ​ແລ້ວ​ນີ້.

ບັນດາ​ສະມາຊິກ​ຈາກທັງ​ສອງ​ພັກ​ກການເມືອງໄດ້​ໂຕ້​ຖຽງ​ກັນ​ວ່າ ສະຫະລັດ​ຕ້ອງ​ຮັກສາ​ຄວາມສາມາດໃນການຄວບຄຸມ​ກ່ຽວ​ກັບ​ອີຣ່ານ.

ເວລານັ້ນຍັງເປັນຜູ້ສະໝັກ ປະທານາທິບໍດີ ທ່ານ Donald Trump ກ່າວຢູ່ການເຕົ້າໂຮມທີ່ລັດຖະສະພາວ່າ ຈະຄັດຄ້ານຕໍ້ຂໍ້ຕົກລົງນິວເຄລຍກັບອີຣ່ານ.

ຜູ້ນຳສຽງສ່ວນຫຼາຍໃນສະມາຊິກ​ສະພາ​ສູງທ່ານ Mitch McConnell ທີ່ສັງກັດພັກຣີພັບ​ບລິ​ກັນ​ຈາກ​ລັດ Kenturkey ກ່າວ​ວ່າ “ການຮັກສາ​ການ​ລົງ​ໂທດເຫຼົ່ານີ້ເອົາໄວ້​ເປັນ​ເລື້ອງ ສຳຄັນໃນເມື່ອວ່າ​ອີຣ່ານ​ ໄດ້ມີ​ຮູບແບບ​ການປະພຶດທີ່ຮຸກຮານ ​ແລະ​ຄວາມ​ພະຍາຍາມ​ທີ່​ ບໍ່​ຢຸດ​ຢັ້ງ​ໃນ​ການ​ຂະຫຍາຍ​ອິດທິພົນຂອງຕົນ ຢູ່​ທົ່ວພາກ​ຕາ​ເວັນ​ອອກ​ກາງ.”

ທ່ານ McConnell ກ່າວ​ເພີ້​ມ​ອີກ​ວ່າ “ການລົງໂທດ​ເຫລົ່າ​ນີ້​ຕ້ອງໄດ້​ຮັກສາ​ໄວ້​ຢູ່​ກັບ​ບ່ອນ ​ໃນ​ຂະນະ​ທີ​ພວກ​ເຮົາ​ຫາທາງແກ້ໄຂຢູ່ວ່າຈະຈັ່ງຢ່າງ​ໃດຈຶ່ງຈະ​ດີ​ທີ່ສຸດເພື່ອຮັບມືກັບ​ການ​ທົດ​ລອງ​ລູກ​ສອນ​ໄຟຂອງອີຣ່ານ ການ​ໃຫ້ຄວາມສະໜັບສະໜູ​ແກ່​ກຸ່ມ Hezbollah ​ແລະ​ການສະໜັບສະໜູນ​ລະບອບການປົກຄອງໃນ​ຊີ​ເຣຍ.

ປະທານຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງ ທ່ານ Bob Corker ພັກຣີພັບບລິກັນ ຈາກລັດ Tennessee ສົນທະນາກັບບັນດານັກຂ່າວ.

ກົດໝາຍການລົງໂທດ ຊຶ່ງໄດ້ຮ່າງຂຶ້ນເມື່ອ​ສອງ​ທົດ​ສະ​ວັດ​ກ່ອນ ແມ່ນມີຈຸດປະສົງທີ່ຈະ ແກ້ໄຂຄວາມ​ເປັນ​ຫ່ວງ​ທີ່ມີມາຍາວ​ນານ​ຂອງ​ສະຫະລັດ ເຊັ່ນການ​ໃຫ້ຄວາມ​ສະໜັບສະ ໜູນ​ຂອງອີຣ່ານຕໍ່ພວກ​ກໍ່​ການ​ຮ້າຍນາໆຊາດ. ການ​ຍົ​ກເລີກສ່ວນນຶ່ງຂອງການລົງ​ໂທດພາຍ​ໃຕ້​ຂໍ້​ຕົກລົງ​ນິວເຄລຍທີ່ມີການຈັດຕັ້ງປະຕິບັດ​ໃນ​ປີ​ກາຍ​ນີ້ ບັນດາ​ສະມາຊິກ​ສະພາ​ກ່າວ​ວ່າ ການ​ລົງ​ໂທດ​ຄວນຈະ​ຮັກສາ​ໄວ້​ຕໍ່ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Congress Iran Sanctions