ສະພາ ສຫລ ອະນຸມັດ ເງິນໃຊ້ຈ່າຍ ໃຫ້ ກ.ຊ. ຮັກສາ ຄວາມປອດໄພພາຍໃນ ຕື່ມນຶ່ງອາທິດ

ທ່ານ Steny Hoyer (ຂວາ) ຮອງຜູ້ນຳພັກເດໂມແຄຣັດ ຊຶ່ງເປັນພັກສຽງສ່ວນນ້ອຍ ໃນສະພາຕ່ຳ ກ່າວຕໍ່ບັນດານັກຂ່າວ.

ລັດຖະສະພາ​ສະຫະລັດ ​ໄດ້​ຮັບຜ່ານ​ຮ່າງ​ກົດໝາຍສະບັບນຶ່ງ
ທີ່ໃຫ້ເງິນສະໜັບ ສະໜຸນກະຊວງຮັກສາຄວາມປອດໄພພາຍ
ໃນຂອງສະຫະລັດ ​ແຕ່​ວ່າ​ພຽງ​ແຕ່ອາ ທິດ​ດຽວເທົ່ານັ້ນ ຢ່າງ​
ໜ້ອຍ​ກໍເປັນການ​ຫຼີກ​ລ່ຽງຊົ່ວຄາວບໍ່ໃຫ້ປິດກະຊວງດັ່ງກ່າວ
ຊຶ່ງມີຄວາມ​ສຳຄັນໃນການ​ຮັບຜິດຊອບ ຕໍ່ຕ້ານ​ພວກ​ກໍ່​ກາ​ນ
ຮ້າຍນັ້ນ.

ບັນດາ​ຜູ້ແທນ​ ຢູ່​ໃນສະພາ​ຕໍ່າ ​ ໄດ້​ຮັບຜ່ານ ​ມາດ​ຕະການ​ຊົ່ວ
ຄາວດັ່ງກ່າວໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ດ້ວຍຄະ​ແນນ​ສຽງ
ສອງ​ສ່ວນ​ສາມ ຄື 357 ຕໍ່ 60 ບໍ່ດົນຫຼັງຈາກ​ສະພາ​ສູງໄດ້ຮັບ​
ຜ່ານ​ຮ່າງ​ກົດໝາຍ​ດຽວ​ກັນນີ້.

ປະທານາທິບໍດີ Barack Obama ​ໃນ​ເວລາຕໍ່ມາກໍໄດ້​ເຊັນ​ຮ່າງ​ກົດໝາຍນີ້ ຢູ່ ທີ່​ທຳນຽບ
ຂາວ.

ບັດ​ນີ້​ ສະພາ ມີ​ເວລາ​ນຶ່ງ​ອາທິດສຳຫລັບດຳເນີນ​ງານ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ ​ເພື່ອ
​ຫລີກ​ລ່ຽງ​ເສັ້ນ​ຕາຍ​ອີກ​ຄັ້ງ​ນຶ່ງ.

ການໃຫ້ເງິນສະໜັບສະໜຸນ​ແກ່​ພະ​ນັກ​ງາ​ນຂອງກະຊວງ ທີ່​ຮວມທັງ​ເຈົ້າ​ໜ້າ​ທີ່​ລາດຕະ​
ເວນ​ຊາຍ​ແດນ ພວກ​ກວດ​ຜູ້​ໂດ​ຍສານ​ທີ່​ສະໜາມບິນ ​ແລະ​ບັນດາ​ສະ ມາຊິກ​ໜ່ວຍຍາມ
​ຝັ່ງ​ສະຫະລັດທີ່​ມີ​ກຳນົດ​ໝົດ​ລົງ​ໃນ​ຕອນ​ທ່ຽງ​ຄືນວັນ​ສຸກທີ່​ຜ່ານ​ມາ​ນີ້ ນອກຈາກ​ວ່າ ສະພາ
​ຕໍ່າ ​ແລະ​ສະພາ​ສູງ ຮັບຜ່ານ​ຮ່າງ​ກົດໝາຍໃຫ້ເງິນ ສະໜັບສະໜຸນອັນດຽວ​ກັນ.

ຖ້າ​ຫາກ​ສະພາ ​ບໍ່ຮັບ​ຜ່ານ​ຮ່າງ​ກົດໝາຍນີ້ ພະນັກງານປະມານ 30,000 ຄົນ​ອາດ​ຈະ​ສັ່ງ
ໃຫ້ພັກການ ​ໃນ​ຂະນະ​ທີ່​ອີກ 240,000 ຄົນ​ອາດ​ຈະ​ເຮັດ​ວຽກໂດຍ ບໍ່ໄດ້ຮັບເງິນເດືອນ.

ຄວາມ​ພະຍາຍາມ​ເພື່ອຮັບຜ່ານ​ຮ່າງກົດໝາຍໃຫ້ເງິນສະໜັບສະໜຸນຕະຫຼອດປີ​ແກ່ກະ
ຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ​ໄດ້​ກາຍ​ມາ​ເປັນການ​ຕໍ່ສູ້ກັນຂອງ​
ສອງ​ພັກ​ການ​ເມືອງ. ຢູ່​ໃນ​ບັນຫາ​ດັ່ງກ່າວກໍແມ່ນ​ຄວາມ​ພະຍາຍາມ​ຂອງ​ພັກ​ຣີພັບ​ບລິ​ກັນ
​ທີ່​ຄວບ​ຄຸມທັງສອງສະພາຂອງສະຫະລັດ ​ພະຍາຍາມທີ່​ຈະຕ່າວປິ້ນດຳລັດ​ຂອງປະທານ
​າທິບໍດີ Barack Obama ກ່ຽວ​ກັບ​ເລື້ອງ​ຄົ​ນ​ເຂົ້າ​ເມືອງ ຊຶ່ງຈະ​ຈຳກັດການ​ສົ່ງຜູ້​ຄົນ​ກັບ​
ຄືນປະເທດ ​ຈາກສະຫະລັດ.

Your browser doesn’t support HTML5

US HOMELAND SECURITY VO