ລັດຖະສະພາສະຫະລັດ ໄດ້ໃຫ້ການອະນຸມັດຕໍ່ການຮ້ອງຂໍ 28 ລ້ານໂດລ່າ ຂອງອົງການ ຮັກສາຄວາມປອດໄພ ດ້ານການຂົນສົ່ງ ຫຼື TSA ໃນວັນຈັນວານນີ້ ໂດຍອະນຸຍາດໃຫ້ມີການເພີ້ມແຖວໃຫ້ບໍລິການ ແລະຕັດເວລາລໍຖ້າ ໃນສະໜາມບິນໃຫ້ສັ້ນລົງ.
ທ່ານ Jeh Johnson ລັດຖະມົນຕີຮັກສາຄວາມປອດໄພພາຍໃນໄດ້ກ່າວວ່າ “ມື້ນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ໄປຍັງລັດຖະສະພາທີ່ໄດ້ໃຫ້ການອະນຸມັດຕໍ່ການຮ້ອງຂໍ 28 ລ້ານໂດລ່າ ໃນການຈັດລະບຽບການໃໝ່ ສຳຫຼັບໜ່ວຍງານ TSA ຊຶ່ງຈະອະນຸຍາດ ໃຫ້ ພວກເຮົາມີປະສິດທິຜົນຫຼາຍກວ່າເກົ່າໃນການກວດຂັນທີ່ຈະເພີ່ມຈຳນວນຂອງພວກເດີນທາງໃຫ້ຫຼາຍຂຶ້ນໃນສະໜາມບິນໃນສະຫະລັດ.”
ເງິນຈຳນວນດັ່ງກ່າວນີ້ ຈະໄດ້ນຳໄປໃຊ້ຈ່າຍສຳຫຼັບພວກພະນັກງານບໍ່ເຕັມເວລາ ຈຳນວນ 2 ພັນ 784 ຄົນ ໃຫ້ເປັນພະນັກງານເຕັມອັດຕາ ຊຶ່ງໄດ້ລາຍງານວ່າຈະເພີ່ມແຖວກວດກາອີກ 53 ແຖວໃນສະໜາມບິນສະຫະລັດ. ນອກນັ້ນ ຍັງຈະອະນຸຍາດໃຫ້ TSA ຮີບເລັ່ງຈັດຫາວ່າຈ້າງພະນັກງານເພີ່ມຂຶ້ນອີກ 600 ຕຳແໜ່ງໃນງົບປະມານໃນທ້າຍປີນີ້.
ການຕັດສິນໃຈດັ່ງກ່າວນີ້ ຫລັງຈາກໄດ້ມີການອະນຸມັດເງິນໃນຈຳນວນເງິນ 34 ລ້ານ ທີ່ໄດ້ຮັບຜ່ານໃນເດືອນພຶດສະພາຜ່ານມານີ້ ທີ່ເປີດໃຫ້ບໍລິການແຖວກວດກາເພີ່ມອີກ 160 ແຖວ ໃນບໍ່ເທົ່າໃດສັບປະດາຜ່ານມານີ້. TSA ລາຍງານວ່າ ການລໍຖ້າໃນແຖວກວດນັ້ນແມ່ນສະເລ່ຍຂອງພວກເດີນທາງເກືອບວ່າ 99 ເປີເຊັນ ນັ້ນແມ່ນ ສັ້ນກວ່າ 30 ນາທີ.
ແຕ່ວ່າກະຊວງຮັກສາຄວາມປອດໄພພາຍ ບໍ່ຖືວ່າ “ຕົນໄດ້ຮັບໄຊຊະນະ ເທື່ອ.”
ເຖິງແມ່ນວ່າ ຢູ່ໃນທ່າມກາງຂອງການຈົ່ມທຸກຂອງການລໍຖ້າເຂົ້າແຖວກວດໃນສະໜາມບິນອາເມຣິກາ ທີ່ເພີ່ມຂຶ້ນນັ້ນກໍຕາມ ໂດນສະເພາະຫຼັງຈາກພວກຜູ້ໂດຍສານໃນນະຄອນ Chi- cago ໄດ້ພາດຖ້ຽວບິນ ເນື່ອງຈາກການເຂົ້າແຖວກວດຄົ້ນທີ່ຍາວນານ ໃນເດືອນແລ້ວນັ້ນ ການໃຫ້ບໍລິການທີ່ສະດວກສະບາຍນັ້ນ ບໍ່ແມ່ນແຕ່ສິ່ງດຽວທີ່ທາງ ອົງການ TSA ມີຄວາມເປັນຫ່ວງເປັນໃຍ.
ທ່ານ Jeh Johnson ກ່າວວ່າ “ຄືດັ່ງທີ່ຂ້າພະເຈົ້າໄດ້ກ່າວມາໃນຫຼາຍໆຄັ້ງນັ້ນ ພວກເຮົາຈະອຳນວຍຄວາມສະດວກໃຫ້ພວກນັກເດີນທາງເຄື່ອນຍ້າຍພາຍໃນລະດູຮ້ອນນີ້ ແຕ່ວ່າ ພວກເຮົາຈະຮັດໃຫ້ພວກເຂົາເຈົ້າປອດໄພນຳ. ພວກເຮົາຈະບໍ່ຕັດຮອນໃຫ້ມັນສັ້ນລົງ ຖ້າເວົ້າເຖິງຄວາມປອດໄພແລ້ວ.”
ໃນຫວ່າງໝໍ່ໆມານີ້ ສະມາຊິກສະພາສະຫະລັດ ໄດ້ອອກການເຂັ້ມງວດເລື້ອງຄວາມປອດໄພໃນສະໜາມບິນ ໂດຍສະເພາະຫຼັງຈາກທີ່ສາຍການບິນ EgypAir ໄດ້ປະສົບອຸບປະຕິເຫດໃນເດືອນແລ້ວນີ້ ຊຶ່ງສາເຫດຂອງອຸບປະຕິເຫດດັ່ງກ່າວນີ້ ຍັງບໍ່ຊາບເທື່ອ.
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ