ຜູ້ນຳຝ່າຍຄ້ານ ຄອງໂກ ທ່ານ Tshisekedi ເຖິງແກ່​ມໍລະນະ​ກຳ​ ຮວມອາຍຸໄດ້ 84 ປີ

ຜູ້ນຳຝ່າຍຄ້ານຄອງໂກ ທ່ານ Etienne Tshisekedi ຖະແຫຼງ ໃນລະຫວ່າງ ການໂຮມຊຸມນຸມ ທາງການເມືອງ ທີ່ Kinshasa, ຄອງໂກ, 31 ມໍລະກົດ, 2016.

ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ຄອງ​ໂກ ທ່ານ Etienne Tshisekedi ໄດ້ເຖິງ​ແກ່​ມໍລະນະກຳ ຂະນະ​ຢູ່​ທີ່​ນະຄອນ Brussels ປະ​ເທດ​ແບ​ລຢ້ຽມ ​ເພື່ອ​ໄປ​ກວດສຸຂະພາບຮວມອາຍຸ​ໄດ້ 84 ປີ.

ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ Tshisekedi ແມ່ນ​ໄດ້​ຮັບ​ການຢືນຢັນ​ຈາກພັກ​ສະຫະ ພາບ​ເພື່ອ​ປະຊາທິປະ​ໄຕແລະ​ສັງຄົມ​ກ້າວໜ້າ ຊຶ່ງ​ເປັນ​ພັກການ​ເມືອງ​ທີ່ທ່ານ​ໄດ້​ຕັ້ງຂຶ້ນ ​ໃນ​ປີ 1982 ​ເພື່ອ​ຄັດຄ້ານ​ຕໍ່​ການ​ປົກຄອງ​ປະ​ເທດ​ເປັນ​ເວລາ ດົ​ນນານ​ຂອງ​ຈອມ​ຜະ​ເດັດ​ການ Mobutu Sese Seko ຢູ່​ໃນ​ປະ​ເທດ​ທີ່​ຮູ້​ກັນ ​ໃນ​ນາມ Zair ​ເວລາ​ນັ້ນ.

ຜູ້ນຳ​ພັກ​ຝ່າຍ​ຄ້ານ ທີ່​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ນາຍົກລັດຖະມົນຕີ ​ເປັນ​ເວລາ​ສັ້ນໆ​ໃຫ້​ແກ່​ທ່ານ Mobutu ​ໄດ້​ໄປ​ລີ້​ໄພ​ຢູ່​ຕ່າງປະ​ເທດ​ເປັນ​ເວລາ​ຫຼາຍໆ​ປີ ກ່ອນ​ທີ່​ຈະ ​ເດີນທາງ​ກັບ​ຄືນປະ ​ເທດ​ໃນ​ເດືອນ​ກໍລະກົດເວລາ​ທ່ານ​ໄປ​ກ່າວ​ຢູ່​ບ່ອນ​ໂຮມ​ຊຸມນຸມ ຂອງ​ພວກ​ທີ່​ຄັດຄ້ານ​ຕໍ່​ການ​ປົກຄອງ​ຂອງປະທານາທິບໍດີ Joseph Kabila.

ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງທ່ານ Tshisekedi ມີ​ຂຶ້ນ​ໃນ​ຂະນະ​ທີ່​ຄອງ​ໂກ​ກຳລັງ​ປະສົບ​
ກັບ​ຄວາມ​ຫຍຸ້ງຍາກ ບ່ອນ​ທີ່​ພັກ​ຝ່າຍ​ຄ້ານ​ພວມ​ກົດ​ດັນ​ມາ​ເປັນ​ເວລາ ຫຼາຍ​ເດືອນ​ໃຫ້​ປະທານາທິບໍດີ Kabila ລົງ​ຈາກ​ອຳນາດ ຫຼັງຈາກ​ອັນ​ທີ່​ພັກ​ຝ່າຍ ຄ້ານ​ກ່າວ​ວ່າ ການ​ເລືອກ​ຕັ້ງທີ່​ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ນັ້ນ.

ສອງ​ພັກ​ການ​ເມືອງ​ໃຫຍ່ໆ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ ທີ່​ຍັງ​ບໍ່​ທັນ​ມີ​ການຈັດຕັ້ງປະຕິ
ບັດ​ເທື່ອ. ສານ​ໄດ້​ຕັດສິນ​ວ່າ ທ່ານ Kabila ອາດ​ຈະ​ຢູ່​ໃນ​ຕຳ​ແໜ່​ງ ຕໍ່​ໄປ​ໄດ້ ຈົນ​ກວ່າ​ການ​ເລືອກ​ຕັ້ງ​ເທື່ອ​ໜ້າ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີນີ້.

ທ່ານ Tshisekedi ​ແມ່ນ​ເປັນ​ບຸກຄົນ​ທີ່​ຕ້ອງ​ຕິ​ທ່ານ Kabila ຫລາຍ​ທີ່​ສຸດ ​ໃນຖານະ​ທີ່​
ຜູ້​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນ​ແລະ​ເປັນ​ບຸກຄົນ​ທີ່​ມີ​ອິດ​ທິພົນ. ​ໃນປີ​ກາຍ​ນີ້ທ່ານ ​ຮ້ອງ​ທ່ານ Kabila “ຄົນຂາຍ​ຊາດ” ທີ່​ບໍ່​ຍອມ​ລົງ​ຈາກ​ອຳນາດ.

ພາຍ​ໃຕ້​ຂໍ້​ຕົກລົງ​ການ​ໂອນ​ອຳນາດ​ນັ້ນ ມີ​ກຳນົດ​ວ່າທ່ານ Tshisekedi ຈະ​ເຂົ້າ ກຳ​ຕຳ
​ແໜ່​ງຫົວໜ້າ​ສະພາ​ໄລຍະ​ຂ້າມ​ຜ່ານ ຊຶ່ງ​ໝາຍ​ຄວາມ​ວ່າ ຈະ​ນຳພາ​ພວກ​ຜູ້ນຳ​ຊຸດ​ໃໝ່
ຢູ່​ໃນ​ຄອງ​ໂກ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ