48 ຄົນເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ຄອງໂກ

  • ໄພສານ ວໍຣະຈັກ

ເຮືອບິນໂດຍສານ ທີ່ປະສົບອຸບັດຕິເຫດຕົກຢູ່ຄອງໂກ (8 ກໍລະກົດ 2011)

ເຮືອບິນໂດຍສານລຳນຶງຂອງຄອງໂກໄດ້ປະສົບອຸບັດຕິເຫດຕົກ ໃນສາທາລະນະລັດປະຊາ
ທິປະໄຕຄອງໂກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 48 ຄົນ.

ເຈົ້າໜ້າທີ່ລັດຖະບານກ່າວວ່າ ມີຢ່າງນ້ອຍ 53 ຄົນລອດຊີວິດມາໄດ້ ແລະອຸບັດຕິເຫດໄດ້
ເກີດຂຶ້ນ ຂະນະທີ່ເຮືອບິນພວມເວີ່ນລົງຈອດ ທ່າມກາງສະພາບດິນຟ້າອາກາດປັ່ນປ່ວນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າມີຜູ້ຄົນຫຼາຍປານໃດເດີນທາງໄປນຳເຮືອບິນລຳນີ້ເວລາເຮືອ ບິນປະສົບອຸບັດຕິເຫດຕົກຂະນະທີ່ພວມໃກ້ຈະໄປເຖິງສະໜາມບິນນາໆຊາດ Kinsagani
ໃນມື້ວັນສຸກວານນີ້. ແຕ່ແນວໃດກໍຕາມ ພວກເຈົ້າໜ້າທີ່ເວົ້າວ່າ ຍັງມີຜູ້ຄົນອີກຈຳນວນນຶ່ງ
ທີ່ຍັງຊອກຫາບໍ່ທັນພໍ້ເທື່ອ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນໂບອີ້ິ້ງ 727 ລຳນີ້ ເປັນຂອງສາຍການບິນ Hewa Bora.

ຄອງໂກເປັນນຶ່ງໃນບັນດາປະເທດທີ່ມີປະວັດຂີ້ລ້າຍທີ່ສຸດໃນໂລກກ່ຽວກັບເລື່ອງຄວາມປອດ
ໄພທາງອາກາດ. ປະເທດດັ່ງກ່າວມີຖະໜົນຫົນທາງເຊື່ອມຕໍ່ໄປມາບໍ່ເທົ່າໃດສາຍດັ່ງນັ້ນການ ເດີນທາງໆອາກາດແລະທາງນໍ້າຈຶ່ງມັກຈະເປັນທາງເລືອກທີ່ດີ ສຳລັບການເດີນທາງໄລຍະໄກ
ນັ້ນ.