ໃນຂະນະທີ່ມົນລະພິດອາກາດ ປົກຄຸມນະຄອນຫຼວງຈາກາຕາ ທ່າມກາງການເປັນເຈົ້າ
ພາບຈັດການແຂ່ງຂັນກິລາເອຊຽນເກມ ຫຼາຍຄົນໃນມາເລເຊຍພາກັນ ຕິຕຽນອິນໂດເນ
ເຊຍວ່າ ເປັນຜູ້ຮັບຜິດຊອບ ຕໍ່ການເຮັດໃຫ້ ມີລະດັບຄວັນໄຟ ເພີ້ມສູງຂຶ້ນ ຊຶ່ງເຂົາເຈົ້າ
ກ່າວວ່າ ເພາະເກີດໄຟໄໝ້ ຢູ່ເຂດກາລີມັນຕັນ ທີ່ເປັນພາກສ່ວນນຶ່ງຂອງເກາະບໍນຽວ
ອິນໂດເນເຊຍ.
ຄວັນໄຟຈາກໄຟໄໝ້ ແມ່ນເພີ້ມຄວາມຮ້າຍແຮງ ຈາກຄວາມຮ້ອນເອົ້າ ສະພາບແຫ້ງ
ແລ້ງ ພ້ອມດ້ວຍການຖາງປ່າຈູດໄຮ່ດ້ວຍຄວາມຕັ້ງໃຈເພື່ອການກະສິກຳທີ່ຂົ່ມຂູ່ຈະ
ເກີດການຂັດແຍ້ງທາງດ້ານການທູດ ລະຫວ່າງອິນໂດເນເຊຍ ແລະບັນ ດາປະເທດ
ເພື່ອນບ້ານ. ເລື້ອງທີ່ິຄ້າຍຄືກັນໄດ້ເກີດຂຶ້ນໃນປີ 2015 ເວລາຄວັນໄຟ ຈາກເຂດກາ
ລີມັນຕັນ ແລະເກາະສຸມາຕຣາ ໄຫລໄປປົກຄຸມສິງກະໂປແລະ ສ່ວນໃຫຍ່ຂອງມາ
ເລເຊຍ.
ທ່ານຊິຕີ ເນີບາຢາ ບາກາຣ ລັດຖະມົນຕີສິ່ງແວດລ້ອມ ແລະປ່າໄມ້ຂອງອິນໂດເນເຊຍ
ໄດ້ຂຽນຂໍ້ຄວາມລົງທາງທວິດເຕີໃນວັນພຸດທີ່ຜ່ານມາວ່າ “ຂ້າພະເຈົ້າຂໍ ສືບຕໍ່ເຊື້ອເຊີນ
ໃຫ້ທຸກພັກຝ່າຍ ປົກປັກຮັກສາປ່າໄມ້ ແລະດິນດອນ. ຢຸດທຳລາຍທຳມະຊາດໂດຍການ
ຈູດເຜົາ. ພວກເຮົາບໍ່ມີແຜນ ບີ ເພາະວ່າບໍ່ມີໂລກ ບີ.”
ເຂດເອເຊຍອາຄະເນ ໄດ້ປະເຊີນໜ້າກັບຄວັນໄຟໃນແຕ່ລະປີ ລະຫວ່າງລະດູແລ້ງ ຢ່າງ
ໜ້ອຍນັບແຕ່ປີ 2005 ເປັນຕົ້ນມາ ອັນເປັນພາກສ່ວນເນື່ອງມາຈາກຜູ້ຜະລິດກະສິກຳ
ໃຊ້ການຈູດເຜົາທີ່ມີລາຄາຖືກ ແລະມີປະສິດທິຜົນເພື່ອຖາງປ່າເຮັດໄຮ່.
ປະມານ 60 ຫາ 70 ເປີເຊັນຂອງໄຟໄໝ້ໃນປີ 2015 ໄດ້ເກີດຂຶ້ນຢູ່ໃນບ່ອນທີ່ມີຫຍ້າ
ແຫ້ງບ່ອນທີ່ເກີດໄຟໄໝ້ປ່າໄດ້ປ່ອຍແກັສຄາບອນໄດອັອກຊາຍຢ່າງຫຼວງຫຼາຍ ເຮັດ
ໃຫ້ເກີດຄວັນພິດທີ່ເປັນອັນຕະລາຍ.