ຄວາມເປັນຫ່ວງ ໃນຊີເຣຍ ກັບມາເປັນຄວາມເຄັ່ງຕືງ ລະຫວ່າງຣັດເຊຍ ກັບ ເທີກີ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຊ້າຍ) ໂອ້ລົມກັບ ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ລະຫວ່າງການປະຊຸມກັນ.

ການໃຊ້​ແກັສໂຈມ​ຕີ​ໃນ​ຊີ​ເຣຍຫວ່າງ​ມໍ່ໆ​ນີ້ ​ໄດ້​ສ້າງຄວາມ​ເຄັ່ງຕຶງຄືນມາ​ໃໝ່ລ​ະ
ຫວ່າງຣັດ​ເຊ​ຍກັບ​ເທີ​ກີ ກ່ຽວ​ກັບປະ​ເທດ​ດັ່ງກ່າວ. ອີກເທື່ອ​ນຶ່ງ ​ເທີ​ກີ​ໄດ້​ຮຽກຮ້ອງ​ໃຫ້
​ປົດປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ອອກ​ຈາກ​ໜ້າ​ທີ່ ​ແລະ​ສ້າງ​ເຂດ
ປອດ​ໄພ ​ແລະ​ເຂດຫ້າມ​ບິນຜ່ານ ​ແຕ່​ວ່າການທີ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າ​ງຣັດເຊຍ ​ກັບ
​ເທີ​ກີ​ກັບມີຄືນມານັ້ນ ອາດ​ຈະ​ເປັນ​ຜົນ​ກະທົບ​ດ້ານເສດຖະກິດ​ຕໍ່ Ankara ກໍເປັນໄດ້.
Dorian Jonesມີ​ລາຍ​ງານ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳ​ເອົາມາສະ​ເໜີ​ທ່ານ.

Your browser doesn’t support HTML5

ເຊີນຟັງລາຍງານ ຄວາມເຄັ່ງຕຶງ ລະຫວ່າງຣັດເຊຍ ແລະເທີກີ

ທ່າ​ທີທີ່ເຂັ້ມ​ແຂງ​ຂອງ​ນະຄອນອັງກາຣາຕໍ່ລະ​ບອບ​ຊີ​ເຣຍ ໄດ້​ນຳ​ມາສູ່​ການ​ຕອບ​ໂຕ້
ຈາກ​ມົສກູ​ຢ່າງ​ວ່ອງ​ໄວກ່ຽວ​ກັບ​ເສດ​ຖະກິດຂອງ​ເທີ​ກີ. ສະຫະ​ພັນ​ອຸດສາຫະກຳ​ການ
ທ່ອງທ່ຽວຂອງຣັດ​ເຊຍ ​ໄດ້​ເຕືອນ​ໃນ​ວັນ​ຈັນ​ແລ້ວ​ນີ້​ວ່າ ການ​ລົງ​ໂທດ​ຕໍ່​ການ​ຂົນ​ສົ່ງ
ທາງດ້ານ​ການບີນ ​ໄປ​ບ່ອນພັກຜ່ອນຕາກ​ອາກາດອາດ​ຈະ​ຖືກ​ນຳຄືນມາໃຊ້​ໃໝ່ກໍ
ເປັນໄດ້​.

ການ​ກີດ​ຫ້າມ​ຊຶ່ງ​ຫາ​ກໍ່​ໄດ້​ລົບ​ລ້າງ​ໄປຫວ່າງ​ມໍ່ໆ​ມາ​ນີ້ ເປັນ​ພາກສ່ວນນຶ່ງຂອງ​ການ​ລົງ​
ໂທດ​ເສດຖະກິດ​ຢ່າງ​ໜັກ​ທີ່​ບັງຄັບ​ໃຊ້ໂດຍ​ມົສກູ ຫລັງ​ຈາກ​ເຮືອບິນ​ລົບ​ເທີ​ກີ ຍິງ​ເຮືອ
ບິນຖີ້ມລະ​ເບີດຣັດ​ເຊຍຕົກ ທີ່​ປະຕິບັດ​ງານ​ຢູ່​ຖານ​ທັບ​ຊີ​ເຣຍ​ໃນ​ປີ 2015. ນັກ​ຂ່າວ
ດ້ານ​ການ​ເມຶອງ ທ່ານ Semih Idiz ຈາກເວັບ​ໄຊ Al Monitor ​ເຕືອນ Ankara ​ໃຫ້
​ໃຊ້ຄວາມລະມັດລະວັງ​ ໂດຍກ່າວວ່າ

“ຂ້າພະ​ເຈົ້າ​ຄິດ​ວ່າ ຈະ​ບໍ່​ສາມາດ​ສ້າງ​ວິ​ກິດ​ການ​ອີກ​ກັບຣັດ​ເຊຍ ​ໂດຍ​ສະ​ເພາະ
​ທາງດ້ານ​ເສດຖະກິດ ໂດຍສະເພາະເວລາລະ​ດູ​ການທ່ອງທ່ຽວພວມຈະມາເຖິງ​
ຢູ່ນີ້.​ ເພາະສະ​ນັ້ນຈະ​ຕ້ອງມີ​ການ​ປະຕິບັດຄວາມ​ກໍ້າ​ເກີ່ງ ທີ່​ລະມັດລະວັງ​ຢ່າງ​
ເຕັມທີ່.”

ບັນດາ​ນັກ​ທ່ອງ​ທ່ຽວຣັດ​ເຊຍ​ ເປັນພວກທີ່ມີຈຳນວນ​ໃຫຍ່ທີ​ສຸດອັນດັບ​ສອງ ທີ່​ໄປ​ພັກ
ຜ່ອນ​ຢູ່​ເທີ​ກີ. ການ​ກີດ​ຫ້າມ​ປີ​ກາຍ​ນີ້​ ໄດ້ເຮັດ​ໃຫ້​ ​ອຸດສາຫະກຳ​ທຸລະ​ກິດຫລູຫລາ​ຂອງ
ປະ​ເທດ ເສຍ​ຫາຍຢ່າງໃຫຽ່​ຊຶ່ງຈຳນວນ​ນັກ​ທ່ອງ​ທ່ຽວຣັດ​ເຊຍ​ໄດ້​ລົດ​ລົງ​ເກືອບ 3 ລ້ານ​
ຄົນ. ອຸດສາຫະກຳການທ່ອງທ່ຽວ​ມີສ່ວນໃນເສດຖະກິດ​ເທີ​ກີ 6.2 ​ເປີ​ເຊັນ ມີ​ພະນັກ
ງານໃນໜ່ວຍແຮງ​ງານ 8 ​ເປີ​ເຊັນ​.

ມາ​ເຖິງປັດ​ຈຸ​ນັນ​ນີ້ ສື່​ມວນ​ຊົນ​ເທີ​ກີ​ໄດ້​ລາຍງານວ່າ ​ມີພວກນັກ​ທ່ອງ​ທ່ຽວຣັດ​ເຊຍ​ຈັບ
ຈອງ​ເພີ້​ມຂຶ້ນ ​ແລະ​ເປີດ​ການ​ຂົນ​ສົ່ງ​ທາງ​ອາກາດໃໝ່​ຈາກຣັດ​ເຊຍ​ ​ແຕ່​ ຫວັງ​ວ່າ ການ
​ໄປ​ທ່ອງ​ທ່ຽວ​ໃໝ່​ຢ່າງ​ຫລວງຫລາຍ ບັດ​ນີ້​ຈະດຳລົງຄົງ​ຢູ່ ສະໝໍ່າສະ​ເໜີ. ຄວາມ​ບໍ່​ແນ່
ນອນ​ອາດ​ບໍ່​ເກີດ​ຂຶ້ນ​ໄດ້​ໃນ​ເວລາ​ອັນ​ຮ້າຍ​ແຮງ​ສຸດນີ້ ​ແກ່​ເສດຖະກິດ​ເທີ​ກີ ອີງ​ຕາມ​ທີ່​
ປຶກສາ​ດ້ານ​ການ​ເມືອງ ທ່ານ Atilla Yesilada ຂອງ Global Source Partners.

ທ່ານ Yesilada ກ່າວ​ວ່າ “ປະ​ເທດ​ຊາດ​ມີ​ຄວາມ​ອິດ​ເມື່ອຍທີ່​ສຸດ​ຈາກ​ນໍ້າໜັກ​ເສດ
ຖະກິດ​ລ້າ​ຊ້າລົງ. ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ກະ​ຕຸ້ນ​ດ້ານເສດຖະກິດ​ຢ່າງ​ໃຫຍ່​ທີ່​ໄດ້
ຊຸກຍູ້ເສດຖະກິດ​ ​ແຕ່​ໃນ​ດ້ານ​ການ​ບໍ່​ລິ​ໂພ​ກແລ້ວ ກໍ​ບໍ່ໄດ້ຟື້ນ​ໂຕຄືນມາ. ພວກ​ເຮົາ​
ໄດ້
ເຫັນໂຕ​ເລກຫວ່າງງານ​ເທື່ອ​ສຸດ​ທ້າ​ຍ ທີ່​ຮັບ​ຮູ້ລາຍ​ງານ​ພຽງ​ແຕ່​ໃນ​ເດືອນ​ມັງ
ກອນເທົ່ານັ້ນແຕ່ໂຕ​ເລກໄດ້​ຢູ່ສູງມາຕະຫລອດຫລາຍ​ປີ.”

​ເຖິງ​ແມ່ນ​ກ່ອນ​ໜ້າຄວາມ​ເຄັ່ງ​ຕຶງ​ ທັງ​ສອງ​ກໍ້າ​ສອງ​ຝ່າຍກໍຕາມ ແຕ່ມົສ​ກູ​ກໍໄດ້​ດຳ​ເນີນ
​ການ​ຍົກ​ເລີກ​ລົງ​ໂທດເສດຖະກິດ​ສ່ວນ​ໃຫຍ່​ຕ້ານ​ເທີ​ກີ. ​ໃນເດືອນ​ແລ້ວນີ້​ Ankara
ໄດ້​ໂຈມ​ຕີ​ຄື​ນ ​ໂດຍ​ໃຊ້ການ​ລົງ​ໂທດ​ຂອງ​ຕົນ​ຕ້ານຣັດ​ເຊຍ ໂດຍບໍ່​ສັ່ງ​ຊື້ເຂົ້າ ບ​ເລ​
ເຂົ້າ​ມາ.

ລັດຖະມົນຕີ ພະລັງງານຣັດເຊຍ ທ່ານ Alexander Novak (ຊ້າຍ) ແລະຄູ່ຕໍາແໜ່ງເທີກີ ທ່ານ Berat Albayrak ເຊັນສັນຍາທີ່ນະຄອນ Istanbul, Turkey.


ທ່ານ Sinan Ulgen ນັກປາດ​ຈາກ​ສະ​ຖາ​ບັນ Carnegie Europe ​ໃນ​ປະ​ເທດ​
Burssels ກ່າວ​ວ່າ ​ເທີ​ກີ ​ແລະຣັດ​ເຊຍ​ພ້ອມ​ດ້ວຍ​ອີຣ່ານ ​ໄດ້​ລົງທຶນ​ເພື່ອ​ຜົນ​ປະ​ໂຫຍ​ດ
​ໃນ​ການ​ຮ່ວມມື​ກ່ຽວ​ກັບ​ຊີ​ເຣຍ ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະມີ​ຄວາມ​ແຕກ​ຕ່າງ​ກັນກໍຕາມ.

ທ່ານ Ulgen ກ່າວ​ວ່າ “ຖ້າສັນຕິພາບຈະເກີດຂຶ້ນໄດ້ຢູ່ໃນ​ຊີ​ເຣຍ ມັນກໍ​ຕ້ອງການ​ຢ່າງ
ໜ້ອຍໃຫ້ມີ​ສາມ​ປະ​ເທ​ດດັ່ງກ່າວ​ເຂົ້າ​ຮ່ວມຫາ​ກັນ​ຢູ່​ໃນ​ບັນດາ​ໂຕ​ແທນ​ຢູ່​ໃນ​ຊີ​ເຣຍ. ​
ເພື່ອ​ຈະສ້າງ​ຄວາ​ມຮູ້ສຶກເພີ່ງ​ພາ​ອາ​ໄ​ສກັນ.”

ລັດຖະມົນຕີ​ເສດຖະກິດ​ເທີ​ກີ ທ່ານ Nihat Zaybekci ​ໄດ້​ມີ​ປາກ​ສຽງ​ຄວາ​ມ ບໍ່ພໍ​ໃຈ
ກັບ​ສະພາບ​ການ ໂດຍກ່າວ​ວ່າ​ອາທິດ​ໜ້າ ບັນດາ​ຜູ້​ແທນເສດຖະກີດ​ຈະພາ ກັນ​ນັ່ງ​ລົງ
​ເພື່ອ​ແກ້​ໄຂ​ບັນຫາ​ແລກປ່ຽນ​ການ​ຄ້າສອງຝ່າຍ. ເຖິງ​ຢ່າງ​ໃດ​ກໍ​ດີ ການ​ພິຈາລະນາ​ຍຸດ
​ທະ​ສາດ​ກ່ຽວ​ກັບ​ຊີ​ເຣຍ ​ກໍຍັງອາດ​ຈະ​ເປັນປັດໃຈ ​ໃນ​ການ​ປ້ອງ​ກັນ ​ບໍ່ໃຫ້ເກີດຄວາມ
ແຕກຫັກ​ໃນ​ຄວາມ​ສຳພັນລະຫວ່າງກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ