ກອງກຳລັງຮັກສາຄວາມປອດໄພຂອງອີຣັກ ໄດ້ເລີ່ມການປະຕິບັດການໃນວັນຈັນມື້ວານນີ້ ເພື່ອຍຶດເອົາເມືອງ Fallujah ຄືນມາຈາກພວກຫົວຮຸນແຮງກຸ່ມລັດອິສລາມ ດ້ວຍການບຸກໂຈມຕີທີ່ໝັ້ນຂອງພວກເຂົາຈາກຫຼາຍທາງ, ອີງຕາມຄຳເວົ້າພວກຜູ້ບັນຊາການທະຫານ.
VOA ໄດ້ໂອລົມ ທາງໂທລະສັບກັບກອງກຳລັງພິເສດຂອງອີຣັກ ໃນເຂດແນວໜ້າ ກ່ຽວກັບການໂຈມຕີ ເມືອງ Fallujah.
“ກອງກຳລັງພິເສດແລະການປະຕິບັດງານພິເສດຂອງອີຣັກ ແມ່ນໄດ້ເລີ່ມບຸກເຂົ້າໄປໃນເມືອງດັ່ງກ່າວ ແລະເລີ່ມກວດລ້າງ ເປັນຄຸ້ມໆໄປ ແລະຫລັງຈາກນັ້ນ ກໍມອບເຂດທີ່ກວດລ້າງແລ້ວໃຫ້ພວກຕຳຫຼວດ ທະຫານແລະພວກອາສາສະໝັກອີຣັກ,” ຊຶ່ງທ່ານໄດ້ກ່າວຜ່ານທາງນາຍພາສາ.
ເຊີນຊົມ: ຄວາມເປັນຫວ່ງເປັນໃຍກ່ຽວກັບປະຊາຊົນ ພົນລະເຮືອນ ໃນເມືອງ Fallujah
Your browser doesn’t support HTML5
Concerns Over Civilian Suffering as Iraqi Forces Surround Fallujah
ພວກອາສາສະໝັກເຫລົ່ານີ້ ແມ່ນຖືກເອີ້ນວ່າ ກຸ່ມ Hashd al Shaabi ຊຶ່ງເປັນກຸ່ມທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກທະຫານ Shi’ite ເປັນສ່ວນໃຫຍ່.
ພວກທະຫານໄດ້ກ່າວວ່າ “ທຸກບາດກ້າວ ພວກເຮົານຳເອົາທຸງອີຣັກ ໄປປັກໄວ້ ມັນໄດ້ມີການລົ້ມຫາຍຕາຍຈາກຢ່າງຫຼວງຫຼາຍຊຶ່ງຮວມທັງກອງກຳລັງພິເສດນຳ. ພວກເຂົາເຈົ້າໄດ້ເສຍຊີວິດຍ້ອນປືນຄົກແລະລະເບີດ. ສົງຄາມທີ່ວ່ານີ້ ບໍ່ແມ່ນສົງຄາມຊຶ່ງໆໜ້າ ມັນແມ່ນສົງຄາມແບບປະທະກັນດ້ວຍປືນຄົກ ລະເລີດລົດ ແລະພວກມືປືນສັງຫານ.”
ທ່ານຍັງໄດ້ກ່າວວ່າ ພວກນັກລົບຂອງກຸ່ມ IS ໄດ້ຖືກສັງຫານ ແຕ່ວ່າບາງຄົນແມ່ນຖືກຈັບກຸມທີ່ຍັງມີຊີວິດ ແລະໄດ້ໃຫ້ຂໍ້ມູນຕ່າງໆ.
ໃນຂະນະທີ່ການໂຈມຕີ ໄດ້ເລີ່ມຂຶ້ນນັ້ນ ກໍມີຄວາມເປັນຫ່ວງເປັນໃຍ ກ່ຽວກັບປະຊາຊົນ ພົນລະເຮືອນ ທີ່ຍັງຕົກຄ້າງໃນເມືອງທີ່ຖືກຍຶດຄອງໂດຍພວກກຸ່ມລັດອິສລາມ.
ເຊີນຊົມ : ຄວາມເປັນຫວ່ງເປັນໃຍ ຈາກອົງການ UNHCR
Your browser doesn’t support HTML5
UNHCR Concerned About Fallujah Residents
ທ່ານ Muhamed ທະຫານຈາກກອງກຳລັງພິເສດໃນເຂດແນວໜ້າ ທີ່ໄດ້ຕິດຕໍ່ທາງໂທລະ ສັບຫວ່າງມໍ່ໆມານີ້ ຊຶ່ງຊື່ຈິງຂອງທ່ານນັ້ນ ແມ່ນບໍ່ໄດ້ຖືກເປີດເຜີຍ ໄດ້ກ່າວວ່າ “ກຸ່ມລັດອິສ- ລາມ ຫຼື ພວກ IS ໄດ້ວາງລະເບີດໄວ້ຢູ່ຕາມຫົນທາງຫຼາຍສາຍ, ພວກເຂົາໃຊ້ພວກລະເບີດ ສະຫຼະຊີບ.”
ເມືອງ Fallujah ທີ່ໝັ້ນຂອງຊາວ Sunni ໄດ້ຖືກຍຶດຄອງໂດຍກຸ່ມ IS ມາເປັນເວລານານກວ່າເມືອງອື່ນໆ ໃນອີຣັກ ແລະເຊື່ອກັນວ່າ ພວກນັບລົບທີ່ຢູ່ໃນເມືອງນັ້ນ ໄດ້ພາກັນຂຸດຄຸມ ລີ້ຢູ່ໃນເມືອງດັ່ງກ່າວ.
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ