ຄວາມໝັ້ນໝາຍຂອງ ສຫລ ຕໍ່ບັນດາ ພັນທະມິດ ແລະ ການຈັດລໍາດັບໂລກມີ ຄວາມບໍ່ແນ່ນອນ ເພີ້ມຂຶ້ນ

ປະທານາທິບໍດີດໍໂນລ ທຣໍາ ກ່າວກ່ຽວກັບການເກັບພາສີສິນຄ້າຂາເຂົ້າ ທີ່ທຳນຽບຂາວ ໃນວັນທີ 29 ມິຖຸນາ 2018.

ປະ​ທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ປະຕິ​ເສດ​ວ່າບໍ່ມີແຜນການໃດໆ ທີ່​ຈະ​ຖອນ​ສະຫະລັດ​
ອອກ​ຈາກ​ອົງການການຄ້າ​ໂລກ ຫຼື (WTO) ໃນໄວໆນີ້.

ປະທານາທິບໍດີ​ທຣໍາ ກ່າວຄໍາເວົ້າດັ່ງກ່າວ​ຕໍ່​ພວກ​ນັກ​ຂ່າ​ວຢູ່​ເທິງ​ເຮືອບິນ​ປະຈຳ​ຕຳ
​ແໜ່​ງ ​ແອ​ຟອກສ໌ ວັນໃນລະຫວ່າງ​ທີ່ບິນເປັນໄ​ລຍະ​ສັ້ນໆ ​ໃນ​ຕອນບ່າຍ​ວັນ​ສຸກ​ວານ​ນີ້
ຈາກ​ລັດ​ແມຣີ​ແລນ ​ໄປ​ຫາ​ລັດ​ນິວ​ເຈີ​ຊີ.​

​ແຕ່ເມື່ອຖືກ​ຖາມ​ວ່າ ​ທ່ານ​ມີ​ຄ​ວາ​ມຕັ້ງ​ໃຈ​ທີ່​ຈະ​ຖອນ​ສະຫະລັດ​ອອກ​ຈາກ​ອົງການ​ສາ
ກົນລະດັບ​ໂລ​ກ ຊຶ່ງເປັນອົງການດຽວເທົ່ານັ້ນທີ່ເຮັດວຽກກ່ຽວກັບລະ​ບຽບການ​ດ້ານ
ຄ້າ​ລະຫວ່າງ​ປະ​ເທດ​ນັ້ນ ທ່ານ​ທຣໍາຕອບ​ວ່າ “ບໍ່​ມີ​ຢູ່​ໃນ​ປັດຈຸບັນ​ນີ້ ​ແຕ່​ພວກເຂົາເຈົ້າ​ຕ້ອງປະຕິບັດຕໍ່​ພວກ​ເຮົາ​ຢ່າງເປັນ​ທຳ.”

ຄຳ​ຖະ​ແຫຼ​ງດັ່ງກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ປາກົດ​ວ່າ ທ່ານ​ທຣໍ ມີຄວາມ​ຕັ້ງ​ໃຈທີ່ຈະ​ປະ​ເຊີນ
​ໜ້າກັນກັບ​ສະຫະພາບ​ຢູ​ໂຣບ, ບັນດາປະເທດໃນກຸ່ມ 7 ປະ​ເທດ (G-7), ສົນ​ທິສັນຍາ
ແອັດແ​ລນ​ຕິກ​ເໜືອ ​ແລະ WTO ແທນທີ່ຈະໃຫ້ການ​ຮ່ວມ​ມືກັບພວກອົງການ ແລະ
ກຸ່ມດັ່ງກ່າວ​. ທ່ານ​ໄດ້​ສະ​ເໜີ​ຊໍ້າ​ແລ້ວ​ຊໍ້​າອີກວ່າ ​ສະຫະລັດຈະໄດ້ຮັບຜົນປະໂຫຍດ
ຫລາຍກວ່າ ຖ້າຫາກຫັນໄປດໍາເນີນ​ການ​ຄ້າ ​ແລະເຊັນສັນຍາແບບມີ​ຍຸດ​ທະ​ສາດກັບ
​ແຕ່ລະປະ​ເທດເອົາ.

ທ່ານ​ອາ​ເລັກ​ຊານ​ເດີຣ ​ເວີສ​ໂບວ ນັກຄົ້ນຄວ່າທີ່​ສຳຄັນ​ຢູ່ສູນຍຸດ​ທະ​ສາດ ​ແລະ​ຄວາມ
​ໝັ້ນຄົງ​ສະໂກກຣອຟທ໌ຂອງ​ສະພາ​ແອັດແ​ລນ​ຕິກ​ ແລະ​ອະ​ດີດ​ຮອງ​ເລຂາ​ທິການ​ໃຫຍ່
​ອົງການ​ເນ​ໂຕ ກ່າວຕໍ່​ວີ​ໂອ​ເອວ່າ “​ແທນ​ທີ່ຈະ​ຫລິ້ນ​ບົດບາດດັ້ງເດີມ​ຂອງ​ປະທານາທິ
ບໍດີໃນນາມທີ່ເປັນ​ຜູ້ນຳ​ຂອງ​ໂລກເສລີ ທ່ານ​ທຣໍາກັບ​ເບິ່ງ​ຄື​ວ່າ ​ທ່ານກໍາລັງ​ປະກາດ​ສົງຄາມກັບອົງການທີ່ອີງໃສ່​ລະບຽບສາກົນ ຊຶ່ງເຮັດໃຫ້ ກຸ່ມ G-7 ​ແລະ WTO ເຊື່ອມ
ໂຊມລົງ, ເຮັດໃຫ້​ການ​ສືບ​ຕໍ່​ສະໜັບສະໜູນຂອງສະຫະລັດ​ແກ່ກຸ່ມ​ເນ​ໂຕທີ່ເປັນກຸ່ມ
ເຂັ້ມແຂງໃນການຕ້ານກັບຣັດເຊຍນັ້ນຂາດຄວາມບໍ່ແນ່ນອນເພີ້ມຂຶ້ນ. ​ແລະປະກາດ
ຢ່າງ​ຜິດພາດ​ວ່າ ສະຫະພາບ​ຢູ​ໂຣບ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອສວຍ​ເອົາ​ປະ​ໂຫຍ​ດຈາກ​
ສະຫະລັດ.”

ຍັງ​ບໍ່ເຖິງ​ສອງ​ອາທິດ ປະ​ທາ​ນາ​ທິບໍດີ​ທຣໍາ ກໍຈະ​ເດີນທາງ​ໄປ​ຢູ​ໂຣບແລ້ວ ​ເພື່ອເຂົ້າ​ຮ່ວມ
​ກອງ​ປະຊຸມ​ສຸດ​ຍອດປະຈຳ​ປີຂອງເນ​ໂຕ​ ກ່ອນຈະພົບປະກັບນາຍົກລັດຖະມົນຕີອັງກິດ
ທ່ານ​ນາງ​ເທີຣີສາ ​ເມ ​ເປັນການຕ່າງຫາກ​ຢູ່​ອັງກິດ ​ແລະ​ຫຼັງ​ຈາກ​ນັ້ນ ກໍຈະໄປ​ປະ​ເທດ​ຟິນ
​ແລ​ນທີ່​ເປັນປະເທດເປັນກາງ ເພື່ອພົບປະກັບປະທານາທິບໍດີຣັດເຊຍ ທ່ານ​ວລາເດີ​ເມຍ
ປູ​ຕິນ.

ທ່ານ​ ​ເວີສ​ໂບວ ທີ່ເຄີຍເປັນເອກອັກຄະລັດຖະທູດປະຈໍາຣັດເຊຍ, ເກົາຫລີໃຕ້, ແລະເນ
ໂຕນັ້ນ ກ່າວເພີ້ມວ່າ “ບໍ່ມີເວລາໃດທີ່ທ່ານປູຕິນຈະສ້າງປະຫວັດສາດ ໃຫ້ຕົນເອງໄດ້ດີ
ໄປກວ່າຕອນນີ້ອີກແລ້ວ. ແລະກອງປະຊຸມຢູ່ໃນນະຄອນຫລວງ ແຮລຊິງກີ ສາມາດທີ່
ຈະເຮັດໃຫ້ສາຍສໍາພັນລະຫວ່າງທ່ານທຣໍາ ແລະ ທ່ານປູຕິນ ແໜ້ນແຟ້ນຂຶ້ນຳດຍເຮັດ
ໃຫ້ພັນທະມິດຂອງພວກເຮົາ ເສຍຜົນປະໂຫຍດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ