ຜູ້ນຳມາເລເຊຍ ຮຽກຮ້ອງໃຫ້ ກຸ່ມປະເທດອາຊຽນ ແກ້ໄຂການຂັດແຍ້ງກັນ ຢ່າງສັນຕິ

ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກ່າວເປີດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ່ 26 ທີ່ນະຄອນ ກົວລາລຳເປີ ເມື່ອວັນທີ 27 ເມສາ 2015.

ບັນດາ​ຜູ້ນຳ​ຈາກ 10 ປະ​ເທດ​ສະມາຊິກຂອງ​ສະມາຄົມ​ບັນດາ​
ປະ​ຊາຊາດ ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊຽນ ພົບ​ປະກັນ​
ທີ່ມາ​ເລ​ເຊຍ​ ໃນອາທິດ​ແລ້ວນີ້​ເພື່ອສະ​ເໜີການຊັ່ງ​ຊາຕີລາຄາ
ໄປໃນທາງບວກ ກ່ຽວກັບແຜນ​ລິເລີ້ມ ປະຊາ​ຄົມ ເສດຖະກິດ
ອາຊຽນ ໃນ​ປີໜ້ານີ້​. ​ແຕ່​ວ່າດັ່ງທີ່ Ron Corben ນັກຂ່າວ
ວີ​ໂອເອ ຈາກ​ບາງກອກວ່າ ມີ​ຮ່ອງ​ຮອຍຂອງບັນຫາ​ທ້າ​ທາຍ​
ທີ່​ເລິກ​ແລບຫລາຍຢ່າງ ຍັງ ຂວາງໜ້າຢູ່ ພ້ອມ​ດ້ວຍ​ຄວາມ​ເປັນຫ່ວງເພີ້ມຂຶ້ນກ່ຽວກັບການແບ່ງ​ແຍກ​ກັນຢ່າງ​ໜັກ ໃນ
ເລື້ອງການອ້າງກຳມະສິດເອົາ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຈີນ ​ຢູ່ໃນ
ທະ​ເລ​ຈີນ​ໃຕ້ ຊຶ່ງກິ່ງສະຫວັນ ຈະນຳເອົາມາສະເໜີທ່ານ. ​

Your browser doesn’t support HTML5

ຟັງລາຍງານ ຄວາມເປັນຫ່ວງຂອງກຸ່ມປະເທດ ອາຊຽນ ກ່ຽວກັບ ທະເລຈີນໃຕ້

ກອງ​ປະຊຸມສຸດ​ຍອດຕາມປົກກະຕິ ຂອງສະມາຄົມບັນດາປະຊາຊາດ ໃນ​ເຂດ​ເອ​ເຊຍ
​ອາຄະ​ເນ ຫລື​ອາ​ຊຽນ ແມ່ນໄດ້​ເນັ້ນ​ໜັກ​ໃສ່ ບາດກ້າວຕ່າງໆເພື່ອ​ການ​ຊຸກຍູ້ການຮ່ວມມື
ແລະ​ການ​ຄ້າ​ ລະຫວ່າງ​ບັນດາ 10 ປະ​ເທດສະມາຊິກ ​ໃນສະມາຄົມຂົງ​ເຂດ​ດັ່ງກ່າວ ​
ແຕ່​ວ່າ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ຄວາ​ມ​ແຕກ​ແຍກຂອງ​ເຂົາ​ເຈົ້າ ເປັນຫົວຂໍ້ຄອບງຳຢູ່
​ໃນກອງ​ປະຊຸມທີ່ວ່ານີ້. ​ໂດຍ​ສະ​ເພາະ​ແລ້ວ ການ​ຂະຫຍາຍ​ການອ້າງ​ກຳມະສິດເອົາ​ດິນ​
ແດນ​ຂອງ​ຈີນຢູ່​ໃນ​ເຂດ​ຍຸດ​ທະ​ສາດ ​ແລະ​ອຸດົມ​ສົມ​ບຸນ​ໄປ​ດ້ວຍ​ນໍ້າມັນ ໃນ​ທະ​ເລ​ຈີນ​ໃຕ້
ທີ່​ໄດ້​ນຳພາ​ໄປ​ສູ່່​ການ​ແຕກແຍກ​ຢ່າງແຮງ ໃນລະຫວ່າງສະມາຊິກຂອງ ASEAN.

ຮູບຖ່າຍທາງດາວທຽມເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ເກາະຫີນໃຕ້ນ້ຳໄດ້ ມີການ
ຂຸດລອກ ແລະການກໍ່ສ້າງກຳລັງດຳເນີນຢູ່ ໃນເຂດໝູ່ເກາະ Spratly ທີ່ ມີການຂັດແຍ້ງ. ພວກນັກວິເຄາະກ່າວວ່າ ຈີນພວມສ້າງຄ້າຍທະຫານ ແລະສະ ໜາມບິນຂອງຕົນ ຂຶ້ນທີ່
ໝູ່ເກາະດັ່ງກ່າວ.

​ໃນໄລຍະ​ຫລາຍ​ປີ​ທີ່​ຜ່ານ​ມານີ້ ບັນດາ​ປະ​ເທດສະມາຊິກ ASEAN ອັນ​ມີ ຟິລິບ​ປິນ ຫວຽດນາມ​ ມາ​ເລ​ເຊຍ ​ແລະ​ບຣູນາຍ ກໍພາກັນອ້າງເອົາກຳມະສິດຢູ່ໃນທະ ເລຈີນໃຕ້
ຄືກັນ ພ້ອມ​ດ້ວຍໄຕ້​ຫວັນ.

ຜູ້ນຳ​ມາ​ເລ​ເຊຍ ທ່ານ Najib Razak ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າ​ວທ້ອງ​ຖິ່ນ​ວ່າ ບັນດາ​ຜູ້ນຳ
ASEAN ໄດ້​ມີ​ຄວາມ​ຫວັງທີ່​ຈະຊັກ​ຊວນໃຫ້ປັກ​ກິ່ງເຂົ້າໃຈວ່າມັນ ​ເປັນ​ຜົນ​ປະ​ໂຫຍ​ດ
ຂອງປັກກິ່ງເອງ ​ທີ່ຈະຫລີກ​ລ່ຽງ​ການ​ປະ​ເຊີນໜ້າ​ກັບ ASEAN ​ແລະ​ການ​ສ້າງຄວາມບໍ່
ທຸ່ນທ່ຽງໃດໆ​ກໍຕາມຢູ່ໃນ​ຂົງ​ເຂດ ມັນຈະ​ບໍ່​ເປັນ ຜົນປະໂຫຍດຫຍັງເລີຍ​ແກ່​ຈີນ.

​ແຕ່​ວ່າ ທ່າ​ທີ​ຂອງ ASEAN ​ໄດ້​ກໍ່​ໃຫ້​ເກີດ​ມີຕອບໂຕ້ຢ່າງ​ແຮງ​ຈາກ​ຈີນ. ​ໂຄສົກກະຊວງ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກ່າວ​ວ່າ ຈີນ “​ໄດ້​ສ​ະ​ແດງ​ຄວາມ​ຈິງຈັງ ແລະ​ເປັນ​ຫ່ວງ​
ທີ່​ສຸດກ່ຽວກັບ ການໃຫ້ຄວາມເຫັນຂອງ ກອງປະຊຸມສຸດ​ຍອດ ASEAN ທີ່​ກ່າວ​ເຖິງ
ທະ​ເລ​ຈີນ​ໃຕ້.

ທ່ານ Hong Lei ກ່າວ​ວ່າ ທ່າ​ທີ​ຂອງ​ຈີນ ​ກ່ຽວກັບທະ​ເລ​ຈີນ​ໃຕ້ ​ແມ່ນ “​ສະ​ເໝີຕົ້ນ
ສະເໝີປາຍ ​ແລະ​ແຈ້ງຂາວ” ​ແລະ​ບໍ່ແມ່ນເລື້ອງ ລະ​ຫ​ຫວ່າງຈີນ ​ແລະ ASEAN
ໂດຍ​ທີ່ຈີນ ກຳລັງຊອກຫາ​ຊ່ອງທາງແກ້​ໄຂ​ບັນຫາ ​ໃນ​ຄຳ​ຖາມ​ກ່ຽວກັບ​ພື້ນຖານ
ທີ່​ໃຫ້​ຄວາມ​ນັບຖື​ຄວາມ​ຈິງ​ຂອງປະຫວັດສາດ ​ແລະ​ກົດໝາຍ​ສາກົນ."

ນັບແຕ່​ປີ 2002 ເປັນຕົ້ນມາ ສະມາຄົມ ASEAN ​ແລະ​ຈີນ​ໄດ້​ຊອກ​ຫາຊ່ອງ ທາງທີ່ຈະ
ເປີດ​ການ​ເຈລະ​ຈາ ກ່ຽວກັບກົດຂອງ​ການ​ປະ​ຕິ​ບັດ ​ເພື່ອ​ຄໍ້າປະກັນ​ສະພາບ​ເສດຖະກິດ​
ຂອງ​ຂົງ​ເຂດ ​ແລະ​ຜົນ​ປະໂຫຍ​ດໃນເລື້ອງເຂດນ້ຳແດນດິນ ຢູ່ໃນທະ​ເລທີ່​ມີ​ການ​ໂຕ້ຖຽງ
ກັນນັ້ນ ໄດ້ຮັບການຄຸ້ມກັນ. ການເຈລະຈາ​ໄດ້​ເລີ້ມ​ຂຶ້ນໃນປີ 2012 ​ແຕ່​ວ່າ ບໍ່ໄດ້ບັນລຸ
ຄວາມຄືບໜ້າຫຍັງຫລາຍ.

ທ່ານສົມພົບ ທາ​ນະຣັງສັນ ນັກເສດຖະສາດຢູ່ທີ່ປະເທດໄທ ກ່າວ​ວ່າ ຈີນມີທ່າທາງວ່າ
ຈະກົດດັນຕໍ່ໄປ ກ່ຽວ​ກັບ​ນະ​ໂຍບາຍ​ທາງ​ທະ​ເລຂອງຕົນ ​ເຖິງ​ແມ່ນ​ວ່າ​ ​ໄດ້ມີການສະແດງ
ຄວາມ​ເປັນຫ່ວງ ຂອງບັນດາ​ຜູ້ນຳ ASEAN ​ໂດຍ​ທີ່​ຈີນ​ ໄດ້ ໃຊ້ນະໂຍບາຍ​ເສດຖະກິດ
​ແລະ​ຄວາມ​ໝັ້ນຄົງ​ເປັນທັງ​ການ​ລົງ​ໂທດ ​ແລະການ ​ໃຫ້​ລາງວັນ​ແກ່​ແຕ່ລະ​ປະ​ເທດ.

ທ່ານ​ສົມພົບກ່າວ​ວ່າ "ຈີນຍັງ​ໄດ້​ສະ​ເໜີ ​ເສັ້ນ​ທາງ​ສາຍ​ໄໝ ທີ່​ເປັນ​ນະ​ໂຍບາຍ
ເສັ້ນທາງຄ້າໄໝທາງທະ​ເລ ແລະທະນາຄານ​ການ​ລົງທຶນດ້ານໂຄງລ່າງພື້ນຖານ
ເອ​ເຊຍ
ຫລື AIIB ນຳດ້ວຍ. ​ໃນຂະນະ​ດຽວ​ກັນ​ ເຂົາ​ເຈົ້າ​ພາກັນ ​ເຂັ່ງຂືມກັບ​ການ
​ເຄຶ່ອນ​ໄຫວ
ຂອງ​ທະ​ເລຈີນ​ໃຕ້​. ​ເພາະສະ​ນັ້ນ​ມັນ​ຄື​ກັນ​ກັບນະ​ໂຍບາຍ​ໄມ້​ແສ້ ​ແລະ​
ກາຣົດທີ່​ນຳ​ໃຊ້​ໂດຍ​ຈີນ. ​ແຕ່​ວ່າຂ້າພະ​ເຈົ້າຄິດວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ ຈາກ​ນະ​ໂຍ
ບາຍ​ທະ​ເລ​ຂອງ​ເຂົາ​ເຈົ້າ​ ​ແບບຈັ່ງ​ຊັ້ນ.”

ທ່ານ​ສົມພົບ ມາ​ນາຣັງສັນ ກ່າວ​ວ່າ ທ່າ​ທີ​ຂອງ​ຈີນ​ອາດ​ຈະ​ນຳ​ໄປສູ່​ການ​ຂັດ​ແຍ້ງ​ເພີ້​ມຂື້ນ
|ອີກ ກ່ຽວ​ກັບ​ການ​ໂຕ້​ຖຽງ​ເລຶ້ອງນານ​ນໍ້າ. ທ່ານ​ສົມພົບ ກ່າວ​ ​ເພາະວ່າ​ບັນດາ​ສະ​ມາ​ຊິກ
​ປະເທດ​ພາກັນ​ແບ່ງ​ແຍກ​ກັນ​ວ່າ ​ເຂົາ​ເຈົ້າ​ສະໜັບສະໜູນ​ປັກ​ກິ່ງ​ ​ໃນ​ການ​ອ້າງ​ເອົາຫລື​ບໍ່
ທີ່ໄດ້ນຳ​ໄປ​ສູ່​ການ​ແຍກ​ອອກ​ຈາ​ກັນ​ລະຫວ່າງ ASEAN ກ່ຽວກັບ​ການ​ຮັບຮອງ​ເອົາທ່າ​
ທີ ທີ່ເຫັນ​ດີ​ດ້ວຍ​ກັນກ່ຽວ​ກັບ​ຈີນ. ​ເຖິງ​ແມ່ນ​ວ່າ ການ​ອີງ​ອາ​ໄສ​ເສດຖະກິດຕໍ່ຈີນ​ເພີ້​ມຂື້ນ.

ປະ​ເທດ​ເຈົ້າພາບ​ມາ​ເລ​ເຊຍ ​ໄດ້​ໃຫ້ການ​ສັ່ງ​ຊາ​ຄວາມຕື່ນ​ເຕັ້ນ​ກ່ຽວ​ກັບ​ອັນ​ທີ່​ຈະ​ເປັນຂົງ​
ເຂດ​ເສດຖະກິດທີ່​ຮຸງ​ເຮືອງ ທໍານາຍ​ການ​ເຕີບ​ໂຕຢູ່ໃກ້ເກືອບຫ້າເປີ​ເຊັ່ນ​ໃນ​ປີ 2015 ​ທີ່
ເປັນ​ທອຍ​ອັນ​ແຂງ​ແຮງໂດຍ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ.,

​ເຖິງ​ແມ່ນ​ວ່າ​ມີ​ການ​ທຳນາຍ​ທີ່​ສວ​ຍງາມກ່ຽວ​ກັບ​ການ​ເຕີບ​ໂຕດ້ານ​ເສດຖະກິດ ແລະຄວາມ​
ຄາດໝາຍ​ເສດຖະກິດ​ອັນ​ແໜ້ນແຟ້ນຮວມກັນ​ໃນ​ຫລາຍປີ​ຂ້າງ​ໜ້າຈະ​ມາ​ເຖິງນີ້ ມັນ​ມີ​ຮອງ​
ຮອຍວ່າ ປີກ​ຫຍ່ອຍບັນ​ຫາ​ການ​ເມືອງ ກຳລັງ​ວາງ​ທາທີ່ຈະ​ທ້າ​ທາຍ​ຕໍ່​ບັນດາ​ກຸ່ມ​ປະ​ເທດ.

ພ້ອມ​ທັງ​ການ​ດຳ​ເນີນ​ໂຕ້​ແຍ້​ງກັນ​ຢູ່​ຊາຍ​ແດນ ​ແລະ​ການ​ຂັດ​ແຍ້​ງກ່ຽວ ກັບ​ການສ້າງ​ເຄື່ອນ
​ໄຟຟ້າ​ໃຫຍ່​ຢູ່​ຕາມ​ແມ່​ນຳ້ຂອງ ມັນ​ມີ​ຮອງ​ຮອຍວ່າ ASEAN ກຳລັງ​ດິ້ນລົນ​ຖະ​ແຫລ​ງ​ເຖິງ
​ເຫດການ​ທ້າ​ທາຍ​ຕ່າງໆ​ເຫລົ່າ​ນັ້ນ ທີ່​ບໍ່​ພົວພັນ​ກັບ​ຈີນ ທີ່​ເປັນຜູ້​ມີ​ອຳນາດຢູ່​ໃນ​ຂົງ​ເຂດ.

ສາດສະດາຈານ​ການ​ເມືອງ ທີ່ ມະຫາວິທະຍາ​ໄລ ຈຸລາ​ລົງ​ກອນ ທ່ານທີ​ຕິ​ນັນ ພົງ​ສຸດ​ທີຣັກ
ຜູ້​ສັງ​ເກດ​ການ​ຄົນ​ນຶ່ງ ຢູ່​ກອງ​ປະຊຸມ​ໃນ​ ມາ​ເລ​ເຊຍ ກ່າວ​ວ່າ ASEAN ​ປາກົດ​ດວ່າ​ກຳລັງ
​ປະ​ເຊີນ​ໜ້າ​ກັບ​ ຄວາມໄວ້​ວາງ​ໃຈ.

ທ່ານທີ​ຕິ​ນັນ ພົງ​ສຸດ​ທີຣັກ ກ່າວ​ວ່າ : “​ເຈົ້າ​ມີ​ບັນຫາ​ປິກ​ຫຍ່ອຍ​ຕ່າງໆ​ພາຍ​ໃນ​ບັນດາ​
ປະ​ເທດ​ທີ່​ສຳຄັນ ​ໄທ ມຽນມາ ມາ​ເລ​ເຊຍ ​ແລະ​ອິນ​ໂດ​ເນ​ເຊຍ ທີ່​ມີ​ຂໍ້​ແມ້ຢູ່​ແລ້ວ​
ກ່ຽວ​ກັບ​ປະສິດ​ຕິ​ພາບ​ ພັດທະນາ​ທາງ​ທະ​ເລ ​ແລະ​ຟິລິບປີນ. ​ເວລາ​ທີ່​ເຈົ້າ​ປະສົມ​
ກັນ​ເຂົ້າ​ໄປກັບ​ການ​ເມືອງ​ພາຍ​ນອກ ​ເສດຖະກິດ ຂົງ​ເຂດ ທີ່​ເນັ້ນ​ໜັກ​ໃສ່​ຫລາຍ
ເກີນ​ໄປ​ຕໍ່ ​ເສດຖະກິດ​ອາ​ ຊ​ຽນ (AEC) ​ແລະ​ບໍ່​ໄດ້​ຕັ້ງ​ໃຈ​ກະກຽມ ​ເວລາ​ນັ້ນເຈົ້າ​
ບໍ່​ມີ​ຂໍ້​ບັງຄັບທາງ​ທະ​ເລ ທີ່ ASEAN ກຳລັງເຄື່ອນ​ຍ້າຍ​ເຂົ້າ​ໄປ​ສູ່ ທີ່​ບໍ່​ມີ​ຄວາມ​ໄວ້​
ວາງ​ໃຈ ​ແຕ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ກັງ​ວົນ​ຢ່າງ​ຫລວງ​ຫລາຍ."

ທ່ານ​ທິຕິ​ນັນ ກ່າວວ່າ ທ່າມກາງ​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ການ​ສູນ​ເສຍ​ແຮງ​ພັກ​ດັນ ຈະເພີ້​ມ
ການ​ກົດ​ດັນ​ຕໍ່​ປະເທດລາວ ​ໃນ​ປີ 2016 ​ເວລາ​ເປັນ​ປະທານ ASEAN ຊຶ່ງ​ປັດ​ຈຸ​ບັນນີ້
ຈີນ​ເປັນ​ຜູ້ນຳ​ການ​ລົງທຶນ​ຕ່າງປ​ເທດ. ບັນດາ​ນັກວິ​ເຄາະ ກ່າວ​ວ່າ ການ​ຄັດ​ແຍ້​ງກັນ​ໃດໆ
​ກ່ຽວ​ກັບ ທະ​ເລ​ຈີນ​ໃຕ້ ອາດ​ເປັນ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫລວງ ຕໍ່ເສັ້ນ​ທາງ​ເດີນ​ເຮືອ ແລະ
​ທຳລາຍ​ຄວາມ​ຄາດໝາຍ​ເສດຖະກິດ​ອັນ​ແຈ່​ມ​ໃສ​ຂອງ​ຂົງ​ເຂດ