ທ່ານ Comey ກ່າວວ່າ ປ. ທຣຳ ຕ້ອງການ ໃຫ້ທ່ານ ຈົງຮັກພັກດີ

ຮອງປະທານາທິບໍດີ ທ່ານ Mike Pence (ຊ້າຍ) ແລະ ຜູ້ອຳນວຍໜ່ວຍຄຸ້ມກັນ ປະທານາທິບໍດີ ທ່ານ Joseph Clancy ຢືນຢູ່ໃນເວລາ ປະທານາທິບໍດີດໍໂນລ ທຣໍາ ຈັບມືກັບ ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານ James Comey.

ລາຍ​ງານ​ຢູ່​ໃນ​ໜັງ​ສື​ພິມ​ທີ່​ສຳຄັນ​ຂອງ​ສະຫະລັດສະບັບ​ນຶ່ງ ​ໃນ​ຕອນ​ແລງ​ວັນ​ພະຫັດ​
ວາ​ນີ້ກ່າວ​ວ່າ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້ຮຽກໂຕ​ຜູ້ອຳນວຍການ ອົງການ​ສັນຕິ
ບານ​ກາງ ຫລື FBI ທ່ານ James Comey ​ໄປ​ທຳນຽບຂາວ ​ໃນ​ເດືອນ​ມັງກອນ ບ່ອນ​
ທີ່​ປະທານາທິບໍດີ​ໄດ້​ຖາມ​ທ່ານ Comey ​ໃຫ້ “ສາບານ​ວ່າ​ຈະ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ.”

ທ່ານ Comey ​ໄດ້​ຖືກ​ປົດອອກ​ຈາກ​ໜ້າ​ທີ່ ​ໂດຍປະທານາທິບໍດີ​ທຣໍາ ​ໃນ​ວັນ​ອັງຄານ​
ທີ່​ຜ່ານ​ມາ ທີ່ໄດ້​ກໍ່​ໃຫ້​ເກີດ​ອາຍຸ​ການ​ເມືອງແລະ​ສ້າງ​ຄວາມ​ເປັນ​ຫ່ວງໃຫ້ ບາງພາກ
ສ່ວນກ່ຽວ​ກັບ​ວິ​ກິ​ດການ​ລັດຖະທຳ​ມະນູນ.

ໜັງສືພິມ New York Times ກ່າວ​ວ່າ ທ່ານ Comey ​ໄດ້​ປະຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ສາ
ບານ ​ແຕ່​ແທນ​ທີ່​ ໄດ້​ບອກ​ແກ່ປະທານາທິບໍດີ​ທຣໍາວ່າ ທ່ານ​ຈະ “ສື່​ສັດ​ຕໍ່​ທ່ານ​ຢູ່​ສະ​ເໝີ.” ປະທານາທິບໍດີ​ທຣໍາ ​ໄດ້ກົດ​ດັນທ່ານ Comey ຫລາຍ​ເທື່ອ​ກ່ຽວ​ກັບ​ຄວາມ​ຈົງ​ຮັກ​ພັກດີ
​ແລະ​ໃນ​ທີ່ສຸດ ທ່ານ Comey ກ່າວ​ຕໍ່​ປະທານາທິບໍດີ​ທຣໍາວ່າ ທ່ານ​ຈະ​ໄດ້​ຮັບ​ “ຄວາມ
ຈົງ​ຮັກ​ພັກ​ດີທີ່​ສື່​ສັດ” ຂອງຜູ້ອຳນວຍ ການອົງການ FBI ອີງ​ຕາ​ມລາຍ​ງານຂ່າວ​ຂອງ​
ໜັງສື​ພິມ.

ທ່ານ Comey ​ໄດ້ກ່າວ​ຕໍ່​ບັນດາ​ເພື່ອນ​ຮ່ວມ​ງານ ກ່ຽວ​ກັບ​ການ​ຮັບ​ປະທານອາຫານ
ແລງແລະ​ບອກເຂົາ​ເຈົ້າ​ບໍ່​ໃຫ້​ບອກ​ໃຜ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ເປັນ​ຜູ້ອຳນວຍການອົງ
ການ FBI ແຕ່ບັດ​ນີ້ ​ບັນດາ​ເພື່ອນຮວມງານ​ສາມາດ​ເວົ້າ​ໄດ້​ຢ່າງ​ເປີດ​ເຜີຍ ທີ່​ຈະ​ກ່າວ
ເຖິງລາຍ​ລະອຽດ​ຂອງ​ການ​ຮັບ​ປະທານ​ອາຫານ​ແລ​ງ ທີ່​ທ່ານ Comey ບໍ່​ໄດ້​ເປັນ​ຫົວ
ໜ້າ​ອົງການ​ FBI ຕໍ່​ໄປ​ອີກ​ແລ້ວ ນັ້ນຄື​ລາຍ​ງານ​ຂອງໜັງສືພິ​ມ Times.

ຢູ່​ໃນ​ການ​ໃຫ້​ສຳພາດ​ກັບ ​ໂທລະພາບ NBC ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາ ທິບໍດີ
​ທຣໍາ ໄດ້​ໃຫ້​ຄຳ​ຕອບ​ທີ່​ແຕກ​ຕ່າງ ​ກ່ຽວ​ກັບ​ການ​ຮັບ​ປະທານ​ອາຫານ​ແລງ. ປະທານາ
ທິບໍດີ​ກ່າວວ່າ ທ່ານ Comey ​ໄດ້​ຂໍ​ຮ້ອງ​ປະຊຸມ​ເພາະວ່າ ຜູ້ອຳນວຍການອົງການ FBI
ຕ້ອງການ​ຢາກ​ຮັກສາ​ໜ້າ​ທີ່​ຂອງ​ທ່ານ. ປະທານາທິບໍດີ​ບໍ່​ໄດ້​ກ່າວເຖິງການ​ຂໍ​ຮ້ອງ
ສາບານ​ກ່ຽວ​ກັບຄວາມ​ຈົງ​ຮັກ​ພັກດີ.

ໜັງສືຈາກຮອງລັດຖະມົນຕີຢຸຕິທຳ ທ່ານ Rod Rosenstein ມີຫົວຂໍ້ວ່າ "ປົວແປງຄວາມເຊື່ອຖືຈາກສາທາລະນະ ໃນ FBI."

ຢູ່​ໃນ​ການ​ສຳພາດ​ທາງ​ໂທລະພາບ ປະທານາທິບໍດີ​ກ່າວ​ວ່າ ທ່ານ​ໄດ້​ຖາມ​ຫົວໜ້າ
ອົງການ FBI ​ວ່າ ທ່ານ​ໄດ້​ຖືກ​ສືບສວນຫລື​ບໍ່.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ​ໄດ້​ຖາມ​ທ່ານ Comey “ຖ້າ​ມັນ​ເປັນ​ໄປ​ໄດ້ ຂໍ​ໃຫ້​
ທ່ານ​ບອກ​ໃຫ້​ຂ້າພະ​ເຈົ້າ​ຮູ້ວ່າ ຂ້າພະ​ເຈົ້າ​ຢູ່​ພາຍ​ໃຕ້​ການ​ສືບສວນຫລື​ບໍ່? ທ່ານ
Comey ​ກ່າວ​ວ່າ ທ່ານ​ບໍ່​ໄດ້​ຢູ່​ພາຍໃຕ້​ການ​ສືບ​ສວນ.”

ພວກປະທ້ວງພາກັນຢືນຢູ່ນອກທຳນຽບຂາວ ໃນການສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ.

ປະທານາທິບໍດີ ຢູ່​ໃນ​ການ​ສຳພາດ​ທາງ​ໂທລະພາບ ກ່າວ​ຊໍ້າ​ແລ້ວ​ຊໍ້າອີກ​ວ່າ “ຂ້າພະ
​ເຈົ້າ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ການ​ສືບສວນ” ​ເວລາ​ຖາມ​ເຖິງ​ການ​ໃຫ້ການໃນ​ຄຳ​ສາບານຂອງ​
ທ່ານ Comey ວ່າ​ມີ​ການສືບສວນ​ກ່ຽວ​ກັບການ​ໂຄສະນາ​ຫາ​ສຽງ​ເລືອກຕັ້ງ​ປະທານ​າ
ທິບໍດີຂອງ​ທ່ານ ປີ 2016 ​ແລະ​ອາດ​ເປັນໄປ​ໄດ້​ທີ່​ມີ​ການ​ຮ່ວມ​ມື​ກັບ​ລັດຖະບານຣັດ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Trump FBI