ຊາວອາເມຣິກັນ ພາກັນສະເຫລີມສະຫລອງວັນ Columbus Day ໃນວັນຈັນມື້ນີ້.
ວັນໂຄລໍາບັສ ເປັນວັນພັກຂອງລັດຖະບານກາງ ທີ່ສະຫລອງການໃນວັນຈັນທີ່ສອງ
ຂອງເດືອນຕຸລາ ອັນເປັນຂີດໝາຍຂອງການເດີນທາງມາເຖິງ ພາກພື້ນອາເມຣິກາ
ຂອງທ່ານ ຄຣີສໂທເຟີ ໂຄລໍາບັສ.
ໃນປາງນັ້ນ ທ່ານ ໂຄລໍາບັສ ເປັນນັກສໍາຫລວດຊາວອີຕາລີ ທີ່ເດີນທາງດ້ວຍເຮືອໃບ
ທີ່ຕິດທຸງຊາດຂອງປະເທດສະເປນ ນໍາພາການສໍາຫລວດສີ່ຄັ້ງມາຍັງໂລກໃໝ່ ກໍຄືດິນ
ແດນອາເມຣິການີ້ ແຕ່ກໍບໍ່ປະສົບຜົນສໍາເລັດຕາມເປົ້າໝາຍເດີມຂອງທ່ານ ຄືເພື່ອຊອກ
ຫາເສັ້ນທາງທະເລກໍ້າຕາເວັນ ຕົກໄປຍັງຂົງເຂດເອເຊຍ. ກົງກັນຂ້າມ ທ່ານໂຄລໍາບັສ
ກັບໄດ້ເປີດສັກກະລາດໃໝ່ໃນປະວັດສາດໂລກ ໂດຍການຄົ້ນພົບພາກພື້ນອາເມຣິກາ
ແລະເປີດທະວີບນີ້ ໃຫ້ແກ່ການສໍາຫລວດ.
ວັນໂຄລໍາບັສ ໄດ້ກາຍເປັນວັນພັກປະຈໍາປີຂອງສະຫະລັດໃນປີ 1971 ຊຶ່ງໂດຍທົ່ວໄປ
ແລ້ວ ຈະສະເຫລີມສະຫລອງໂດຍພວກທະນາຄານ ຫ້ອງການລັດ ໄປສະນີ ແລະອົງ
ການຕ່າງໆຂອງລັດຖະບານກາງ ທີ່ພາກັນຢຸດພັກ. ຕະຫລາດພັນທະບັດກໍປິດໃນມື້ນີ້
ແຕ່ທຸລະກິດບາງແຫ່ງ ແລະຕະຫລາດຫຸ້ນ ຍັງເປີດບໍລິການ.