ເຈົ້າໜ້າທີ່ຫຼາຍຄົນຖືກຍິງ, ຄົນນຶ່ງຕາຍ ໃນລັດ ໂຄໂລຣາໂດ

ນັກສືບສວນສອບສວນມຸ່ງໜ້າໄປຈຸດເກີດເຫດຍິງກັນ. ເມືອງ ຮາຍແລນສ໌ ແຣັນຈ໌, ລັດ ໂຄໂລຣາໂດ. 31 ທັນວາ, 2017.

ເຈົ້າໜ້າທີ່ຕຳຫຼວດເມືອງ 5 ຄົນ ແລະ ພົນລະເຮືອນສອງຄົນໄດ້ຖືກຍິງ ໃນຂະນະທີ່ຕຳ
ຫຼວດໄດ້ຕອບໂທລະສັບກ່ຽວກັບການຂັດແຍ້ງໃນລະຫວ່າງຄອບຄົວເມື່ອວັນອາທິດ
ວານນີ້ ທີ່ລັດ ໂຄໂລຣາໂດ (Colorado) ຕັ້ງຢູ່ພາກກາງຕາເວັນຕົກຂອງ ສະຫະລັດ.

ເຈົ້າໜ້າທີ່ຕຳຫຼວດເມືອງ ດັກກລາສ໌ (Douglas) ກ່າວວ່າ ນຶ່ງໃນບັນດາເຈົ້າໜ້າທີ່ 5
ຄົນໄດ້ຖືກຍິງຕາຍ, ແລະ ຜູ້ຕ້ອງສົງໄສກໍໄດ້ຖືກຍິງ ແລ້ວ ກໍບໍ່ເປັນໄພຂົ່ມຂູ່ຫຍັງອີກຕໍ່
ໄປ.

ກົມຕຳຫຼວດເມືອງ ໄດ້ຂຽນໃນ Twitter ວ່າ “ຜູ້ຕ້ອງສົງໄສຖືກຍິງ ແລະ ເຊື່ອວ່າຕາຍ
ແລ້ວ ແລະ ບໍ່ມີໄພຂົ່ມຂູ່ຫຍັງອີກຕໍ່ໄປ.”

ໃນຕອນເຊົ້າໆຂອງວັນດັ່ງກ່າວ, ຫ້ອງການຕຳຫຼວດເມືອງ ໄດ້ປະກາດ “ພາວະສຸກເສີນ”
ໃນບໍລິເວນທີ່ຢູ່ອ້ອມຮອບ, ແລະ ໄດ້ແນະນຳໃຫ້ປະຊາຊົນທີ່ອາໄສ ຢູ່ໃນບໍລິເວນໃກ້
ຄຽງໃຫ້ຢູ່ໃນເຮືອນ ແລະ ຫຼີກເວັ້ນບໍ່ໃຫ້ຢູ່ໃກ້ປ່ອງຢ້ຽມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ