ນາຍ James Holms ຖືກຟ້ອງຮ້ອງ ຢ່າງເປັນທາງການ

ນາຍ James Holms ຜູ້ຕ້ອງຫາຂ້າໝູ່ໃນໂຮງສາຍຮູບເງົາ ໄດ້ຖືກ ໄອຍະການສານ ຟ້ອງຮ້ອງຢ່າງເປັນທາງການ ໃນຂໍ້ຫາ 142 ກະທົງ

ຜູ້ຕ້ອງຫາຄາດ​ຕະກໍາ​ໝູ່ ຢູ່​ໃນ​ໂຮງ​ສາຍຮູ​ບ​ເງົາ​ໃນ​ສະຫະລັດ ​ໄດ້​ຖືກ​ກ່າວ​ຂໍ້​ຫາໂທດ​ຫລາຍໆ
ກະ​ໂທ​ງ ​ໃນ​ຖານຕັ້ງ​ໃຈ​ຂ້າ ​ແລະ​ພະຍາຍາມ​ທີ່​ຈະ​ຂ້າ ໃນການ​ຍິງໂຈມ​ຕີ ທີ່​ເຮັດ​ໃຫ້ 12 ຄົນ
ເສຍ​ຊີວິດ ​ແລະ​ອີກ 58 ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ.

​ໄອ​ຍະ​ການ​ສານໄດ້​ທໍາ​ການຟ້ອງ​ຮ້ອງຢ່າງ​ເປັນທາງ​ການ ​ໃນ​ຂໍ້​ຫາ 142 ກະທົງ ​ ຕໍ່​ຜູ້​ຕ້ອງ
​ສົງ​ໃສ ນາຍ James Holmes ໃນ​ວັນ​ຈັນວານ​ນີ້ ທີ່​ລັດ​ Colorado ທາງ​ພາກ​ກາງຂ້ອນ​ໄປ​
ທາງ​ທິດຕາ​ເວັນ​ຕົກຂອງ​ສະຫະລັດ​. ​ເຂົາ​ເຈົ້າ​ກ່າວ​ວ່າ ຈະຕັດສິນ​ໃຈ ໃນຫລາຍໆ​ອາທິດ​ຈະ​ມາ
ນີ້ ວ່າຈະ​ຮ້ອງ​ຂໍໂທດ​ປະຫານ​ຊີວິດຕໍ່​ຜູ້ກ່ຽວ​ຫລື​ບໍ່.

​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນາຍ Holmes ​ໄດ້​ລະດົມຍິງໃສ່​ຜູ້​ຄົນຢ່າງບໍ່​ເລືອກ​ໜ້າ ​ໃນ​ວັນ​ທີ
20 ​ເດືອນ​ກໍລະກົດນີ້ ​ໃນ​ຕອນ​ທ່ຽງ​ຄືນ ຢູ່​ໂຮງສາຍ​ຮູບ​ເງົາ​ໃນ ເມືອງ Aurora ຂະນະ​ທີ່​ມີ​ການ
ສາຍ​ຮູບ​ເງົາ​ກ່ຽວ​ກັບ​ເລື້​ອງ ມະນຸດ​ເຈຍ Batman, The Dark Night Rises. ​ ຕໍາຫລວດ
​ກ່າວ​ວ່າ ນາຍ Holmes ​ໄດ້ແກວ່ງ​ລະ​ເບີດ​ນໍ້າ​ຕາ ​ເຂົ້າ​ໄປໃນ​ໂຮງ​ຮູບ​ເງົາ ກ່ອນ​ຈະ​ຍິງ​ປືນໃສ່​ຜູ້
​ເຂົ້າ​ຊົມ.

ນາຍ Holmes ​ຊຶ່ງເປັນອະດີດ​ນັກ​ສຶກສາ​ປະລິນຍາ​ເອກ ວິຊາປະສາດ​ວິທະຍາ ​ໄດ້​ປະຕິ​ເສດ​ທີ່​
ຈະລົມ​ ກັບເຈົ້າ​ໜ້າ​ທີ່​ຕໍາ​ຫລວດ.