ປະທານາທິບໍດີ Santos ແຫ່ງໂຄລຳເບຍ ຊະນະ ການເລືອກຕັ້ງ ອີກຄັ້ງນຶ່ງ (ວີດີໂອ )

ປ. Juan Manuel Santos ປ່ອນບັດ ຂອງທ່ານ ໃນລະຫວ່າງ ການເລືອກຕັ້ງ ທີ່ນະຄອນຫລວງ Bogota, ວັນທີ 15 ມິຖຸນາ 2014.

ປະທານາທິບໍດີ Juan Manuel Santos ​ແຫ່ງ​ໂຄ​ລຳ​ເບຍ
​ໄດ້​ຖືກເລືອກ​ຕັ້ງຄືນ​ອີກສະ​ໄໝ​ນຶ່ງ​ ໃນ​ວັນ​ອາທິດ​ວານ​ນີ້ ​
ໃນອັນທີ່​ເປັນ​ການ​ສະໜັບສະໜຸນ​ຢ່າງ​ຈະ​ແຈ້ງ​ຂອງ​ປະຊາ
ຊົນ ຕໍ່ການ​ເຈລະຈາ​ສັນຕິ​ພາບ​ຂອງ​ທ່ານ ​ກັບ​ພວກ​ກະບົດ​
ນິຍົມ​ຊ້າຍ​ນັ້ນ.

ຫຼັງ​ຈາກມີ​ການ​ນັບ​ບັດ​ເລືອກຕັ້ງສ່ວນໃຫຍ່ ໃນ​ການ​ບ່ອນ​ປັດ​
ຮອບ​ຊີ້​ຂາດ​ໃນ​ວັນ​ອາທິດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ
ກ່າວ​ວ່າ ທ່ານ Santos ໄດ້​ຊະນະ​ຄູ່​ແຂ່ງ​ນິຍົມຂວາ ທ່ານ
Oscar Ivan Zuluaga ດ້ວຍ​ຄະ​ແນນ​ສຽງ​ລື່ນ​ກັນ ​ປະມານ
5 ​ເປີ​ເຊັນ. ທ່ານ Zuluaga ​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ກວ່າ
​ໝູ່​ ໃນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ ​ເມື່ອ 3 ສັບປະດາ​ກ່ອນ.

ທ່ານ Zuluaga ​ໄດ້​ຕຳ​ໜິຕິຕຽນ​ ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ເຈລະຈາ​ສັນຕິພາບ​ທີ່
​ດຳ​ເນີນ​ໄປຢ່າງ​ຊ້າໆ ​ກັບ​ພວກ​ກະບົດ FARCແລະ​ຢາກ​ວາງ​ເງື່ອນ​ໄຂ​ທີ່​ເຂັ້ມ​ງວດ
​ຂຶ້ນ​ສຳ​ຫລັບ​ການ​ເຈລະຈາ​ນັ້ນ.

ປະທານາທິບໍດີ Santos ​ເອີ້ນ​ການ​ເລືອກ​ຕັ້ງ​ນີ້​ວ່າ ​ເປັນ​ທາງ​ເລືອກ​ລະຫວ່າງ​ພວກ
​ທີ່​ຢາກ​ຍຸດຕິ​ສົງຄາມ ​ແລະ​ພວກ​ທີ່​ຢາກໃຫ້ສົງຄາມນີ້​ດຳ​ເນີນ​ຕໍ່​ໄປ​ໂດຍ​ບໍ່​ວັນ​ສິ້ນ​ສຸດ.
ທ່ານ​ກ່າວ​ຕື່ມ​ວ່າ:

“ມັນ​ເປັນຄວາມ​ຈິງ ທີ່​ວ່າ​ມັນ​ຈະ​ບໍ່​ເປັນ​ການ​ງ່າຍ ມີ​ອຸບປະສັກ​ເລື້ອຍໆ ​
ແລະ​ມີ​ສັດຕູໃນ​ທຸກໆຍາມ. ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​
ນັ້ນ ປະຊາຊົນ​ຫລາຍ​ຄົນ​ໄດ້​ສະ​ແດງຄວາມບໍ່​ແນ່​ໃຈ ກ່ຽວ​ກັບ​ຄວາມ​ເປັນ​
ໄປ​ໄດ້​ໃນ​ການ​ບັນລຸ​ສັນຕິພາບ ​ແລະ​ຄວາມ​ຢ້ານ​ກົວ​ທີ່ວ່າ ​ມັນ​ຈະ​ມີ​ຂຶ້ນ​ ​
ໂດຍບໍ່ຄຳນຶງ​ວ່າຈະ​ມີ​ຄ່າ​ເສຍ​ຫາຍ​ເທົ່າ​ໃດ​ກໍ​ຕາມ​ນັ້ນ. ພວກ​ເຮົາ​ໄດ້​ຮັບ​
ສານ​ຂອງ​ພວກ​ທ່ານ​ແລ້ວ. ມັນ​ຈະ​ບໍ່ເປັນ​ເຊັ່ນ​ນັ້ນ ແລະ​ຂ້າພະ​ເຈົ້າ​ໄດ້​
ເວົ້າ​ມາ​ໂດຍ​ຕະຫຼອດ​ວ່າ ຈະ​ບໍ່​ມີ​ສັນຕິພາບໂດຍ​ປາດ​ສະ​ຈາກ​ການຍົກ​
ເວັ້ນ​ໂທດ ​ແຕ່ຈະ​ມີ​ສັນຕິພາບ​ ດ້ວຍ​ຄວາມ​ຍຸຕິ​ທຳ.”

Your browser doesn’t support HTML5

colombiaelection16june14