ຜົນການເລືອກຕັ້ງທີ່ ໂຄລໍາເບຍ

  • ສິງ ບູຣົມມະວົງ

ທ່ານ Juan Manuel Santos ປະທານາທິບໍດີທ່ີຖືກເລືອກຕັ້ງໃໝ່ຂອງ Colombia, ວັນທີ 20 ມິຖຸນາ 2010

ທ່ານ Juan Manuel Santos ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກຕັ້ງປະທານາທິບໍດີຮອບຕັດສິນ​ຊີ້​ຂາດຂອງ​ໂຄ​ລຳ​ເບຍ
ຊຶ່ງ​ທ່ານຈະໄດ້ສືບ​ທອດ​ອຳນາດ​ຕໍ່​ປະທານາທິບໍດີ Alvaro Uribe ທີ່ຈະ​ພົ້ນຈາກ​ຕຳ​ແໜ່​ງ​ໄປ​ ຫລັງ​ຈາກ​ໄດ້​ດຳລົງ​ຕຳ​ແໜ່​ງມາ 2 ສະ​ໄໝ.

ທ່ານ Santos ຊຶ່ງ​ເປັນ​ອະດີດ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ ໄດ້ໃຫ້​ຄຳ ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ວຽກ​ງານ​ຂອງ​ທ່ານ Uribe ​ໃນ​
ການ​ຕໍ່ຕ້ານ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ທີ່ຜິດ​ກົດໝາຍ ​ແລະ​ຕໍ່ສູ້​ກັບ​ພວກ​ກະບົດ​ຝ່າ​ຍຊ້າຍ​ນັ້ນ.

ປະທານາທິບໍດີ​ທ່ີ​ຖືກ​ເລືອກ​ຕັ້ງ​ໃໝ່ ທີ່​ສະ​ໝັກເລືອກ​ຕັ້ງໃນ​ນາມ​ພັກສາ​ມັກ​ຄີ​ຊາດ ​ໄດ້​ຮັບ​ສຽງ​ສະໝັບສະໝຸ​ນ 69 ​ເປີ​ເຊັນ​ຂອງຄະ​ແນນ​ສຽງ
ເລືອກ​ຕັ້ງ​ທັງ​ໝົດ ສົມ​ທຽບກັບ ​ບໍ່​ຮອດ 28 ​ເປີ​ເຊັນ​ຂອງຄູ່​ແຂ່ງ ຄື​ທ່ານ Antanas Mockus ຊຶ່ງ​ເປັນອະດີດ​ເຈົ້າ​ຄອງ​ກຳ​ແພງ​
ນະຄອນ ຫລວງ Bogota ​ແລະຜູ້​ສະ​ໝັກຈາກ​ພັກ Green Party.

ພ້ອມ​ດຽວ​ກັນ ຕຳຫລວດ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ມື້ເລືອກ​ ຕັ້ງ​ວັນ​ອາທິດວານ​ນີ້ ​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​
ຢ່າງ​ນ້ອຍ 7 ຄົນ ​ເສຍ​ຊີວິດ ​ເວລາ​ລະ​ເບີດ​ແຄມ​ທາງລູກ​ນຶ່ງແຕກ​ຂຶ້ນ​ໃກ້ໆ​ກັບ​ໜ່ວຍ​ລາດ​ຕາ​ເວັນ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ
ຂອງປະ​ເທດ​ ​ແລະ​ທະຫານ 3 ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ຕໍ່​ສູ້​ກັບ​ພວກ​ກອງ​ໂຈນ​.