ປະທານາທິບໍດີ ໂຄລໍາເບຍ ທ່ານ Juan Manuel Santos
ກ່າວວ່າ ທ່ານໄດ້ອອກຄໍາສັ່ງໃຫ້ບັນດາຜູ້ເຈລະຈາຂອງລັດ
ຖະບານ ກັບຄືນໄປຍັງຄິວບາ ເພື່ອສືບຕໍ່ທໍາການເຈລະຈາ
ສັນຕິພາບກັບ ກຸ່ມກອງທັບປະຕິວັດໂຄລໍາເບຍ ຫລື FARC
ຊຶ່ງເປັນກອງທັບຂອງຝ່າຍກະບົດທີ່ໃຫຍ່ສຸດຈຸສຸດທ້າຍຂອງ
ອາເມຣິກາ ລາຕິນ.
ທ່ານ Juan Manual Santos ກ່າວໃນວັນອາທິດວານນີ້ວ່າ :
“ຂ້າພະເຈົ້າ ໄດ້ສັ່ງໃຫ້ ບັນດາຜູ້ເຈລະຈາ ກັບຄືນໄປຍັງ
ຄິວບາ ແລະສືບຕໍ່ການເຈລະຈາດັ່ງກ່າວ ໃນມື້ອຶ່ນນີ້
ເວລາ 8:30 ຕອນເຊົ້າ ເພື່ອເບິ່ງວ່າພວກເຮົາຈະສາມາດຕົກລົງກັນໄດ້ບໍ່.
ພວກເຮົາໄດ້ທໍາຄວາມກ້າວໜ້າມາແລ້ວ. ພວກເຮົາໄດ້ທໍາຄວາມກ້າວໜ້າ
ມາຫລາຍສົມຄວນ ຢ່າງບໍ່ເຄີຍມີມາກ່ອນ ແຕ່ພວກເຮົາກໍຕ້ອງມອງເບິ່ງ
ສະພາບໂຕຈິງ. ພວກເຮົາຍັງມີວຽກຫລາຍຢູ່ ທີ່ຈະຕ້ອງໄດ້ເຮັດ.”
ຄໍາປະກາດດັ່ງກ່າວໄດ້ມີຂື້ນ ໃນຂະນະທີ່ຝ່າຍະຫານ ໄດ້ເພີ້ມການລາດຕະເວນໃນແຂວງ
Arauca ຫລັງຈາກໄດ້ມີການດັກໂຈມຕີໂດຍກຸ່ມ FARC ທີ່ໄດ້ສັງ ຫານທະຫານ 14 ຄົນ.
ການດັກໂຈມຕີເມື່ອວັນເສົາຜ່ານມາ ໄດ້ເກີດຂື້ນຢູ່ໃນແຂວງ Arauca ປະມານ 390 ກິໂລ
ແມັດ ຫ່າງຈາກເມືອງຫລວງ Bogota ໄປທາງກໍ້າຕາເວັນອອກສຽງເໜືອ.
FARC ແມ່ນອົງການຈັດຕັ້ງພວກກໍ່ການຮ້າຍ Marxist ທີ່ໄດ້ທໍາການສູ້ລົບກັບກອງທັບ
ໂຄລໍາເບຍ ມາຕັ້ງແຕ່ປີ 1964.
ເບິ່ງວີດິໂອ ປະທານາທິບໍດີໂຄລໍາເບຍ ຖະແຫລງເລື້ອງສັ່ງໃຫ້ຄືນໄປເຈລະຈາ:
Colombia's President Juan Manuel Santos says he has instructed government negotiators to return to Cuba to continue peace talks with the Revolutionary Armed Forces of Colombia, or FARC - Latin America's last major rebel army.
Juan Manuel Santos, Colombia President:
"I have instructed negotiators to return (to Cuba) and tomorrow, at 8:30 a.m., continue with these talks to see if we can come to an agreement. And we have advanced. We have advanced quite a lot, like never before, although we have to be realists. We still have a lot of work to do."
The announcement comes as the military stepped up patrols in Arauca province after an ambush by FARC killed 14 soldiers.
Saturday's ambush occurred in the province of Arauca about 390 kilometers northeast of the capital, Bogota.
FARC is a Marxist-rebel organization that has been fighting the Colombian army since 1964.

Your browser doesn’t support HTML5