ໂຄລອມເບຍ ແລະກຸ່ມກະບົດ FARC ຈະເຊັນ ຂໍ້ຕົກລົງສັນຕິພາບ ທີ່ເຈລະຈາກັນໃໝ່

ພວກສະໜັບສະໜຸນ ຕໍ່ຂໍ້ຕົກລົງ ສັນຕິພາບສະບັບໃໝ່ ກັບກຸ່ມກະບົດ FARC ໂຮມຊຸມນຸມກັນ ທີ່ນະຄອນ ໂບໂກຕ້າ. (15 ພະຈິກ 2016)

ລັດຖະບານ​ໂຄ​ລອມ​ເບຍ ​ແລະ​ກຸ່ມ​ກະບົດ FARC ຊຶ່ງ​ເປັນ​ກຸ່ມ​ກະບົດ​ທີ່​ໃຫຍ່​ທີ່ສຸດ​ໃນ​ປະ​ເທດ ມີ​ກຳນົດ​ທີ່​ຈະ​ລົງ​ນາມ ​ໃນຂໍ້​ຕົກລົງ​ສັນຕິພາບ ທີ່​ໄດ້​ມີ​ການ​ເຈລະຈາ​ກັນ​ໃໝ່ ​ໃນ​ວັນ​ພະຫັດ​ມື້ອື່ນ​ນີ້.

ຂໍ້​ຕົກລົງ​ສັນຕິພາບ​ ທີ່​ໄດ້​ຮັບ​ການ​ດັດ​ແປງ​ແກ້​ໄຂ​ໃໝ່ນີ້ ຈະ​ມີ​ການ​ລົງ​ນາມ​ກັນ​ຢູ່​ນະຄອນ​ຫຼວງ​ໂບ​ໂກ​ຕ້າລະຫວ່າງ​ຜູ້ນຳ​ຂອງ​ກຸ່ມ​ກະບົດ FARC ທ່ານ Rodrigo Londono ​ແລະ​ປະທານາທິບໍດີ​ໂຄ​ລອມ​ເບຍ ທ່ານ Juan Manuel Santos ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແນ​ງສັນຕິ​ພາບ​ ໃນ​ເດືອນ​ແລ້ວ​ນີ້ ໃນ​ການດຳ​ເນີນຄວາມ​ພະຍາຍາມ​ຂອງ​ທ່ານ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງກັບ​ກຸ່ມ​ກະບົດ​ດັ່ງກ່າວ.

ລັດ​ຖະບານ​ແລະ​ຜູ້ຕາງໜ້າ​ຂອງ​ກຸ່ມ​ກອງທັບ​ປະຕິວັດ​ແຫ່ງ​ໂຄ​ລອມ​ເບຍ​ໄດ້​ເຈລະຈາ​ກັນ​ ຢູ່​ປະ​ເທດ​ຄິວ​ບາ ມາ​ເປັນ​ເວລາ 4 ປີກ​ວ່າໆ ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ ວິດ​ຫຼາຍກວ່າ 220,000 ຄົນ ​ແລະ​ອີກ​ຫລາຍ​ລ້ານ​ຄົນ​ຕ້ອງ​ໄດ້​ອົບ​ພະຍົບຫລົບ​ໄພໃນ​ປະ​ເທດ​ທີ່​ຕັ້ງຢູ່ພູ Andean ​ແຫ່ງ​ນີ້.

ອະດີດປະທານາທິບໍດີໂຄລອມເບຍ ທ່ານ Uribe ກ່າວຕໍ່ສື່ມວນຊົນ

ໃນ​ເດືອນ​ແລ້​ວນີ້ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ເຂົ້າຮ່ວມ​ໃນ​ການ​ລົງ​ປະຊາ​ມະຕິໄດ້​ປະ​ຕິ​ເສດ​ຢ່າງ​ບໍ່​ໜ້າ​ເຊື່ອ​ ຕໍ່​ຂໍ້​ຕົກລົງ​ສັນຕິພາບ ​ສະບັບ​ທຳ​ອິດ. ຫຼັງ​ຈາກ​ໄດ້​ມີ​ການລົງ​ນາມ​ກັນ​ແລ້ວ ຂໍ້​ຕົກລົງ​ສະບັບ​ໃໝ່​ນີ້ຈະ​ຖືກ​ສົ່ງ​ໄປ​ໃຫ້​ສະພາ​ອະນຸມັດ ​ແທນທີ່​ຈະ​ໃຫ້​ປະຊາຊົນ​ເປັນ​ຜູ້​ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ.

ນັບ​ຕັ້ງ​ແຕ່​ຂໍ້​ຕົກລົງ​ສັນຕິພາບສະບັບ​ຕົ້ນຕໍ​ໄດ້​ຮັບ​ຄວາມ​ພ່າຍ​ແພ້​ໃນ​ການ​ລົງ​ປະຊາ​ມະຕິ ແລ້ວຄະນະ​ເຈລະຈາ​ຂອງ​ກຸ່ມ​ກະບົດ FARC ​ແລະ​ລັດຖະບານ​ໄດ້​ພາກັນ​ເຮັດ​ວຽກ​ຢ່າງ​ຂຸ້ນຂ້ຽວ ​ໂດຍ​ໄດ້​ທຳ​ການ​ດັດ​ແປງ ​ຢູ່ປະມານ 50 ກວ່າ​ບ່ອນ ​ເພື່ອ​ໃຫ້​ຂໍ້ຕົກລົງ​ນີ້ ​ເປັນ​ທີ່​ຍອມຮັບ​ຫຼາຍຂຶ້ນຕໍ່​ຊາວ​ໂຄ​ລອມ​ເບຍ​ທີ່​ນິຍົມ​ແນວທາງ​ເດີມທີ່​ໄດ້ປະຕິ​ເສດ​ຢ່າງ​ຖ້ວມ​ລົ້ນ ແທນທີ່ຈະແມ່ນ​ພວກ​ກະບົດ FARC.

​ເຖິງ​ແມ່ນ​ໄດ້​ມີ​ການແກ້​ໄຂ​ແລ້ວ​ກໍ​ຕາມ ຜູ້ນຳ​ຂອງ​ພັກ​ຝ່າຍ​ຄ້ານ​ແລະ​ອະດີດ​ປະທານາທິ ບໍດີ ທ່ານ Alvaro Uribe ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ ​ໂດຍ​ເວົ້າວ່າ ການ​ປ່ຽນ​ແປງ​ແມ່ນ​ມີ​ພຽງ​ຜິວ​ເຜີນ​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ​ຫຼາຍ.

ທ່ານ Uribe ຢາກ​ຂໍພົບ​ກັບ​ພວກ​ຜູ້ນຳ​ຂອງ​ກຸ່ມ​ກະບົດ FARC ​ເພື່ອ​ຫາລື​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກັງວົນ ​ແຕ່​ການ​ຮຽກຮ້ອງ​ຂອງ​ທ່ານ ​ແມ່ນ​ໄດ້​ຮັບ​ການ​ປະຕິ​ເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ