ລັດຖະບານ ໂຄລົມເບຍ ເລີ້ມເຈລະຈາ ກັບກຸ່ມກະບົດ FARC

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ກ່າວຕໍ່ບັນດານັກຂ່າວທີ່ the Narino ບ້ານພັກຂອງ ປະທານາທິບໍດີ ໃນກຸງ Bogota ທີ່ 27, ສິງຫາ 2012.

ປະທານາທິບໍດີ Colombia ກ່າ​ວວ່າ ທ່ານ​ໄດ້​ເລີ້ມ​ທໍາ​ການ​ເຈລະຈາ​ກັບກຸ່ມກະ ບົດທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ເພື່ອເຮັດ​ໃຫ້​ສົງຄາມ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ເກືອບ​ຫ້າທົດ​ສະ​ວັດນັ້ນ ສິ້ນສຸດ​ລົງ.

ທ່ານ Juan Manuel Santos ​ໄດ້​ປະກາດວ່າ ​ການ​ເຈລະຈາ​ສັນຕິພາບ​ກັບ ກອງ​ກຳລັງ​ປະຕິວັດ​ປະກອບ​ອາວຸດໂຄ​ລອມເບຍທີ່​ຮູ້​ກັນ​ດີ​ໂດຍ​ຊື່​ຫຍໍ້​ວ່າ FARC ນັ້ນ ​ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະ​ພາບຕໍ່​ປະ​ເທດ​ຊາດ ​ໃນ​ວັນ​ຈັນ ວານ​ນີ້​. ​ອົງການ​ຂ່າວ​ຕ່າງໆໄດ້​ລາຍ​ງານ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນວານ​ນີ້ວ່າ ​ທັງ​ສອງ​ຝ່າຍໄດ້​ຕົກລົງ​ກັນ​ທີ່​ຈະ​ເລີ້ມ​ເຈລະຈາກັນ ທີ່​ນະຄອນ Oslo, ​ປະ​ເທດ Norway ​ໃນ​ເດືອນ​ຕຸລາປີນີ້.

ທ່ານ Santos ກ່າວ​ວ່າ ການ​ເຈລະ​ຈານີ້ຈະ​ຕ້ອງ​ນໍາໄປ​ສູ່​ການ​ເຮັດ​ຂໍ້​ຕົກລົງ​ສັນ ຕິພາບ ​ແລະ​ການ​ປະຕິບັດ​ງານ​ຂອງ​ທະ​ຫານ ຍັງ​ຈະ​ດໍາ​ເນີນ​ຢູ່​ຕໍ່​ໄປ​ ໃນ​ຂະນະ​ທີ່​ມີການ​ເຈລະ​ຈາກັນ. ທ່ານຍັງ​ໄດ້​ກ່າວ​ອີກວ່າ ກຸ່ມກະບົດ​ໃຫຍ່ອັນ​ດັບ​ສອງຂອງ​ໂຄ​ລອມ​ເບຍ ຄືກ​ອງທັບ​ປົດ​ປ່ອຍ​ແຫ່ງ​ຊາດ​ຫຼື ELN ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ ໜາ ​ຢາກ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາດັ່ງກ່າວ​ນີ້.

ກຸ່ມກະບົດ FARC ຍັງ​ບໍ່​ທັນມີ​ປະຕິກິລິຍາ​ໃດ​ທ ຕໍ່​ຄໍາ​ປະກາດ​ຂອງ​ທ່ານ Santos.
ການ​ເຈລ​ະຈາ​ເທື່ອ​ສຸດ​ທ້າຍລະ​ຫວ່າງ​ລັດຖະບານ ​ແລະກຸ່ມ​ກະບົດ FARC ​ໄດ້​ພັງ​ທະລາ​ຍລົງ​ໃນ​ປີ 2002 ​ໃນ​ຂະນະ​ທີ່​ພວກ​ກອງ​ໂຈນກຸ່ມ​ນີ້ ​ໄດ້​ເພີ້​ມຈໍາ​ນວນ ຂຶ້ນ ​ແລະ​ຫັນປ່ຽນໄປ​ຄ້າ​ຢາ​ເສບ​ຕິດ.