ຕົວເລກຜູ້ເສຍຊີວິດສູງສຸດ ຈາກຕຶກຄອນໂດມີນຽມພັງ ໃນລັດຟລໍຣິດາ ເພີ່ມຂຶ້ນເປັນ 36 ຄົນ

ພະນັກງານກູ້ໄພ ທຳການຄົ້ນຫາໃນຊາກຫັກພັກຢູ່ຄອນໂດ Champlain Towers South Condo, ໃນເມືອງ ເຊີຟຊາຍດ໌, ລັດ ຟລໍຣິດາ. 26 ມິຖຸນາ, 2021.

ທີມນັກຄົ້ນຫາໃນພາກໃຕ້ຂອງລັດຟລໍຣິດາ ແມ່ນຄາດວ່າຈະໄດ້ພັກຜ່ອນຈາກອັນຕະລາຍຂອງສະພາບອາກາດໃນວັນພຸດມື້ນີ້ ໃນຂະນະທີ່ເຂົາເຈົ້າສືບຕໍ່ຄົ້ນຫາຄົນຜູ້ທີ່ຍັງຢູ່ໃນຕຶກຄອນໂດມີນຽມທີ່ໄດ້ພັງລົງເກືອບສອງອາທິດທີ່ຜ່ານມາ.

ການຄົ້ນຫາດັ່ງກ່າວໄດ້ຖືກຢຸດປະມານ 2 ຊົ່ວໂມງຍ້ອນຟ້າຜ່າ ແລະ ລົມແຮງຈາກພາຍຸເຮີຣິເຄນ ແອລຊາ. ພາຍຸດັ່ງກ່າວແມ່ນກຳລັງສົ່ງຜົນກະທົບຕໍ່ລັດ ຟລໍຣິດາ ແຕ່ກຳລັງເຄື່ອນອອກຈາກສະ ຖານທີ່ຂອງຕຶກພັງໃນເມືອງເຊີຟຊາຍດ໌, ທາງພາກເໜືອຂອງນະຄອນ ໄມອາມີ.

ບັນດານັກຄົ້ນຫາໄດ້ຄົ້ນພົບ 8 ສົບໃນວັນອັງຄານວານນີ້, ເຮັດໃຫ້ຕົວເລກຜູ້ເສຍຊີວິດໂດຍລວມ ເພີ້ມຂຶ້ນເປັນ 36 ຄົນ.

ເຈົ້າເມືອງ ໄມອາມີ ເດດ ທ່ານນາງ ແດນຽລລາ ເລີວີນ ຄາວາ ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍງານຂອງຕອນແລງວານນີ້ວ່າ 109 ຄົນ ແມ່ນຍັງບໍ່ຮູ້ຊະຕາກຳເທື່ອ.

ບັນດາເຈົ້າໜ້າທີ່ແມ່ນກຳລັງສືບຕໍ່ເຮັດວຽກຜ່ານຜ່າກອງຊາກຫັກພັງ, ເປັນຂັ້ນຕອນທີ່ບັນດາເຈົ້າ ໜ້າທີ່ເອີ້ນວ່າ ຫຼ້າຊ້າ, ໃນຂະນະທີ່ເຂົາເຈົ້າຊອກຫາຄົນ ແລະ ຫຼັກຖານໃດໆທີ່ຈະຊ່ວຍອະທິບາຍວ່າ ເປັນຫຍັງຕຶກສູງ 12 ຊັ້ນນັ້ນຈຶ່ງໄດ້ພັງລົງສ່ວນນຶ່ງໃນຕອນເຊົ້າວັນທີ 24 ມິຖຸນາ.

ຫົວໜ້າກົມດັບເພີງເມືອງໄມອາມີ ເດດ ທ່ານ ອາລານ ໂຄມິນສກີ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຊາກຫັກພັງ 112 ເມທຣິກໂຕນ ໄດ້ຖືກເຄື່ອນຍ້າຍອອກຈາກສະຖານທີ່. ຕຳຫຼວດແມ່ນກຳລັງລົງບັນຊີ ແລະ ເກັບວັດຖຸໄວ້ໃນສະຖານທີ່ປອດໄພເພື່ອທີ່ຈະຊ່ວຍເຫຼືອໃນການສືບສວນທີ່ກຳລັງດຳ ເນີນຢູ່ຂອງເຂົາເຈົ້າ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ.

ເຈົ້າເມືອງ ເຊີຟຊາຍດ໌ ທ່ານ ຊາລສ໌ ເບີເຄັດ ໄດ້ສັນຍາວ່າການປະຕິບັດການຄົ້ນຫາຈະດຳເນີນໄປ “ຈົນກວ່າທຸກຄົນຈະຖືກດຶງອອກມາຈາກສະຖານທີ່ນັ້ນ.”

ທ່ານໄດ້ຍ້ອງຍໍທີມນັກຄົ້ນຫາໃນວັນອັງຄານວານນີ້ ສຳລັບວຽກງານຂອງເຂົາເຈົ້າ ທ່າມກາງສະ ພາບທີ່ອັນຕະລາຍ.

ທ່ານ ເບີເຄັດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເຂົາເຈົ້າໄດ້ປະຕິບັດໜ້າທີ່ສູງກວ່າ ແລະ ນອກເໜືອຈາກສິ່ງທີ່ເຂົາເຈົ້າຕ້ອງເຮັດ.

ອ່ານຂ່າວນີ້ເປັນພາສາອັງກິດ