ຄວາມບໍ່ພໍໃຈ ໃນສົງຄາມເຢັນ ກໍ່ຕົວຂຶ້ນມາໄດ້ຫຼາຍທົດສະວັດແລ້ວ ຢູ່ໃນວັງເຄຣມລິນ

ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ຟັງຫົວໜ້າເສນາທິການໃຫຍ່ ຂອງກອງທັບຣັດເຊຍ ທ່ານວາເລີຣີ ເກຣາຊີມັອບ (Valery Gerasimov) ໃນລະຫວ່າງ ກອງປະຊຸມຢູ່ທີ່ມົສກູ, ຣັດເຊຍ, ວັນທີ 21 ທັນວາ 2021.

ບໍ່ເທົ່າໃດວັນຫຼັງຈາກທີ່ທ່ານວລາດີເມຍ ປູຕິນ ໄດ້ຖືກເລືອກໃຫ້ເປັນປະທານາ ທິບໍດີຂອງປະເທດອີກຄັ້ງນຶ່ງໃນປີ 2018, ອະດີດເຈົ້າໜ້າທີ່ຂັ້ນສູງຂອງວັງ ເຄຣັມລິນທ່ານນຶ່ງໄດ້ຊີ້​ແຈງອອກ​ມາໃຫ້ວີໂອເອເຫັນວ່າ ສາຍ​ພົວພັນໄດ້ເຕັ​ມ​ໄປ​ດ້ວຍ​ໄພອັນຕະລາຍຫລາຍຊ່ຳໃດ ລະຫວ່າງປະເທດຕາເວັນຕົກແລະຣັດເຊຍ. ໃນການສົນທະນາກ່ຽວ​ກັບຫຼາຍໆເລື້ອງນັ້ນ ເກືອບວ່າຈະ​ເປັນການຄາດໄວ້​ລ່ວງ​ໜ້າໃຫ້​ເຫັນເຖິງສະພາບການໃນປັດຈຸບັນນີ້ ຂອງການປະທະກັນທີ່ມີຄວາມສຳຄັນສູງ ລະຫວ່າງວັງເຄຣັມລິນແລະອົງການເນໂຕ້ ກ່ຽວກັບຢູເຄຣນ ຊຶ່ງທ່ານ ໄດ້ກ່າວວ່າ ທ່ານປູຕິນເຊື່ອວ່າ ການແຕກຫັກກັນລະຫວ່າງຣັດເຊຍ ແລະບັນດາ ປະເທດມະຫາອຳນາດຕາເວັນຕົກ ແມ່ນບໍ່ສາມາດປົວແປງໃຫ້ດີຄືນອີກໄດ້.

ແລະເຈົ້າໜ້າທີ່ທ່ານນີ້ ໄດ້ລະບຸເຖິງການຂະຫຍາຍໂຕຂອງອົງການເນໂຕ້ ອອກໄປທາງພາກຕາເວັນອອກນັ້ນ ເປັນເຫດຜົນສຳຄັນອັນນຶ່ງ. ທ່ານກ່າວວ່າ ຜົນເສຍຫາຍຄັ້ງສຸດທ້າຍສຳລັບທ່ານປູຕິນ ໄດ້ເກີດຂຶ້ນໃນຊ່ວງປີ 2013 ຫາ 2014 ດ້ວຍການລຸກຮືຂຶ້ນຂອງປະຊາຊົນໃນຢູເຄຣນທີ່ຮູ້ຈັກກັນດີວ່າ ມາຍ​ແດນ (Maidan) ນັ້ນ ໄດ້ນຳໄປສູ່ການໂຄ່ນລົ້ມປະທານາທິບໍດີຂອງຢູເຄຣນ ທ່ານ ວິກຕໍ ຢານູໂຄວິກຈ໌ ທີ່ເປັນພັນທະມິດຂອງທ່ານ.

ຜູ້ທີ່ຢູ່ວົງໃນຂອງວັງເຄຣັມລິນ ທີ່ດຳລົງຕຳແໜ່ງຂັ້ນ​ສູງໃນລັດຖະບານຂອງອະດີດປະທານາທິບໍດີ ບໍຣິສ ແຢລຊິນ ແລະໄດ້ກາຍເປັນສະມາຊິກແກນຫຼັກຂອງ ທີມງານທ່ານປູຕິນ ໄດ້ຕຳ​ໜິປະເທດຕາເວັນຕົກວ່າ​ ພາ​ໃຫ້ຄວາມໄວ້ເນື້ອເຊື່ອໃຈພັງທະລາຍລົງ ແລະການຂາດຄວາມ​ຄິດ​ເຫັນ​ທີ່​ມີຮ່ວມກັນ. ທ່ານເວົ້າວ່າ “ບາງທີ ສິ່ງ​ທີ່​ຈະສາມາດເຮັດໄດ້ ກໍມີ​ແຕ່ເຮັດສິ່ງເລັກໆນ້ອຍໆນຳກັນ ກ່ອນ ເພື່ອພະຍາຍາມສ້າງຄວາມໄວ້ວາງໃຈກັນຄືນໃໝ່.” ທ່ານເວົ້າຕໍ່ໄປວ່າ “ຖ້າພວກ ເຮົາບໍ່ສາມາດເຮັດອັນນັ້ນໄດ້ ບາງທີເມື່ອພວກເຮົາຈະຕື່ນຂຶ້ນມາໃນມື້ນຶ່ງ ແລະມີຜູ້ໃດຜູ້ນຶ່ງຈະຍິງລູກສອນໄຟນິວເຄລຍກໍ​ເປັນ​ໄດ້.”

ມາເຖິງປັດຈຸບັນນີ້ ແລະບັນດາເຈົ້າໜ້າທີ່ວັງເຄຣັມລິນໄດ້ຂົ່ມຂູ່ຢ່າງເປີດເຜີຍ ໃນ ບໍ່ເທົ່າໃດວັນມໍ່ໆມານີ້ ທີ່ຈະໃຊ້ອາວຸດນິວເຄລຍທາງກົນລະຍຸດ ທ່າມກາງຄວາມ ຢ້ານກົວທີ່ສູງຂຶ້ນນັບມື້ ທີ່ວ່າ ທ່ານປູຕິນ ກຳລັງພິຈາລະນາບຸກໂຈມຕີທາງ ທະຫານຕໍ່ຢູເຄຣນຕື່ມ​ອີກ. ອັນນີ້ ຈະເປັນການຊ້ຳຮອຍຂອງການຍຶດເອົາແຫຼມ ຄຣາຍເມຍ ມາ​ເປັນຂອງຣັດເຊຍ ໃນປີ 2014 ແລະການເຂົ້າຍຶດເອົາພື້ນທີ່ສ່ວນໃຫຍ່ຂອງຂົງເຂດດອນບັສໃນພາກຕາເວັນອອກຂອງຢູເຄຣນ ທີ່ມີຊາຍແດນຕິດ ກັບຣັດເຊຍ.

“ຈະມີການປະເຊີນໜ້າກັນ” ນັ້ນ​ຄື​ຄຳ​ເວົ້າ​ຂອງຮອງລັດຖະມົນຕີການຕ່າງປະ ເທດຂອງຣັດເຊຍ ທ່ານເຊີເກ ຣີຢາຄັອຟ ທີ່ກ່າວໄປ ບໍ່ດົນຫຼັງຈາກປະທານາທິ ບໍດີສະຫະລັດ, ທ່ານໂຈ ໄບເດັນ ແລະທ່ານປູຕິນ ໄດ້ຈັດກອງປະຊຸມຜ່ານທາງ ວີດີໂອເປັນເວລາສອງຊົ່ວໂມງ ໃນວັນທີ 18 ທັນວາ, ທີ່ໄດ້ແນໃສເພື່ອຫລຸດ ຜ່ອນວິກິດການທີ່ກຳລັງເກີດຂຶ້ນຈາກການເຄື່ອນໄຫວທາງທະຫານຂອງຣັດເຊຍຢູ່ໃກ້ຊາຍແດນຂອງຢູເຄຣນ ແລະການເສີມກຳລັງທະຫານຂະໜາດໃຫຍ່ ປະມານ 100,000 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ