ນັກຮ້ອງ ນັກປະພັນ Leonard Cohen ເຖິງແກ່ມໍລະນະກຳ ຮວມອາຍຸໄດ້ 82 ປີ

ທ່ານ Leonard Cohen ສະແດງຢູທີ່ໂຮງລະຄອນ The Fabulous Fox ທີ່ນະຄອນ Atlanta, ວັນທີ 22 ເດືອນມີນາ, 2013.

ທ່ານ Leonard Cohen ນັກ​ຮ້ອງ​ທີ່​ມີ​ສຽງ​ແຫບໆ ທີ່​ເປັນນັກ​ປະພັນ​ເພງ​ໄດ້ເຖິງ​ແກ່​ມໍລະ ນະ​ກຳແລ້ວ. ທ່ານ​ມີ​ອາຍຸ​ 82 ປີ.

ລູກ​ຊາຍ​ຂອງ​ທ່ານ ຄື​ທ່ານ Adam ​ໄດ້ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ດ້ວຍ​ຄວາມ​ສະຫງົບ ທີ່​ບ້ານ​ພັກ​ຂອງ​ທ່ານ​ໃນ​ນະຄອນ Los Angeles. ທ່ານ​ໄດ້​ປະພັນ ​ຈົນ​ຮອດ​ນາ​ທີ​ສຸດ​ທ້າ​ຍຂອງ​ທ່ານ ດ້ວຍ​ຄວາມ​ຕະ​ຫລົກ​ຄົບ​ຂັນພິ​ເສດ.”

ສາ​ເຫດການ​ເສຍ​ຊີວິດ​ບໍ່​ໄດ້​ເປັນ​ທີ່​ຈະ​ແຈ້ງ​ໂດຍ​ທັນ​ທີ​ເທື່ອ.

ອາ​ລະ​ບ້ຳຫລ້າ​ສຸດ​ຫວ່າງ​ມໍ່ໆ​ມາ​ນີ້ “​ເຈົ້າ​ຢາກ​ໃຫ້​ມັນ​ດຳ​ກວ່າເກົ່າບໍ" ​ໄດ້ນຳ​ອອກ​ເຜີ​ຍ​ແຜ່​ ​ເມື່ອ​ເດືອນ​ແລ້ວ​ນີ້.

​ເພງ​ຂອງ​ທ່ານ Cohen ທີ່​ຮູ້ກັນ​ດີ​ທີ່​ສຸດ​ໄດ້​ແກ່ “Hallelujah” ທີ່​ໄດ້​ກາຍ​ມາ​ເປັນ​ພື້ນຖານ ການ​ຮ້ອງ ​ຢູ່​ໃນ​ສະພາບ​ການ​ຕ່າງໆ ຮວມທັງ​ການສະ​ແດງ​ໃນ​ລາຍການ​ຄວາມ​ຈິງ ຮູບ​ເງົາ​ຕ່າງໆ ພິທີ​ແຕ່ງງານ ລາຍການ​ໂທລະພາບ YouTube ວີ​ດີ​ໂອ ພິທີສົ່ງສະການ ​ແລະ​ບັນ ດາ​ຄອນ​ເສີດ​ຂອງ​ໂຮ​ງຮຽນ​ມັດ​ທະ​ຍົມ. ​ເພງ​ດັ່ງກ່າວໄດ້​ຮ້ອງ​ຢູ່​ໃນ​ພິທີມອບ​ລາງວັນ Emmy ປີ 2016 ​ໂດຍ Tori Kelly ​ໃນ​ການສະ​ແດງ​ຮັບ​ຮູ້ປະຈຳ​ປີຂອງ​ບັນດາ​ນັກ​ສິນລະ​ປີນ​ ຜູ້ທີ່ໄດ້​ເສຍ​ຊີວິດ​ໄປ​ຫວ່າງ​ມໍ່ໆ​ມາ​ນີ້.

ພາບບັນທຶກ ທ່ານ Leonard Cohen ຢືນຢູ່ເທິ່ງເວລທີ ໃນພິທີ the Rock and Roll ວັນທີ 10 ເດືອນມີນາ ປີ 2008 ທີ່ນະຄອນ New York.

ເພງ​ອຶ່ນໆ​ທີ່​ທ່ານ​ໄດ້​ປະພັນ​ແມ່ນ​ຮວມທັງ “Suzanne,” Bird on the Wire,” Hey, That’s No Way to Say Good-bye,” ​ແລະ “So long Marianne.”

ທ່ານ Cohen ​ໄດ້​ກ່າວ​ຕໍ່​ຜູ້​ສຳພາດ​ວ່າ ທ່ານ​ໄດ້​ພົວພັນ​ກັບ​ດົນຕີ ​ເພາະວ່າ​ທ່ານ​ບໍ່​ສາມາດ​ຫາ​ກິນ ​ກັບ​ການ​ເປັນ​ນັກ​ຂຽນກາບກອນ. ທ່ານໄດ້​ເປັນ​ນັກ​ສຶກສາ​ທີ່ມະ ຫາວິທະຍາ​ໄລ McGill ​ເວລາ​ປື້​ມກາບກອນຫົວ​ທຳ​ອິດ​ຂອງ​ທ່ານ “Let Us Compare Mythologies” ​ໄດ້​ຖືກ​ພິມ​ເຜີຍ​ແຜ່​ທີ່​ໄດ້​ຮັບ​ຄວາມ​ນິຍົມ. ຫລັງ​ຈາກ​ນັ້ນ​ໄດ້​ມີ​ປື້​ມກາບກອນຫລາຍ​ໆ​ຫົວ ​ແລະນິຍາຍ​ທີ່​ຂຽນ​ອອກ​ມາ.

ທ່ານ Leonard Cohen, ຊ້າຍ, ສະແດງຮ່ວມກັບ ນັກຫລິ້ນກິຕ້າ Xavier Mas ທີ່ໂຮງມະຫໍລະສົບ Beacon.

ທ່ານ​ໄດ້​ເລີ້ມ​ສະ​ແດງ​ຮ້ອງ​ເພງ​ທີ່​ທ່ານ​ແຕ່ງ​ໃນ​ຕອນ​ທ້າຍ​ຊຸ​ມປີ 1960. ສຽງຮ້ອງ​ທີ່​ມີ​ຄວາມ​ແຕກ​ຕ່າງ​ຂອງ​ທ່ານ ທີ່​ລົງ​ເລິກກວ່າ​ເກົ່າ​ເວລາ​ທ່ານມີ​ອາຍຸ​ສູງ​ຂຶ້ນ ​ເຮັດໃຫ້​ທ່ານແຕກ​ຕ່າງ​ຈາກຈິນຕະກະວີ​ອື່ນໆ​ຂອງ​ຍຸກ​ສະ​ໄໝ ຜູ້​ຊຶງໄດ້​ເລີ້​ມບັນທຶກ ເພງຕ່າງໆ​ຂອງທ່ານນຳ​ດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ